spot_img
Homeຂ່າວຕ່າງປະເທດອິນໂດ​ເນ​ເຊຍ ສັ່ງໃຫ້ລະວັງ ຫຼັງພົບໄວຣັສຊິກາລະບາດໃນປະເທດ

ອິນໂດ​ເນ​ເຊຍ ສັ່ງໃຫ້ລະວັງ ຫຼັງພົບໄວຣັສຊິກາລະບາດໃນປະເທດ

Published on

 

ອິນໂດເນເຊຍ ຢືນຢັນເປັນທາງການໃນວັນພຸດ​ທີ່​ຜ່ານ​ມາວ່າ ເຄີຍພົບຜູ້ຕິດເຊື້ອໄວຣັສຊິກາຢ້ອນກັບໄປຫາປີກ່ອນ ໂດຍທີ່ຊາຍຜູ້ນີ້ບໍ່ເຄີຍເດີນທາງໄປຕ່າງແດນ ແຕ່ລະບຸວ່າ ໄດ້ກຽມພ້ອມຮັບກັບມືການແພ່ລະບາດຂອງໂລກຕິດຕໍ່ນີ້ທີ່​ສ້າງ​ຄວາມວິຕົກ​ກັງວົນ​​​ໄປ​ທົ່ວທະວີບອາເມລິກາໄວ້ແລ້ວ.

ເຈົ້າໜ້າທີ່ລັດຖະບານຢືນຢັນວ່າ ເຫັນຜູ້ຕິດເຊື້ອໄວຣັສຊິກາ ທີ່ມີຍຸງເປັນພາຫະພຽງຄົນດຽວໃນແຂວງຈໍາບິ ເທິງເກາະສຸມາດຕາ ທັງນີ້ມັນຖືກພົບໂດຍບັນດານັກວິໄຈທີ່ກໍາລັງເກັບລວບລວມຕົວຢ່າງລະຫວ່າງການແພ່ລະບາດຂອງໄຂ້ເລືອດອອກຊ່ວງເດືອນທັນວາ ປີ 2014 ຮອດເດືອນເມາ 2015.

ປວນ ມາຮາລານີ ບອກກັບຜູ້ສືຂ່າວຫຼັງຮ່ວມປະຊຸມລະດັບສູງຕາມຄໍາສັ່ງຂອງປະທານນາທິບໍດີໂຈໂຄ ວິໂດໂດ ເພື່ອຫາລືກ່ຽວກັບໄວຣັສຊະນິດນີ້ວ່າ “ ເຮົາພົບຜູ້ຕິດເຊື້ອໃນຈໍາບິ ແຕ່ທາງກະຊວງສາທາລະນະສຸກລະບຸວ່າ ມັນຢູ່ພາຍໃຕ້ການຄວບຄຸມແລ້ວ ”

ຊິກາ ຂະຫຍາຍຄວາມກັງວົນໃນຫຼາຍພື້ນທີ່ຂອງທະວີບອາເມລິກາ ດ້ວຍມັນຖືກສົງໄສວ່າເປັນຕົ້ນຕໍເຮັດໃຫ້ເດັກນ້ອຍເກີດມາມີພາວະຫົວນ້ອຍກວ່າປົກກະຕິ ແລະອາດເຮັດໃຫ້ສະໝອງເສຍຫາຍ ຂະນະທີ່ຜູ້ຕິດເຊື້ອໄວຣັສຊະນິດນີ້ຈະມີອາການຄ້າຍຄືໄຂ້ເລືອດອອກ.

ບັນດາຜູູ້ຊ່ຽວຊານດ້ານສາທາລະນະສຸກເຕື່ອນວ່າ ອາຊີເປັນພູມິພາກທີ່ອອ່ນແອທີ່​ສຸດຕໍ່ໄວຣັສຊິກາ ເນື່ອງຈາກເປັນດິນແດນທີ່ຍຸງລາຍຕາມ​ບ້ານ​ເຮືອນ ຊຶ່ງເປັນພາຫະນໍາໂລກ ຈະເລີນເຕີບໂຕໄດ້ດີຕາມເມືອງແອອັດຕ່າງໆ
ເຈົ້າໜ້າທີ່ໃນອິນໂດເນເຊຍ ປະເທດເຂດຮ້ອນທີ່ມີປະຊາກອນ 250 ລ້ານຄົນ ແລະປະເຊິນກັບການແພ່ລະບາດຂອງໂລກຕ່າງໆ ທີ່ມີຍຸງເປັນພາຫະເປັນປົກກະຕິ ຮຽກຮ້ອງປະຊາຊົນຢູ່ໃນຄວາມສະຫງົບ ແລະລະມັດລະວັງ

“ປະຊາຊົນບໍ່ຄວນຕື່ນຕົກ ແລະຕ້ອງໜັ່ນທໍາຄວາມສະອາດພື້ນທີ່ໂດຍຮອບ, ລັດຖະບານຄາດຫວັງວ່າມັນຈະບໍ່ກາຍເປັນໂລກລະບາດໃນອິນໂດເນເຊຍ”, ມາຮາລານີເວົ້າ

ສະຖາບັນໄອມານ ທີ່ມີສໍານັກງານໃນຈາກາຕາ ເຜີຍໃນວັນທິດທີ່ 31 ທັນວາ ວ່າຊາຍອາຍຸ 27 ປີທີ່ເວົ້າວ່າຢູ່ໃນແຂວງຈໍາບິ ຕິດເຊື້ອໄວຣັສຊິກາ ເຮັດໃຫ້ສະຫຼຸບໄດ້ວ່າ ໄວຣັສຊິກາແພ່ກະຈ່າຍຢູ່ໃນອິນໂດເນເຊຍ ມາໄລຍະໜຶ່ງແລ້ວ

ອົງກອນອະນາໄມໂລກ ໃນວັນຈັນທີ່ 1 ກຸມພາ ປະກາດໃຫ້ໄວຣັສຊິກາ ຊຶ່ງມີຍຸງເປັນພາຫະເປັນສະຖານະການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ ຫຼັງຈາກກ່ອນໜ້ານັ້ນເຄີຍອອກມາເຕື່ອນວ່າໄວຣັສຊະນິດນີ້ກໍາລັງແພ່ລະບາດຢ່າງໄວວາໃນທະວີບອາເມລິກາ ດ້ວຍຄາດໜາຍວ່າຈະມີຜູ້ຕິດເຊື້ອສູງສຸດ 4 ລ້ານຄົນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...