spot_img
Homeຂ່າວທ້ອງຖິ່ນບຸນ​ພະ­ທາດ​ສີ​ໂຄດ ເລີ່ມ 20 ກຸມ­ພາ​ນີ້

ບຸນ​ພະ­ທາດ​ສີ​ໂຄດ ເລີ່ມ 20 ກຸມ­ພາ​ນີ້

Published on

 

ເພື່ອ​ເປັນ​ການ​ຮັກ­ສາ​ໄວ້​ໃນ​ຮີດຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ທີ່​ໄດ້​ສືບ​ທອດກັນ​ມາ ແຕ່​ບູ­ຮານ​ນະ​ການໃນ​ວັນ​ທີ 1 ກຸມ­ພາ 2016 ນີ້ ເມືອງ​ທ່າ​ແຂກ ໄດ້​ຈັດກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກະ­ກຽມ​ງານບຸນ​ນະ­ມັດ­ສະ­ການ​ພະ​ທາດສີ​ໂຄດ​ຕະ­ບອງ ປະ­ຈຳ​ປີ 2016  ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໃນລະ​ຫ່ວ​າ​ງວັນ​ທີ 20-22 ກຸມ­ພາ​ນີ້ ໂດຍ​ເປັນ​ປະ­ທານຂອງ​ທ່ານ ຈັນ ບຸບ­ຜາ​ລີ​ວັນ ເຈົ້າ­ເມືອງໆ​ທ່າ​ແຂກ​ບັນດາ​ຫ້ອງ­ການ​ຕ່າງໆ​ອ້ອມຂ້າງ​ເມືອງ​ເລ­ຂາ​ຄະ­ນະ​ພັກຮາກ​ຖານ 4 ກຸ່ມ​ບ້ານເລ­ຂາພັກ​ບ້ານ-ນາຍ­ບ້ານ ແລະ ພະ­ນັກ­ງານ​ວິ­ຊາ​ການ​ເຂົ້າຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ເພື່ອເປັນ​ການ​ແຈ້ງ​ກ່ຽວ​ກັບ​ຂໍ້ຕົກ­ລົງ​ແຕ່ງ­ຕັ້ງ​ຄະ­ນະ​ກຳມະ​ການ​ຮັບ­ຜິດ­ຊອບ​ແລະ​ບັນ­ດາ​ອາ​ນຸ​ກຳ­ມະ­ການ​ຕ່າງໆ​ໃນ​ງານ​ບຸນ​ດັ່ງ­ກ່າວ ເພື່ອພ້ອມ​ກັນ​ປຶກ­ສາ​ຫາ­ລື​ຄົ້ນ​ຄ້ວ​າ​ຕີ​ລາ­ຄາຄືນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໃນປີ​ທີ່​ຜ່ານ​ມາ ແລະ​ທັງ​ເປັນ

ການ​ວາງ​ແຜນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນງານ​ບຸນ​ປີ​ນີ້ ໃຫ້​ມີ​ລັກ­ສະ­ນະ​ຖືກ­ຕ້ອງ​ຕາມຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ລາວ​ທີ່​ມີ​ເອ­ກະ­ລັກ​ໂດດ​ເດັ່ນ, ຄຶກ­ຄື້ນ​ມ່ວນ­ຊື່ນ​ມີຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ​ມີຄວາມ​ສະ­ຫງົບ​ປອດ​ໄພ​ເຕັມ​ໄປ​ດ້ວຍຄວາມ​ສວຍ​ງາມ​ຂຶ້ນ​ກວ່າ​ເກົ່າ.

ຊຶ່ງ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະ­ຊຸມ ທ່ານ ຈັນ ບຸບ­ຜາ​ລີ​ວັນ ເຈົ້າ­ເມືອງໆ​ທ່າແຂກ​ກໍ​ໄດ້​ໃຫ້​ກຽດ​ປະ­ກອບ​ຄຳ​ຄິດ-ຄຳ ເຫັນ ໂດຍ​ທ່ານ​ໄດ້​ເໜັ້ນ​ໜັກ ແລະ​ຮຽກ ຮ້ອງ​ມາ​ຍັງ​ບັນ­ດາ​ແຕ່​ລະ­ອາ​ນຸ​ກຳ­ມະ­ການ ຈົ່ງ​ໄດ້​ນຳ​ເອົາ​ເນື້ອ​ໃນ​ຈິດ­ໃຈ​ດັ່ງ­ກ່າວ​ທີ່ໄດ້​ຮັບ​ມອບ​ໝາຍ​ນຳ­ໄປ​ປຶກ­ສາ​ຫາ­ລື​ເພື່ອຄັດ​ຈ້ອນ​ເອົາ​ບັນ­ຫາ​ທີ່​ພົ້ນ​ເດັ່ນ​ໃນ​ອະນຸກຳ­ມະ­ການ​ຂອງ​ຕົນ​ເອງ ເພື່ອ​ຈະ​ມາ​ລາຍງານ​ຄວາມ​ພ້ອມ​ອີກ​ເທື່ອ​ໜຶ່ງ ໃນ​ວັນ​ທີ່ 8 ກຸມ­ພາ 2016 ເພື່ອ​ເປັນ​ການ​ເຮັດ​ໃຫ້ການ​ຫ່າງ​ຫາ​ກະ­ກຽມ​ງານ​ບຸນ​ນະ​ມັດ​ສະການ​ພຣະ​ທາດ​ສີ​ໂຄດ​ຕະ­ບອງ​ໃນ​ປີ​ນີ້​ມີ​ຄວາມ​ສົມ­ບູນ​ເຕັມ​ໄປ​ດ້ວຍ​ການ​ມີ​ສ່ວນຮ່ວມ​ໃນ​ຄວາມ​ຮັບ­ຜິດ­ຊອບ​ຈາກ​ຫຼາຍພາກ­ສ່ວນ ເພື່ອ​ຮັບ­ປະ­ກັນ​ເຮັດ​ໃຫ້­ການບໍ­ລິ­ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່ມວນ​ຊົນ ແລະ​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າທີ່​ມາ​ສັກ­ກາ­ລະ​ບູ­ຊາອົງ​ພະ­ທາດ​ສີ​ໂຄດຕະ­ບອງ​ມີ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ມີ​ຄວາມ​ຈົບ­ງາມ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...