spot_img
Homeຂ່າວເຫດການທູດຫວຽດນາມປະຈຳລາວ ຈັດງານລ້ຽງສະຫລອງປີໃໝ່ ທີ່ນະຄອນຫລວງວຽງຈັນ

ທູດຫວຽດນາມປະຈຳລາວ ຈັດງານລ້ຽງສະຫລອງປີໃໝ່ ທີ່ນະຄອນຫລວງວຽງຈັນ

Published on

ຂປລ.ໃນຕອນຄ່ຳວັນທີ 29 ມັງກອນນີ້, ທ່ານ ຫງວຽນ ແມັງຮຸ່ງ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳສປປ ລາວ ຮ່ວມກັບທະນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາ ໄດ້ຈັດງານລ້ຽງສະຫລອງປີ​ໃໝ່ ທີ່ນະຄອນຫລວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບ ລາວຫວຽດ ນາມ, ມີບັນດາກົມການເມືອງ, ກຳມະການສູນກາງພັກ ແລະ ບັນດາລັດຖະມົນຕີວ່າການຊ່ວຍວ່າການ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ຫງວຽນ ແມັງ ຮຸ່ງ ກ່າວວ່າ: ໃນງານລ້ຽງໃນຄ່ຳຄືນນີ້ ນອກຈາກເປັນການ ສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່​ແລ້ວ, ຍັງເປັນການຊົມເຊີຍຜົນສຳເລັດ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດ ນາມ ກໍຄືຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວເຊິ່ງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຟຸ ຈ້ອງ ມາຍັງບັນດາການນຳພັກລັດຂອງລາວ. ທ່ານ ຫງວຽນ ແມັງ ຮຸ່ງໄດ້ຍົກໃຫ້ເຫັນວ່າ ໃນປີຜ່ານມາ ສະຖານທູດແລະ ບັນດານັກລົງທຶນ​​ຫວຽດນາມໄດ້ເຄື່ອນໄຫວປະຕິບັດໜ້າທີ່ ຢູ່ສປປ ລາວ ດ້ວຍຜົນສຳເລັດແລະໄດ້ຮັບການຮ່ວມມື, ອຳນວຍຄວາມສະດວກທຸກປະການຈາກລັດຖະບານແລະ ປະຊາຊົນລາວ. ປີໃໝ່ (ປີວອກ) 2016 ນີ້ເປັນປີທີ່ມີຄວາມໝາຍຄວາມສຳຄັນ ທີ່ທັງສອງປະເທດ ຈະໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ກໍຄືແຜນພັດທະນາເສດຖະກິດໃນ 5 ປີຕໍ່ໜ້າໃຫ້ມີຜົນສຳ​ເລັດ​ໃຫຍ່​ຫລວງກວ່າເກົ່າ. ສືບຕໍ່ຮັດແໜ້ນຄວາມສາມັກຄີແບບພິເສດແລະ ການຮ່ວມມືຢ່າງຮອບດ້ານ​​ໃຫ້ເລິ່ງເຊິ່ງກວ່າເກົ່າ.

ABC_9468....tait 2ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານທູດ ທີ່ໄດ້ມາຮ່ວມງານສະຫລອງປີໃໝ່ຫວຽດນາມໃນມື້ນີ້ແລະ ໄດ້ຕາງໜ້າ ພັກລັດ, ປະຊາຊົນລາວ ສົ່ງຄວາມຢ້ຽມຢາມ ຊົມເຊີຍທ່ານ ຫງວຽນ ຟຸ ຈ້ອງ, ການນຳພັກລັດແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ພາລະກິດໃໝ່ໃຫຍ່ຫລວງກວ່າເກົ່າ ໃຫ້ມີຜົນສຳເລັດອັນຈົບງາມ, ສືບຕໍ່ເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດອ້າຍນ້ອງລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ໝັ້ນຄົງຂະໜົງແກ່ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...