spot_img
Homeຂ່າວການພັດທະນາສະພາການຄ້າຈີນ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພໜາວ ຫົວພັນ-ຊຽງຂວາງ ລວມມູນຄ່າ 450 ລ້ານກ່ວາກີບ!

ສະພາການຄ້າຈີນ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພໜາວ ຫົວພັນ-ຊຽງຂວາງ ລວມມູນຄ່າ 450 ລ້ານກ່ວາກີບ!

Published on

ຂປລ. ສະພາ​ການ​ຄ້າຈີນ ປະ​ຈໍາ ສປປ ລາວ ນໍາ​ເຄື່ອງຊ່ວຍ​ເຫລືອ​ມູນ​ຄ່າ 450 ລ້ານ​ກວ່າ​ກີບມອບ​ໃຫ້​ຜູ້​ປະສົບ​​ໄພ​ໜາວ​ຢູ່ 2 ​ແຂວງ​ພາກ​ເໜືອ​ ​ຄື: ​ແຂວງ​ຫົວພັັນ ​ແລະ ​ແຂວງ​ຊຽງ​ຂວາງ​ໃນ​ວັນ​ທີ 28 ​ມັງກອນນີ້.​ໂດຍ​ຕາງໜ້າ​ອໍານາດ​ການ​ປົກຄອງ​ແຂວງ ​ແລະ ສະພາ​ການ​ຄ້າ​ດັ່ງກ່າວ ເຂົ້າ​ຮ່ວມ.

ສະມາຄົມການຄ້າຈີນ ປະຈຳແຂວງຫລວງພະບາງ, ນະຄອນຫລວງວຽງຈັນ, ບໍລິສັດເອບີ ກໍ່ສ້າງຂົວ-ທາງຈຳກັດ,ໂຮງແຮມຊັງຈຽງ, ພ້ອມ​ບັນດາບໍລິສັດຫ້າງຮ້ານ, ນັກທຸລະກິດທີ່​ເຄື່ອນໄຫວເຮັດທຸລະກິດຢູ່ສປປ ລາວ ໄດ້ນຳເອົາເຄື່ອງບັນເທົາທຸກ ຕ້ານໄຟໜາວມອບໃຫ້ແຂວງຫົວພັນ ໃນນີ້ ມີຜ້າຫົ່ມ 800 ຜືນ, ເຄື່ອງນຸ່ງ (ສົ້ງ,ເສື້ອ,ເກີບ,ຖົງຕີນ) 500 ກວ່າຊຸດ, ໝີ່ 300 ແກັດ, ເຂົ້າສານຈ້າວ 800 ກິໂລ, ພ້ອມເງິນສົດ 33 ລ້ານກວ່າກີບ. ລວມມູນຄ່າທັງໝົດ​ປະມານ 179 ລ້ານກວ່າກີບ ມອບ​ໃຫ້ ປະຊາຊົນທີ່ຖືກຜົນກະທົບຈາກໄຟທຳມະຊາດ ລະຫວ່າງວັນທີ 23-28 ມັງກອນນີ້.

ໃນ​ມື້​ດຽວ​ກັນ​ນີ້ ສະພາການຄ້າຈີນ ​ໄດ້ມອບເຄື່ອງຊ່ວຍບັນເທົາໄພໜາວ ​ໃຫ້​ແກ່​ປະຊາຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ​ຢູ່ແຂວງຊຽງຂວາງຕື່ມ​ອີກ​ ປະກອບ​ມີຜ້າຫົ່ມ 293 ຜືນ, ເສື້ອກັນໜາວ 1.200 ຜືນ, ຖົງ ຕີນ 500 ຄູ່, ຖົງມື 300 ຄູ່, ເຄື່ອງນຸ່ງກັນໜາວສຳລັບເດັກ 300 ຊຸດ, ເກີບ, ຄັນຮົ່ມ, ໄຟສາຍ, ຖົງເປ້ ລວມມູນຄ່າປະມານ 278.750.000 ກີບ ໃນນັ້ນ, ມີບໍລິສັດໂທລະສັບໂຊໂປ 38 ລ້ານກີບ ມອບໂດຍ ທ່ານ ຊ້ຽວຕຸ້ງຢວນ ປະທານສະພາການຄ້າຈີນ ສາຂາແຂວງຊຽງຂວາງ ພ້ອມດ້ວຍຄະນະ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...