spot_img
Homeຂ່າວການພັດທະນາຫລາຍໂຄງການຫັນຊັບສິນເປັນທຶນ ຢູ່ ນ.ວ ປະສົບບັນຫາໜີ້ເວນຄືນທີ່ດິນ ຍ້ອນລັດ-ຜູ້ລົງທຶນ ຂາດງົບຈ່າຍຊົດເຊີຍ!

ຫລາຍໂຄງການຫັນຊັບສິນເປັນທຶນ ຢູ່ ນ.ວ ປະສົບບັນຫາໜີ້ເວນຄືນທີ່ດິນ ຍ້ອນລັດ-ຜູ້ລົງທຶນ ຂາດງົບຈ່າຍຊົດເຊີຍ!

Published on

ທ່ານເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເມື່ອບໍ່ດົນມານີ້ວ່າ: ປັດຈຸບັນການເວນຄືນທີ່ດິນຫລາຍໂຄງການ ຫັນຊັບສີນເປັນທຶນ ຢູ່ນະຄອນຫລວງວຽງຈັນ ຍັງບໍ່ທັນສໍາເລັດ ຍ້ອນຜູ້ລົງທຶນ ແລະ ລັດຖະບານ ບໍ່ມີທຶນພຽງພໍເພື່ອຈ່າຍຊົດເຊີຍ ເປັນຕົ້ນ: ໂຄງການກວມລວມໄຊເສດຖາ ຍັງຄ້າງໜີ້ 15 ລ້ານໂດລາສະຫະລັດ, ໂຄງການທາງ 450 ປີ ຍັງຄ້າງປະມານ 45 ລ້ານໂດລາສະຫະລັດ, ໂຄງການເສັ້ນທາງບ້ານດອນນົກຂຸ້ມ ຕັດເສັ້ນທາງ 450 ປີ ແລະ ໂຄງການອື່ນໆ ກໍຍັງຄ້າງການເວນຄືນ ໃນມູນຄ່າຫລວງຫລາຍເຊັ່ນກັນ, ຊຶ່ງນະໂຍບາຍຫັນຊັບສີນເປັນທຶນ ຢູ່ນະຄອນຫລວງວຽງຈັນ ໄດ້ເລີ່ມທົດລອງຈັດຕັ້ງປະຕິບັດມາແຕ່ປີ 2006 ແລະ ມີຫລາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດແລ້ວ ໃນຮູບແບບໂຄງການກໍ່ສ້າງເສັ້ນທາງ, ການແລກປ່ຽນສໍານັກງານຂອງລັດ ແລະ ການຫັນຊັບສີນຂອງບັນດາກະຊວງ, ອົງການອ້ອມຂ້າງຂອງສູນກາງຈໍານວນໜຶ່ງ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາ ໃນເງື່ອນໄຂທີ່ງົບປະມານລັດມີຈໍາກັດ ແລະ ເຖິງວ່າການລົງທຶນໃນຮູບແບບດັ່ງກ່າວ ຈະບໍ່ແມ່ນຮູບການລົງທຶນທີ່ດີກວ່າການລົງທຶນຂອງລັດ, ແຕ່ມັນແມ່ນການດຶງດູດການລົງທຶນ ທີ່ເປັນກາລະໂອກາດ ໃນເງື່ອນໄຂທີ່ພາກລັດເຮົາ ຂາດເຂີນທຶນຮອນທີ່ຈະມາພັດທະນາ.

ດັ່ງ​ນັ້ນ ​ບົດຮຽນທີ່ຖອດຖອນ​ໄດ້​ ຈາກ​ການ​ປະຕິບັດ​ຕົວ​ຈິງ​ຂອງ​ຫລາຍ​ໂຄງການ​ ເພື່ອ​ຫລຸດຜ່ອນ​ບັນຫາການ​ເວນ​ຄືນ​ນັ້ນ​ ກໍ​ຄື​ການ​ຫັນ​ຊັບ​ສີນ​ເປັນ​ທຶນ​ ຖ້າ​ລັດ​​ເປັນ​ເຈົ້າ​ຂອງ​ໂຄງການ​ເອງ​ຈະ​ເປັນ​ການ​ດີ ​ແລະ ຖ້າ​ນໍາ​ໃຊ້​ເອກ​ກະ​ຊົນ​ກໍ​ຕ້ອງ​ແມ່ນ​ນັກທຸລະກິດ​ທີ່​ມີ​ທຶນ​ພຽງພໍ​ແທ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...