spot_img
Homeຂ່າວພາຍ​ໃນຊາວຄ້າຂາຍກະກຽມສິນຄ້າ ສະໜອງປີໃໝ່ຫວຽດນາມ-ຈີນ ຄາດລາຄາບາງປະເພດ ອາດແພງຂຶ້ນດັ່ງທຸກປີ!

ຊາວຄ້າຂາຍກະກຽມສິນຄ້າ ສະໜອງປີໃໝ່ຫວຽດນາມ-ຈີນ ຄາດລາຄາບາງປະເພດ ອາດແພງຂຶ້ນດັ່ງທຸກປີ!

Published on

ຂປລ. ໃນປັດຈຸບັນ ບັນດາແມ່ຄ້າຊາວ​ຄ້າຂາຍ ຢູ່ຕະຫລາດຫລາຍແຫ່ງໃນນະຄອນຫລວງວຽງຈັນ ເຊັ່ນ: ຕະ ຫລາດຂົວດິນຕະຫລາດໜອງດ້ວງ, ຕະຫລາດ​ສີ​ໄຄ, ຕະຫລາດສະພານທອງ ແລະ ອື່ນໆ ​ໄດ້​ມີ​ການ​ກະກຽມ​ສິນຄ້າ​ຂອງ​ຕົນ​ໃຫ້​ພຽງພໍ ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ການ​ຊື້-ຂາຍ ​ໃນ​ໄລຍະ​ບຸນປີ​ໃໝ່​ຂອງ​ຊາວ​ຫວຽດນາມ ​ແລະ ຊາວ​ຈີນ ​ເຊິ່ງສິນຄ້າ​ທີ່​ມີ​ຄວາມ​ຕ້ອງການ​ສູງ​ໃນ​ໄລຍະ​ນີ້ ​ແມ່ນ​ເຄື່ອງອຸປະໂພກ ​ແລະ ບໍລິໂພກ ປະເພດຊີ້ນ, ຊີ້ນ​ງົວ, ຄວາຍ, ​ໝູ, ​ເປັດ, ​ໄກ່, ປາເຂົ້າ ແລະ ພືດຜັກຕ່າງໆ.

ຕາມ​ການ​ສອບ​ຖາມ​​ພໍ່ຄ້າ, ​ແມ່​ຄ້າ ຢູ່​​ຕະຫລາດ​​ໄດ້​ເວົ້າ​ເປັນ​ສຽງ​ດຽວ​ກັນ​ວ່າ: ການຊື້-ຂາຍສິນຄ້າ ​ເຊື່ອວ່າ​ເລີ່​ມ ຄຶກຄື້ນ ໃນຕົ້ນເດືອນກຸມພາເປັນຕົ້ນໄປ. ຂະນະທີ່ປັດຈຸບັນລາຄາສິນຄ້າປະເພດ ຊີ້ນ, ຊີ້ນ​ງົວ, ຄວາຍ, ​ໝູ, ​ເປັດ, ​ໄກ່, ປາເຂົ້າ ແລະ ພືດຜັກຕ່າງໆ ຍັງຢູ່ໃນລາຄາປົກກະຕິ ເຊັ່ນ: ຊິ້ນງົວລາຄາ 70-150 ພັນກີບຕໍ່ກິໂລຊີ້ນໝູ 30-40 ພັນກີບຕໍ່ກິໂລ, ​ເປັດ,ໄກ່ 45-50 ພັນກີບຕໍ່ກິໂລປາກະຊັງ 15-18 ພັນກີບຕໍ່ກິໂລ ແລະ ພືດຜັກຕ່າງໆລາຄາກໍຍັງປົກກະຕິ. ​

ແມ່ຄ້າ​ບາງ​ຄົນ​ເວົ້າວ່າ: ໃນ 5-6 ມື້ຕໍ່ໜ້າ ລາຄາສິນຄ້າບາງປະເພດ ອາດຈະມີການເໜັງຕີງ​ແພງຂຶ້ນ ດັ່ງທີ່ເຄີຍເປັນມາໃນແຕ່ລະປີ​ ເຊັ່ນ: ເຂົ້າສານຊີ້ນງົວ, ຄວາຍ, ໝູ, ​ເປັດ, ​ໄກ່, ປາ ແລະ ພືດຜັກຕ່າງໆ. ສະນັ້ນ, ຈຶ່ງ​ສະ​ເໜີ​ພາກສ່ວນ ກ່ຽວຂ້ອງ​ໃຫ້ມີການຄວບຄຸມລາຄາ, ພ້ອມ​ທັງລົງກວດກາລາຄາ​ສິນຄ້າ ຢູ່ຕະຫລາດ​ແຫ່ງຕ່າງໆ ເປັນປົກກະ ຕິ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມ​ລຳພັງ​ໃຈ.

Untitled-1 koudchine 2

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...