spot_img
Homeຂ່າວຕ່າງປະເທດຕະລຶງ! ແພດຈີນພົບພະຍາດໂຕແປ ຍາວ 6.8 ແມັດ ໃນທ້ອງຄົນເຈັບ ອຸທາຫອນສຳລັບນັກກິນຊີ້ນດິບ!

ຕະລຶງ! ແພດຈີນພົບພະຍາດໂຕແປ ຍາວ 6.8 ແມັດ ໃນທ້ອງຄົນເຈັບ ອຸທາຫອນສຳລັບນັກກິນຊີ້ນດິບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມັງກອນຜ່ານມານີ້ວ່າ ໜຸ່ມຊາວຈີນ ອາຍຸ 38 ປີ ຊຶ່ງມັກການກິນຊີ້ນງົວ ແບບສົດໆດິບໆມາດົນນານ ໄດ້ຕັດສິນໃຈເຂົ້າພົບແພດທີ່ໂຮງໝໍ ຫລັງຈາກທີ່ນ້ຳໜັກຫລຸດລົງຜິດປົກກະຕິ, ມີອາການເຈັບທ້ອງຊຳເຮື້ອ ແລະ ມັກປວດຮາກຕະຫລອດ ໃນໄລຍະ 2 ປີຜ່ານມາ ຈົນຕົກສະເງີ້ ເມື່ອແພດພົບແມ່ພະຍາດໂຕແປ ຍາວ 6.2 ແມັດ ຢູ່ໃນທ້ອງຂອງຕົນ.

ຫລັງຈາກເຂົ້າພົບແພດທີ່ໂຮງໝໍ ດຣ. ຈ້ຽນ ຫລີ່ ແພດປະຈຳມະຫາວິທະຍາໄລແພດສາດ ແຂວງຫູເປີ່ຍ ໄດ້ກວດພົບເຫັນໄຂ່ຂອງພະຍາດດັ່ງກ່າວ ໃນອາຈົມຂອງຜູ້ກ່ຽວ ຈຶ່ງໄດ້ສັ່ງຢາຖ່າຍພະຍາດໃຫ້ຜູ້ກ່ຽວກິນ ແລະ ຜົນປະກົດວ່າ ພົບພະຍາດຍາວ 6.2 ແມັດ ອອກມາຈາກຮ່າງກາຍຂອງຄົນເຈັບ ຊຶ່ງເປັນພະຍາດໂຕແປ Taenia saginata ທີ່ເກີດມາຈາກ ພຶດຕິກຳການກິນ ຊີ້ນງົວແບບດິບໆສົດໆຂອງຜູ້ກ່ຽວເອງ.

ດຣ. ຈ້ຽນ ໄດ້ອະທິບາຍວ່າ ພະຍາດໂຕແປ ມັກເກາະຕິດຢູ່ຕາມລຳໄສ້ຂອງຄົນ ແລະ ສາມາດຈະເລີນເຕີບໂຕ ຈົນມີຂະໜາດຍາວຫລາຍແມັດ ໂດຍພາຍຫລັງໄດ້ປິ່ນປົວຄົນເຈັບລາຍດັ່ງກ່າວນີ້ ເປັນເວລາສາມເດືອນ ຜູ້ກ່ຽວກໍບໍ່ສະແດງອາການໃດໆອີກ ແລະ ສາມາດກິນອາຫານໄດ້ຕາມປົກກະຕິ ລວມເຖິງກັບຄືນມີນ້ຳໜັກແບບສົມບູນອີກດ້ວຍ.

ພ້ອມນັ້ນ, ດຣ. ຈ້ຽນ ຍັງໄດ້ຝາກຄຳເຕືອນ ເຖິງກຸ່ມຜູ້ມັກກິນຊີ້ນສົດ ໃຫ້ລະມັດລະວັງບໍ່ກິນຊີ້ນໝູ ຫລື ຊີ້ນງົວ ທີ່ບໍ່ໄດ້ຜ່ານການປຸງແຕ່ງຈົນສຸກ ແລະ ຫລີກລ່ຽງຊີ້ນສັດ ທີ່ມີລັກສະນະຄ້າຍຄືເມັດສາຄູ ຕິດຢູ່ຕາມຊີ້ນ ຊຶ່ງເອີ້ນວ່າ ໝູສາຄູ (cysticercus) ອັນເປັນແຫລ່ງເພາະພັນ ຂອງເຊື້ອພະຍາດຕ່າງໆ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...