spot_img
Homeຂ່າວເຫດການຄະນະປະຈຳສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາສຳຄັນ ປະຈຳເດືອນມັງກອນນີ້!

ຄະນະປະຈຳສະພາແຫ່ງຊາດ ພິຈາລະນາຫຼາຍບັນຫາສຳຄັນ ປະຈຳເດືອນມັງກອນນີ້!

Published on

ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມັງກອນ, ພາຍ ໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ, ບັນດາທ່ານ ຄະນະປະຈຳສະພາແຫ່ງຊາດ, ຮອງກຳມາທິການສະພາ, ຄະນະຫ້ອງວ່າການສະພາ, ປະ ທານຄະນະສະມາຊິກສະພາ, ຫົວໜ້າຄະນະວຽກງານສະມາ ຊິກສະພາ, ຮອງຫົວໜ້າຄະ ນະເລຂາທິການສະພາພ້ອມ ດ້ວຍບັນດາແຂກຖືກເຊີນ.

ກອງປະຊຸມແມ່ນຈະໄດ້ ຮັບຟັງການລາຍງານຜົນການ ຮຽບຮຽງກົດໝາຍ ທີ່ກອງປະຊຸມ ສະໄໝສາມັນເທື່ອທີ X ຂອງ ສະພາແຫ່ງຊາດ ຊຸດທີ VII ຮັບຮອງເອົາຄື: ກົດໝາຍວ່າ ດ້ວຍລັດຖະບານ (ສະບັບປັບ ປຸງ), ກົດໝາຍວ່າດ້ວຍການ ຕ້ານການຄ້າມະນຸດ, ການຂໍ ຫັນປ່ຽນເນື້ອທີ່ປ່າສະຫງວນ ແຫ່ງຊາດດົງຫົວສາວແຂວງ ຈຳປາສັກ, ການສະເໜີຕົກ ລົງໃຫ້ສັດຕະຍາບັນແກ່ສົນທິ ສັນຍາສາກົນ ວ່າດ້ວຍການ ສ້າງລະບຽບທາງພາສີໃຫ້ກະ ທັດຮັດ ງ່າຍດາຍ ແລະ ເປັນ ເອກະພາບ ຫຼື ສົນທິສັນຍາ ກຽວໂຕ ສະບັບປັບປຸງ, ການ ພິຈາລະນາຮ່າງຂໍ້ຕົກລົງວ່າ ດ້ວຍມາດຕະຖານການກວດ ສອບແຫ່ງລັດ, ພິຈາລະນາ ອອກມະຕິ ເພື່ອອະນຸຍາດໃຫ້ ອົງການກວດສອບແຫ່ງລັດ ນຳໃຊ້ພາກວິຊາສະເພາະກ່ຽວ ຂ້ອງຈາກພາຍນອກເຂົ້າຮ່ວມ ໃນການກວດສອບແຫ່ງລັດ, ພິຈາລະນາ ແລະ ຂໍທິດຊີ້ນຳ ແຜນຝຶກອົບຮົມປີ 2016- 2020, ພິຈາລະນາຂໍອະນຸມັດ ຈັດກອງປະຊຸມຝຶກອົບຮົມຜູ້ ສະໝັກຮັບເລືອກຕັ້ງເພດຍິງ ສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນຂັ້ນ ແຂວງ, ພິຈາລະນາສັດຕະຍາ ບັນວ່າດ້ວຍສັນຍາຫຼາຍຝ່າຍ ອາຊຽນ ວ່າດ້ວຍການຂົນສົ່ງຜູ້ ໂດຍສານທາງອາກາດຢ່າງເສ ລີເຕັມຮູບແບບ, ລາຍງານຜົນ ສຳເລັດການສຳມະນາແລກ ປ່ຽນບົດຮຽນລະຫວ່າງລັດຖະ ສະພາກຳປູເຈຍ, ລາວ ແລະ ຫວຽດນາມ ກ່ຽວກັບການຄວບ ຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ນະໂຍບາຍທີ່ກ່ຽວຂ້ອງ ແລະ ການພິຈາລະນາວຽກ ງານອື່ນໆ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...