spot_img
Homeຂ່າວເຫດການນ.ວ ຫາລືກຽມການເລືອກຕັ້ງ ສສຊ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງ

ນ.ວ ຫາລືກຽມການເລືອກຕັ້ງ ສສຊ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງ

Published on

ຄະນະ​ກຳມະການ​ເລືອກ​ຕັ້ງຂັ້ນ​ນະຄອນຫຼວງ ເພື່ອ​ການເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງຊາດ ຊຸດ​ທີ VIII ແລະ ສະມາຊິກສະພາ​ປະຊາຊົນ ນະຄອນຫຼວງວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ ​ການ​ກະກຽມການ​ເລືອກ​ຕັ້ງ​ສະມາຊິກ​ສະພາແຫ່ງ​ຊາດ ຊຸດ​ທີ VIII ແລະ ສະມາ​ຊິກ​ສະພາ​ປະຊາຊົນນະຄອນຫຼວງ ຂຶ້ນ​ວັນ​ທີ 25 ມັງກອນ 2016 ນີ້ ຢູ່​ທີ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ ໂດຍ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະພັກ ເຈົ້າ​ຄອງ​ນະຄອນຫຼວງ ມີຮອງ​ເລຂາ​ຄະນະ​ພັກນະຄອນຫຼວງ ກຳມະການ​ປະຈຳ​ພັກ ກຳມະ​ການ​ພັກ ປະທານ​ກວດກາ​ພັກ-ລັດ ຫົວໜ້າ​ຄະນະ​ຈັດ​ຕັ້ງນະຄອນ​ຫຼວງ ປະທານ​ຄະນະ​ສະ​ມາຊິກ​ສະພາ​ແຫ່ງ​ຊາດ​ເຂດ​ເລືອກຕັ້ງ​ທີ 1 ນວ ​ສສຊ ເຂດ​ເລືອກຕັ້ງ​ທີ 1 ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ຫາລື​ໂຄງ​ປະກອບ​ການຈັດຕັ້ງເປົ້າ​ໝາຍ ​ບຸກຄະລາ​ກອນ​ທີ່​ຈະ​ລົງ​ສະໝັກ​ຮັບເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາແຫ່ງ​ຊາດ ຊຸດ​ທີ VIII ແລະ ສະມາ​ຊິກ​ສະພາ​ປະຊາຊົນ ນະຄອນຫຼວງ​ວຽງ​ຈັນ ທິດ​ທາງ​ວຽກ​ງານຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງຂັ້ນ​ນະຄອນຫຼວງ​ວຽງ​ຈັນ ເພື່ອດຳເນີນ​ການ​ເລືອກ​ຕັ້ງ ​ສສຊ ຊຸດທີ VIII ແລະ ສະພາ​ປະຊາຊົນນະຄອນ​ຫຼວງ​ວຽງ​ຈັນ ຄະນະ​ກຳ​ມະການ​ເລືອກ​ຕັ້ງ​ຂັ້ນ​ນະຄອນຫຼວງ ວ່າ​ດ້ວຍ​ການ​ແບ່ງ​ຄວາມ​ຮັບ​ຜິດຊອບ​ພາຍ​ໃນ ​ຄະນະ​ກຳມະການເລືອກ​ຕັ້ງ​ຂັ້ນ​ນະຄອນຫຼວງ ເພື່ອຮັບ​ໃຊ້​ການ​ເລືອກ​ຕັ້ງ ສສຊ ຊຸດ​ທີ VIII ແລະ ສະພາ​ປະຊາຊົນນະຄອນ​ຫຼວງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...