spot_img
Homeຂ່າວເຫດການໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ

ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ

Published on

DSC_2460 bounnhang 1 DSC_2460 bounnhang 2 DSC_2460 bounnhang 3

​           ຂປລ. ​ໃນ​ວັນ​ທີ 23 ມັງກອນນີ້ ຢູ່ ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ ຄະນະ​ພັກ, ອົງການ​ປົກຄອງ ​ແລະ ຊາວ​ນະ ຄອນຫລວງ​ວຽງ​ຈັນ, ​ໄດ້​ຕາງໜ້າ​ປະຊາຊົນ​ລາວ​ໃນ​ທົ່ວ​ປະ​ເທດ ມີ​ຄວາມ​ພາກພູມ​ໃຈ ​ແລະ ຖື​ເປັນ​ກຽດ​ຢ່າງສູງ ທີ່​ໄດ້​ຈັດ​ພິທີ​ໂຮມ​ຊຸມນຸມ​ຊົມ​ເຊີຍ​ຜົນ​ສໍາ​ເລັດ ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ ໂດຍການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ, ມີ​ບັນດາ​ສະຫາຍກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ກໍາມະການ​ສູນ​ກາງ​ພັກ ​ແລະ ຊາວ​ນະຄອນຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມ.

​​ໃນ​ໂອກາດ​ນີ້ ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ. ​ເລຂາ​ຄະນະ​ພັກ, ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ​ກ່າວ​​ວ່າ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໃນ​ຄັ້ງ​ນີ້​ ກໍ​ແມ່ນ​ເຫດການ​-ການ​ເມືອງ​ໜຶ່ງ​ທີ່​ສໍາຄັນ ​ແລະ ​ເປັນ​ກຽດ​ປະ​ຫວັດ​ໜຶ່ງ​ ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍາ​ເນີ​ດ, ​ເຕີບ​ໃຫຍ່ ​ແລະ ການ​ຂະຫຍາຍຕົວ​ຂອງ​ພັກ​ເຮົາ​ຕະຫລອດ​ໄລຍະ 60 ປີ ຜ່ານ​ມາ ທັງ​ຍັງ​ເປັນ​ບາດ​ລ້ຽວສໍາຄັນ​ແຫ່ງ​ການ​ກ້າວ​ເດີນ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ​ເຮົາ​ໃນ​ໄລຍະ​ໃໝ່, ​ເຊິ່ງກອງ​ປະຊຸມ​ໃຫຍ່​ ​ໄດ້​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ ​ເຖິງ​ການ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ເຊິ່ງ​ໃນ​ຕະຫລອດ​ໄລຍະ 5 ປີຜ່ານມາ​ສາມາດ​ຍາດ​ໄດ້ຜົນ​ສໍາ​ເລັດ​ທີ່​ໜ້າ​ພາກ​ພູມ​ໃຈ​ໃນ​ຫລາຍ​ດ້ານ ອັນ​ສໍາຄັນ ​ແລະ ​ເປັນ​ພື້ນຖານ​ ແມ່ນ​ອໍານາດ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໄວ້​ໄດ້​ຢ່າງ​ໝັ້ນຄົງ, ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ມີ​ຄວາມ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ​ເປັນ​ລະບຽບ​ຮຽບຮ້ອຍ​ໂດຍ​ພື້ນຖານ, ​ເສດຖະກິດ​ຂະຫຍາຍຕົວ​ຈັງຫວະ​ໄວ​ຕໍ່​ເນື່ອງ ​ແລະ ໝັ້ນ​ທ່ຽງ ​ສະ​ເລ່ຍ​ໃນ 5 ປີ​ ບັນລຸ 7,9% ລາຍ​ໄດ້​ສະ​ເລຍ​ຕໍ່​ຫົວ​ຄົນ​ບັນລຸ 1.970 ​ໂດ​ລາສະຫະລັດ, ສາ​ມາດ​ບັນລຸ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຫລຸດ​ລົງ​ ຍັງ​ເຫລືອ​ພຽງ​ແຕ່ 5% ກວ່າ​ເທົ່າ​ນັ້ນ. ພັກເຮົາ​ຢຶດໝັ້ນ​ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ​​ ຕິດ​ພັນ​ກັບ​ການ​ພັດທະນາ​​ສັງຄົມ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໄປ​ຕາມ​ທິດ​ພັດທະນາ​ແບບ​ຍືນ​​ໂຍງ, ດໍາ​ເນີນ​ນະ​ໂຍບາຍ​ສົ່ງ​ເສີມ​ກໍາລັງ​ແຮງ​ຂອງ​ທຸກ​ພາກ ສ່ວນ​ເສດຖະກິດ ​ເຂົ້າ​ໃນ​ກາ​ນພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ແຂງ​ແຮງ, ການ​ຫັນ​ເປັນ​ອຸດສາຫະກໍາ ​ແລະ ທັນ​ສະ​ ໄໝ​ເປັນ​ຕົ້ນ​ ແມ່ນ​ໂຄງການ​ພັດທະນາ​ດ້ານ​ໄຟຟ້າ​ພະລັງ​ນ້ຳ, ບໍ່​ແຮ່, ຄົມມະນາຄົມ, ອຸດສາຫະກໍາ​ປຸງ​ແຕ່ງ​ ໄດ້​ເປັນຕົນ​ເປັນ​ຕົວ​ຂຶ້ນ, ພ້ອມ​ກັນ​ນັ້ນ ກໍ​ຊຸກຍູ້​ຂົງ​ເຂດ​ບໍລິການ​ການ​ເງິນ-ການ​ທະ​ນາ​ຄານ, ​ໂທລະ​ຄົມມະນາຄົມ, ​ເຂດ​ເສດຖະກິດ​ພິ​ເສດ, ​ເຂດ​ເສດຖະກິດ​ສະ​ເພາະ ​ແລະ ຕະຫລາດ​ຫລັກ​ຊັບ ​ໃຫ້​ມີ​ການ​ຂະຫຍາຍຕົວ​ໄວ​ໄປ​ຕາມ​ທິດ​ທັນ​ສະ​ໄໝ​ເຊິ່ງ​ໄດ້​ປະ ກອບສ່ວນ​ສໍາຄັນ​ເຂົ້າ​ໃນ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ແລະ ຊ່ວຍ​ຊຸກຍູ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໃຫ້​ຕໍ່​ເນື່ອງ.

ຜົນສຳ​ເລັດ​ດັ່ງກ່າວ, ບັນຫາ​ສຳຄັນ​ແມ່ນ​ຍ້ອນ​ພັກ​ເຮົາ ບໍ່​ພຽງ​ແຕ່​ວາງ​ແນວທາງ​ທີ່​ຖືກ​ຕ້ອງ, ຫາກ​ຍັງ​ໄດ້​ຊີ້​ບອກ​ເຖິງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍດ້ວຍ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວ ລະຫວ່າງ​ການ​ພັດທະນາ​ເສດຖະກິດ​-ສັງຄົມ ກັບ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ, ​ເຊິ່ງສ້າງສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ ​ໃຫ້​ແກ່​ການ​ທຳ​ມາ​ຫາ​ກິນ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ນັກ​ລົງທຶນ, ຜູ້​ປະກອບ​ການ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຮັບປະກັນ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ ກໍ​ຄື​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ໄດ້​ຢ່າງເປັນ​ເຈົ້າ​ການ.

ທີ່ມາ
ຂປລ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)