spot_img
Homeຂ່າວພາຍ​ໃນພິທີຮັບຮອງເອົາການສ້າງຕັ້ງອົງການສະຫະພັນກຳມະບານທະຫານແຂວງຄຳມ່ວນ

ພິທີຮັບຮອງເອົາການສ້າງຕັ້ງອົງການສະຫະພັນກຳມະບານທະຫານແຂວງຄຳມ່ວນ

Published on

ປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍ ການປັບປຸງ ແລະ ຂະຫຍາຍ ອົງການຈັດຕັ້ງກຳມະບານໃນ ກອງທັບ, ປະຕິບັດຕາມການ ແຈ້ງການຂອງສູນກາງກຳມະ ບານລາວ ເລື່ອງ ໃຫ້ຫ້ອງການ ກຳມະບານກະຊວງປ້ອງກັນ ປະເທດສ້າງຕັ້ງຮາກຖານສະ ຫະພັນກຳມະບານຢູ່ກອງບັນ ຊາການນະຄອນຫຼວງ, ກອງ ພົນ, ບັນດາກົມກອງທະຫານ ທີ່ຂຶ້ນກັບ ແລະ ປະຕິບັດຕາມ ຄຳແນະນຳຂອງຫ້ອງການ ກຳມະບານກະຊວງປ້ອງກັນ ປະເທດ.
ໃນວັນທີ 18/3/2013 ຢູ່ ສະໂມສອນກອງບັນຊາການ ທະຫານແຂວງຄຳມ່ວນໄດ້ ຈັດຕັ້ງພິທີຮັບຮອງເອົາການ ຈັດຕັ້ງອົງການສະຫະພັນກຳ ມະບານທະຫານແຂວງຄຳ ມ່ວນ ໂດຍການເຂົ້າຮ່ວມເປັນ ກຽດຂອງທ່ານ ຄຳຫຼ້າ ລໍລອນ ສີ, ຄະນະບໍລິຫານງານສູນ ກາງພັກ, ປະທານສູນກາງ ສະຫະພັນກຳມະບານລາວ, ທ່ານ ສົມນຶກ ໂສມຈັນ, ຮອງ ເລຂາພັກແຂວງ, ປະທານ ກວດກາພັກ-ລັດ ຜູ້ຊີ້ນຳວຽກ ງານອົງການຈັດຕັ້ງມະຫາຊົນ ຂັ້ນແຂວງ, ມີທ່ານພັນເອກ ບົວຄຳ ຄູນມີສຸກ, ຄະນະບໍລິ ຫານງານສູນກາງກຳມະບານ ລາວ, ຫົວຫນ້າຫ້ອງການກຳ ມະບານກະຊວງປ້ອງກັນປະ ເທດ, ມີບັນດາທ່ານຄະນະ ກຳມະການພັກແຂວງ, ຄະນະ ນຳຂອງກອງບັນຊາການທະ ຫານແຂວງ, ບັນດາຫົວຫນ້າ ຫນ່ວຍຮາກຖານກຳມະບານ ອ້ອມຂ້າງແຂວງ ແລະ ຕົວ ແທນອົງການຈັດຕັ້ງຊາວໜຸ່ມ ແມ່ຍິງທະຫານແຂວງຄຳ ມ່ວນ.
ກອງປະຊຸມຍັງໄດ້ຮັບຟັງ ບົດສະຫລຸບໃນການດຳເນີນ ເກັບກຳຂໍ້ມູນສ້າງຕັ້ງສະຫະ ພັນກຳມະບານທະຫານ ແຂວງ, ພ້ອມນັ້ນກໍ່ໄດ້ຜ່ານມະ ຕິຕົກລົງຂອງຄະນະປະຈຳ ພັກແຂວງໆຄຳມ່ວນ ວ່າດ້ວຍ ການຮັບຮອງເອົາການສ້າງຕັ້ງ ອົງການສະຫະພັນກຳມະ ບານທະຫານແຂວງຄຳມ່ວນ, ຂໍ້ຕົກລົງຂອງປະທານສະຫະ ພັນກຳມະບານແຂວງວ່າ ດ້ວຍການຮັບເອົາຄະນະບໍລິ ຫານງານສະຫະພັນກຳມະ ບານທະຫານແຂວງ ແລະ ຂໍ້
ຕົກລົງຂອງປະທານສະຫະ ພັນກຳມະບານແຂວງຄຳມ່ວນ ວ່າດ້ວຍການຮັບຮອງເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນ ສະມາຊິກກຳມະບານລາວ ຂອງສະຫະພັນກຳມະບານ ທະຫານແຂວງຄຳມ່ວນ ເພື່ອຊີ້ນຳ-ນຳພາອົງການຈັດຕັ້ງກຳມະບານທະຫານແຂວງ ໄດ້ເຄື່ອນໄຫວຕາມສິດໜ້າທີ່ ແລະ ພາລະບົດບາດຂອງອົງ ການຈັດຕັ້ງກຳມະບານ ທະຫານແຂວງໃນ ສະເພາະໜ້າ ແລະ ຍາວນານໃຫ້ມີຄຸນນະ ພາບໜັກແໜ້ນເຂັ້ມແຂງ, ເພື່ອສືບຕໍ່ແຂ່ງຂັນກັນສ້າງ ຜົນງານຄຳນັບຮັບຕ້ອນກອງ ປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກແຂວງ ແລະ ກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະ
ສະຫະພັນກຳມະບານທະ ຫານແຂວງໃຫ້ຟົດຟື້ນ, ປະຕິ ບັດຕາມຄຳຂວັນ 2 ດີ 5 ເປັນເຈົ້າຂອງກຳມະບານລາວໃຫ້ ປະກົດຜົນເປັນຈິງ.

 

ທີ່ມາ http://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...