spot_img
Homeຂ່າວເຫດການຫ້ອງວ່າການລັດຖະບານ ຍົກສູງ ບົດບາດເປັນເສນາທິການຮັບໃຊ້ທີ່ດີ

ຫ້ອງວ່າການລັດຖະບານ ຍົກສູງ ບົດບາດເປັນເສນາທິການຮັບໃຊ້ທີ່ດີ

Published on

ຫ້ອງວ່າການລັດ ຖະບານ ໄດ້ຍົກສູງບົດ ບາດ ການເປັນເສນາທິ ການ, ການປະສານງານ ແລະ ການຮັບໃຊ້ທີ່ດີໃຫ້ ແກ່ລັດຖະບານ ແລະ ນາຍົກ ລັດຖະມົນຕີໃນການ ອຳນວຍ, ຄວບຄຸມການ  ເຄື່ອນໄຫວຂອງລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນ: ຊ່ວຍວຽກນາຍົກ, ຮອງນາຍົກລັດຖະມົນຕີ ໃນການບໍລິຫານບັນຊາວຽກງານລວມ ແລະ ປະສານ ສົບທົບກັບບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດ ຕັ້ງມະຫາຊົນ ແລະ ອົງການປົກຄອງທ້ອງຖິ່ນສ້າງ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ລະບຽບແບບ ແຜນການເຮັດວຽກ ແລະ ແຜນການເຄື່ອນໄຫວວຽກ ງານຂອງລັດຖະບານ.
ສະຫາຍ ດຣ. ສອນໄຊ ສີພັນດອນ ກຳມະການສູນ ກາງພັກ, ເລຂາຄະນະພັກ ຫ້ອງວ່າການລັດຖະບານ ໄດ້ປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ກ່ຽວກັບຍົກສູງບົດບາດ ການເປັນເສນາທິການ,ການ ປະສານງານ ແລະ ການບໍລິການຮັບໃຊ້ທີ່ດີ ໃນວັນທີ 19 ມັງກອນຜ່ານມາ ໂດຍໄດ້ຍົກໃຫ້ເຫັນວ່າ: ໃນ 5 ປີ ທີ່ຜ່ານມາ
ພາຍໃຕ້ການຊີ້ນຳ-ນຳພາຂອງ ກົມການເມືອງສູນກາງພັກ, ຄະນະພັກຫ້ອງວ່າການລັດ ຖະບານ ໄດ້ມີຜົນສຳເລັດໃນ ການເປັນເສນາທິການ, ປະ ສານງານ ແລະ ການບໍລິການ ຮັບໃຊ້ທີ່ດີດ້ວຍການເອົາໃຈ ໃສ່ຊີ້ນຳການບຸກທະລຸດ້ານ ຈິນຕະນາການ ໂດຍສຸມໃສ່ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ IX ຂອງພັກ, ບັນດາມະຕິຂອງສູນກາງພັກ ສະໄໝທີ IX ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ເປັນແຜນເຄື່ອນ ໄຫວປະຈຳປີ; ໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດ ຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມຂອງ ລັດ, ກົດໝາຍ, ດຳລັດ, ມະ ຕິ, ຄຳສັ່ງ ຂອງລັດຖະບານ ເປັນຕົ້ນການແກ້ໄຂໜີ້ຄຸມ ເຄືອ, ໂຄງການນອກແຜນ, ບັນຫາໄມ້, ທີ່ດິນ, ບໍ່ແຮ່, ປະ ກົດການຫຍໍ້ທໍ້, ພະຍາດລະ ບາດ, ບັນຫາເຄັ່ງຮ້ອນ ແລະ ອື່ນໆ; ເອົາໃຈໃສ່ປັບປຸງກົນໄກ ກໍຄືລະບອບລະບຽບການປະ ສານງານ, ການປະສານສົມ ທົບກັບພາກສ່ວນກ່ຽວຂ້ອງທັງ ສູນກາງ ແລະ ທ້ອງຖິ່ນ, ຂຶ້ນ ແຜນການເຄື່ອນໄຫວຂອງນາ ຍົກ, ຮອງນາຍົກລັດຖະມົນຕີ ກັບແຜນການເຄື່ອນໄຫວຂອງ ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນ ກາງພັກໃຫ້ມີຄວາມກົມກຽວດີ ຂຶ້ນ; ປະຕິບັດລະບອບສ່ອງ ແສງລາຍງານ,​ ທັງເຜີຍແຜ່ ແນະນຳມະຕິກອງປະຊຸມລັດ ຖະບານ, ຄຳເຫັນຊີ້ນຳຂອງຂັ້ນ ເທິງປະຈຳເດືອນ ເພື່ອໃຫ້ບັນ ດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງທັນ ການ.
ພ້ອມກັນນີ້, ຍັງໄດ້ສ້າງ ເງື່ອນໄຂອຳນວຍຄວາມສະ ດວກດ້ານວິທີການ, ຄວາມ ປອດໄພ, ງົບປະມານໃຫ້ແກ່ ການປະຕິບັດໜ້າທີ່ວຽກງານ ຂອງນາຍົກ ແລະ ຮອງນາຍົກ ລັດຖະມົນຕີ, ຄະນະລັດຖະ ບານ ແລະ ຄະນະກຳມະການ ທີ່ສັງກັດຢູ່ຫ້ອງວ່າການລັດຖະ ບານ ໃນການດຳເນີນກອງປະ ຊຸມສຳຄັນຕ່າງໆ ໂດຍເນັ້ນ ການປະຕິບັດນະໂຍບາຍປະ ຢັດ, ຕ້ານການຟູມເຟືອຍ ແລະ ອື່ນໆ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...