spot_img
Homeຂ່າວທ້ອງຖິ່ນປະທານ ອພສ ປະຕິບັດສາສະນະກິດ ທີ່ຫຼວງພະບາງ

ປະທານ ອພສ ປະຕິບັດສາສະນະກິດ ທີ່ຫຼວງພະບາງ

Published on

ພຣະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານສູນກາງ ອພສ ປະຕິບັດສາສະນະກິດ ທີ່ແຂວງຫຼວງພະບາງ

12508890_444086699130590_699293060493608605_n

ການປະຕິບັດສາສະນະກິດທີ່ແຂວງຫລວງພຣະບາງ ຂອງພຣະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານສູນກາງ ອພສ. ລະຫ່າງວັນທີ 18-20/01/2016,  ກ່ອນເດີນທາງກັບຄືນນະຄອນຫລວງວຽງຈັນ ວັນທີ 20/01/2016 ພຣະອາຈານໃຫຍ່ ໄດ້ເດີນທາງໄປຂາບຄາຣະວະພຣະບາງພຸດທະລາວັນ ທີ່ຫໍພຣະບາງໃນພຣະບໍຣົມມະຫາຣາຊວັງ, ເດີນທາງໄປຂາບຄາຣະວະ ພຣະມ່ານ ທີວັດຊຽງທອງ ແລະ ໄປຢ້ຽມຊົມ ວັດສັງຄະໂລກ ທີ່ພຣະເຈົ້າມະຫາຊີວິດ ໂພທິສາຣະຣາຊ ຊົງສ້າງຂຶ້ນໃສ່ສະຖານທີ່ຫໍຜີຫລວງ ເພື່ອປະກາດຍົກເລີກໃນການນັບຖືຜີຫໍ ຜີໂຮງ…ຫລັງຈາກນັ້ນກໍ່ໄດ້ເດີນທາງກັບນະຄອນຫລວງວຽງຈັນ ໂດຍມີປະທານ ອພສ. ແຂວງຫລວງພຣະບາງພ້ອມດ້ວຍຄະນະ ແລະ ແນວລາວສ້າງຊາດແຂວງຫລວງພຣະບາງພ້ອມດ້ວຍຄະນະ ນຳສົ່ງເຖິງສະໜາມບິນ ແລະເດີນທາງກັບດ້ວຍການບິນລາວ ໂດຍສະຫວັດດີພາບ,

ສູນກາງ ອພສ. ຂໍຂອບໃຈເປັນຢ່າງສູງມາຍັງ ປະທານ ອພສ.ແຂວງຫລວງພຣະບາງພ້ອມດ້ວຍຄະນະ ແນວລາວສ້າງຊາດແຂວງຫລວງພຣະບາງ ອົງການຈັດຕັ້ງທຸກພາກສ່ວນ ຕລອດເຖິງຍາດໂຍມຊາວແຂວງຫລວງພຣະບາງ ທີ່ໄດ້ໃຫ້ການຕ້ອນຮັບພຣະອາຈານໃຫຍ່ ພ້ອມດ້ວຍຄະນະຜູ້ຕິດຕາມ ດ້ວຍຄວາມອົບອຸ່ນ ຕລອດໄລຍະເວລາທີ່ປະຕິບັດສາສະນະກິດໃນຄັ້ງນີ້.

ສາສະນະກິດສຳຄັນ ໃນຄັ້ງນີ້ ປະກອບມີ:

19/01/2016 ພຣະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານສູນກາງ ອພສ. ໄດ້ເມດຕາເປັນປະທານໃນພິທີເຖຣາພິເສກ (ຫົດສົງ) ສະຫລອງສະມະນະສັກ ພຣະອັກຄະມະຫາສັດທຳມະໂຊຕິກະທະຊະ ທີ່ລັດຖະບານປະເທດມຽນມາຖວາຍແກ່ ສາທຸໃຫຍ່ບຸນທັນ ປຸນຍະກາມະເຖຣະ ທີ່ປຶກສາ ອພສ. ແຂວງຫລວງພຣະບາງ ເຈົ້າອະທິການ ວັດປ່າໂພນເພົາ ວະນາຣາມ ເມືອງຫລວງພຣະບາງ ແຂວງຫລວງພຣະບາງ.

ໃນວັນດຽວກັນ ພຣະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ປະທານສູນກາງ ອພສ. ໄດ້ເມດຕາໄປຢ້ຽມຢາມ ສຳນັກຮຽນ ວັດຜາໂອ ເມືອງຫລວງພຣະບາງ ແຂວງຫລວງພຣະບາງ, ສາທຸໃຫຍ່ອ່ອນແກ້ວ ກິດຕິພັດໂທ ປະທານ ອພສ. ແຂວງ, ເຈົ້າສຳນັກຮຽນ ພ້ອມດ້ວຍພຣະສົງສາມະເນນ ໄດ້ຖວາຍການຕ້ອນຮັບຢ່າງອົບອຸ່ນ ພ້ອມດຽວກັນນີ້ ພຣະອາຈານໃຫຍ່ ໄດ້ຖວາຍເງິນສ່ວນຕົວຈຳນວນ 5,000,000 ກີບ ເພື່ອອຸປະຖຳສຳນັກຮຽນດັ່ງກ່າວ, ຫລັງຈາກນັ້ນ ພຣະອາຈານໃຫຍ່ ໄດ້ເດີນທາງໄປຢ້ຽມຢາມ ວັດພູຄວາຍ ເມືອງແລະແຂວງຫລວງພຣະບາງ ຢ້ຽມຊົມສະຖານທີ່ ທີ່ຈະສ້າງໂຮງຮຽນສົງ ແຫ່ງໃໝ່ ແລະ ຕຽມຈະເປີດການຝຶກປະຕິບັດກຳມະຖານ ລະຫວ່າງ 25-31/01/2016 ນີ້, ສາທຸໃຫຍ່ຈັນທະຣິນ ຈິນນະທັມໂມ ຮອງປະທານ ອພສ. ແຂວງ ເຈົ້າອະທິການວັດ ໄດ້ຖວາຍການຕ້ອນຮັບຢ່າງອົບອຸ່ນ.

12512536_444086732463920_4441624107265826321_n

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...