spot_img
Homeຂ່າວເຫດການຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງພັກ ໄດ້ເຮັດໃຫ້ວຽກງານ ຖວທ ພົ້ນເດັ່ນຂຶ້ນ

ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງພັກ ໄດ້ເຮັດໃຫ້ວຽກງານ ຖວທ ພົ້ນເດັ່ນຂຶ້ນ

Published on

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຽ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນຂອງວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຽ່ ຄັ້ງທີ IX ຂອງພັກ ມີບາງຕອນທ່ານກ່າວວ່າ ໄລຍະ 5 ປີ ຜ່ານມາ ໄດ້ພະຍາຍາມປະຕິບັດໜ້າທີ່ສ່ວນໃຫຽ່ສຳເລັດ ແລະ ມີໝາກຜົນຢ່າງຈະແຈ້ງໂດຍພື້ນຖານ ໂດຍສະເພາະໄດ້ຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມໃຫຽ່ ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກ ກໍຄືມະຕິຂອງກອງປະຊຸມໃຫຽ່ ຄັ້ງທີ III ຂອງອົງຄະນະພັກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງໄດ້ພັດທະນາວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄປຢ່າງຕໍ່ເນື່ອງ ມີທັງດ້ານຄຸນະພາບ ແລະ ປະລິມານ ເປັນຕົ້ນແມ່ນວຽກງານສື່ສິ່ງພິມ ແມ່ນໄດ້ຮັບການພັດທະນາເປັນກ້າວໆ ປັດຈຸບັນມີໜັງສືພິມ ແລະ ວາລະສານຫຼາຍກວ່າ 120 ສະບັບ ໂທລະພາບ 37 ສະຖານີ ວິທະຍຸ 53 ສະຖານີ ເຮັດໃຫ້ວຽກງານສື່ມວນຊົນມີຄວາມສຳຄັນຫຼາຍໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ນໍາສະເໜີບັນຫາຕ່າງໆໃຫ້ແກ່ສັງຄົມໄດ້ຮັບຮູ້ ເປັນຕົ້ນການພັດທະນາເສດຖະກິດ-ສັງຄົມ ການຄ້າ ການລົງທຶນ ການທ່ອງທ່ຽວ ການບໍລິການ ລະບຽບກົດໝາຍ ວັດທະນະທໍາ ສາຍພົວພັນອັນດີງາມ ການໄປມາຫາສູ່ກັນລະຫວ່າງປະເທດບ້ານໃກ້ເຮືອນຄຽງ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ ພ້ອມນີ້ຍັງໄດ້ຊຸກຍູ້ຂະບວນການສ້າງບ້ານວັດທະນະທຳ ປັດຈຸບັນສາມາດສ້າງບ້ານວັດທະນະທຳໄດ້ 4.000 ກວ່າບ້ານ ກວມເອົາ 60% ຂອງຈຳນວນບ້ານໃນທົ່ວປະເທດ ຄອບຄົວວັດທະນະທຳ 700.000 ກວ່າຄອບຄົວ ປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ສ້າງຂະບວນການສິລະປະວັດທະນະທຳໃນທົ່ວປະເທດ ປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ ຮັກສາມໍລະດົກຂອງຊາດ ຂະຫຽາຍຕານ່າງຫໍພິພິຕະພັນ ວຽກງານທ່ອງທ່ຽວໃນປີ 2013 ເຊິ່ງສະພາການຄ້າເອີຣົບ ໄດ້ຮັບຮອງເອົາປະເທດລາວ ເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ຫຼວງພະບາງ ກໍໄດ້ຮັບລາງວັນເປັນນະຄອນທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ 8 ປີຊ້ອນ ປະລິມານນັກທ່ອງທ່ຽວໃນແຕ່ລະປີກໍມີຈຳນວນເພີ່ມຂຶ້ນ ຫຼ້າສຸດປີ 2015 ມີນັກທ່ອງທ່ຽວເຂົ້າມາຫຼາຍກວ່າ 4.000.000 ກວ່າຄົນ ສາມາດສ້າງລາຍຮັບໄດ້ 670.000.000 ກວ່າໂດລາສະຫະລັດ ອັນເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມສີວິໄລ ຈະເລີນກ້າວໜ້າ ແລະ ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ນັບມື້ດີຂຶ້ນ.

ຂ່າວ/ພາບ: ກິດຕ້າ

ແຫ່ລງຂ່າວ

ວຈທດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...