spot_img
Homeຂ່າວການພັດທະນາທາງແຕ່ 3 ແຍກດອນໜູນ-ຂົວທ່າງ່ອນຄືບໜ້າ 80%

ທາງແຕ່ 3 ແຍກດອນໜູນ-ຂົວທ່າງ່ອນຄືບໜ້າ 80%

Published on

9b5ae2ddd25a714803c8e62862b17d63_L

ພາຍ­ຫຼັງ​ເລີ່ມ​ລົງ­ມື​ກໍ່­ສ້າງ​ແຕ່​ທ້າຍ ປີ 2013 ຮອດ​ປະ­ຈຸ​ບັນ ໂຄງ­ການ​ກໍ່ ສ້າງ​ເສັ້ນ­ທາງ​ແຕ່ 3 ແຍກ​ດອນ​ໜູນ​ຫາ ສົ້ນ​ຂົວ​ທ່າ​ງ່ອນ ນະ­ຄອນ­ຫຼວງ​ວຽງ​ຈັນ ໜ້າ​ວຽກ​ໂດຍ​ລວມ​ປະ­ຕິ­ບັດ​ໄດ້ 80% ຂະນະ​ທີ່​ທາງ​ເຈົ້າ​ຂອງ​ໂຄງ­ການ​ຄາດ​ວ່າ​ຈະເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ ເມ­ສາ​ໜ້າ​ນີ້​ໂດຍ​ມີ​ມູນ​ຄ່າ​ກໍ່­ສ້າງ 4 ຮ້ອຍ ຕື້​ກວ່າ​ກີບ.

ໂຄງ­ການ​ກໍ່­ສ້າງ​ທາງ​ເບ​ຕົງ​ເສີມ​ເຫຼັກ ທາງ​ເລກ 10 ແຕ່ 3 ແຍກ​ດອນ​ໜູນ-ສົ້ນ​ຂົວ​ທ່າ​ງ່ອນ ແມ່ນ​ໂຄງ­ການ​ໜຶ່ງ​ທີ່ ນອນ​ໃນ​ແຜນ​ສົກ​ປີ 2013-2014 ເພື່ອ ເລັ່ງ​ໃສ່​ພັດ­ທະ­ນາ​ລະ­ບົບ​ພື້ນ­ຖານ​ໂຄງ ລ່າງ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ນັບ ມື້​ມີ​ຄວາມ​ສະ­ດວກ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ຊຶ່ງ​ຈະ​ໃຊ້​ງົບ­ປະ­ມານ​ກໍ່­ສ້າງ​ທັງ​ໝົດ 56,95 ລ້ານ​ກວ່າ​ໂດ​ລາ ຫຼື ປະ­ມານ 455,65 ຕື້​ກວ່າ​ກີບ ໂດຍ​ມີ​ໄລ­ຍະ​ທາງ ຍາວ​ທັງ​ໝົດ 11,87 ກິ­ໂລ­ແມັດ, ຄວາມ ກວ້າງ​ຂອງ​ໜ້າ​ທາງ 23,8 ແມັດ ນັບ ທັງ​ທາງ​ດອນ​ກາງ ແລະ​ທາງ​ຄົນ​ຍ່າງ 1,5-2 ແມັດ, ສ່ວນ​ໜ້າ​ທາງ​ຈະ​ປູ​ດ້ວຍ ເບ​ຕົງ​ເສີມ​ເຫຼັກ​ໜາ 23 ຊັງ​ຕີ​ແມັດ, ປະ ກອບ ມີ​ຄອງ​ລົດ​ແລ່ນ​ໄວ​ຂ້າງ​ລະ 2 ຄອງ​ກວ້າງ​ຄອງ​ລະ 3,50 ແມັດ ແລະ ຄອງ​ລົດ​ແລ່ນ​ຊ້າ​ຂ້າງ​ລະ 1 ຄອງ​ກວ້າງ 2,30 ແມັດ, ມີ​ເສົາ​ໄຟ​ເຍືອງ​ທາງ​ຢູ່​ດອນ ກາງ ແລະ​ມີ​ຄອງ​ລະ­ບາຍ​ນ້ຳ​ເປື້ອນ​ຢູ່ 2 ຂ້າງ​ທາງ ໂດຍ​ການ​ອອກ​ແບບ​ໃຫ້​ສາ ມາດ​ນຳ​ໃຊ້​ງານ​ໄດ້ 20 ປີ ຂຶ້ນ​ໄປ.

ແນວ­ໃດ​ກໍ​ດີ ເມື່ອ​ວັນ​ທີ 7 ມັງ­ກອນ 2016 ທ່ານ ຕີ້ງ​ຄຳ ສີ­ສະ​ຫວັດ ຫົວ ໜ້າ​ໂຄງ­ການ​ດັ່ງ­ກ່າວ​ໃຫ້​ສຳ­ພາດ​ກັບ ທີມ​ຂ່າວ​ເສດ­ຖະ­ກິດ​ວ່າ: ພາຍ­ຫຼັງ​ໂຄງ ການ​ດັ່ງ­ກ່າວ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່ ເດືອນ​ພະ­ຈິກ 2013 ກໍ​ມີ​ຫຼາຍ​ໜ້າ​ວຽກ​ໄດ້​ກ້າວ​ໄປ​ຢ່າງ​ຕໍ່​ເນື່ອງ ພ້ອມ​ທັງ​ມີ​ຫຼາຍ ໜ້າ​ວຽກ​ທີ່​ສາ­ມາດ​ປະ­ຕິ­ບັດ​ໄດ້​ສຳ­ເລັດ ແລະ​ກໍ​ຍັງ​ມີ​ບາງ​ໜ້າ​ວຽກ​ທີ່​ພວມ​ສືບ­ຕໍ່​ປະ­ຕິ­ບັດ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ 100% ທັນ​ກັບ​ການ​ມອບ-ຮັບ ແລະ​ເປີດ​ນຳ​ໃຊ້ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ເມ­ສາ ປີ2016 ນີ້.

ໂດຍ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ­ການ ມາ​ຮອດ​ດຽວ­ນີ້ ໂດຍ​ລວມ​ແມ່ນ​ສະ­ເລ່ຍ ໄດ້ 80%, ໃນ​ນີ້​ວຽກ​ທີ່​ສຳ­ເລັດ​ແລ້ວ​ມີ ເທ​ເບ​ຕົງ​ໜ້າ​ທາງ, ວາງ​ທໍ່​ລະ­ບາຍ​ນ້ຳ ແລະ​ວຽກ​ອື່ນໆ, ສ່ວນ​ວຽກ​ເທ​ທາງ     ຮ່ອມ​ແມ່ນ​ໃກ້​ສຳ­ເລັດ, ນອກ​ນັ້ນ ທາງ ໂຄງ­ການ​ກໍ​ຍັງ​ສືບ­ຕໍ່​ປະ­ຕິ­ບັດ​ບາງ​ໜ້າ ວຽກ​ທີ່​ເຫັນ​ວ່າ ຍັງ​ບໍ່​ສຳ­ເລັດ​ເປັນ­ຕົ້ນ ແມ່ນ​ວຽກ​ເທ​ດອນ​ກາງ, ວຽກ​ປູ​ທາງ​ຄົນ ຍ່າງ, ວຽກ​ຕິດ​ຕັ້ງ​ເສົາ​ໄຟ​ເຍືອງ​ທາງ, ວຽກ​ແຕ້ມ​ປ້າຍ​ທາງ ແລະ​ຕິດ​ຕັ້ງ​ປ້າຍ ສັນ­ຈອນ​ຕ່າງໆ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ ພາຍ​ໃນ​ເດືອນ​ມີ­ນາ​ນີ້ ທ່ານ​ຫົວ­ໜ້າ​ໂຄງ ການ​ກ່າວ​ຕື່ມ.

ແຫ່ລງຂ່າວ

ເສດຖະກິດ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...