spot_img
Homeມູມໄອທີລາວພົບແອັບພິເຄຊັ່ນມັດແວຣ ຖືກປົດອອກຈາກ Google Play Store

ພົບແອັບພິເຄຊັ່ນມັດແວຣ ຖືກປົດອອກຈາກ Google Play Store

Published on

image

ມີລາຍງານຫຼ້າສຸດພົບວ່າ ມີ 13 ແອັບພິເຄຊັ່ນ ຖືກປົດອອກຈາກ Google Play Store ເນື່ອງຈາກພົບມັດແວຣທີ່ເປັນອັນຕະລາຍພາຍໃນແອັບດັ່ງກ່າວ. ແອັບພິເຄຊັ່ນເຫຼົ່ານີ້ເບິ່ງຄືວ່າບໍ່ເປັນອັນຕະລາຍຕໍ່ຜູ້ໃຊ້ ແລະ ລະບົົບປະຕິບັດການແອນດຣອຍ ແຕ່ເບື້ອງຫຼັງແລ້ວມັນມີສິ່ງທີ່ອັນຕະລາຍແອບແຝງຢູ່ ນັ້ນກໍຄືແອັບພິເຄຊັ່ນເຫຼົ່ານີ້ເມື່ອຖືກຕິດຕັ້ງເທິງອຸປະກອນແອນດຣອຍແລ້ວ ມັນຈະພະຍາຍາມຂໍສິດອະນຸຍາດເຂົ້າເຖິງສ່ວນທີ່ສຳຄັນຂອງລະບົບ ແລະ ມັນຍັງຊ່ວຍຕິດຕັ້ງແອັບພິເຄຊັ່ນອື່ນໆທີ່ຕິດມັັດແວຣລົງເຄື່ອງນຳ ໂດຍທີ່ເຈົ້າຂອງເຄື່ອງບໍ່ຮູ້ໂຕ. ເຊິ່ງແອັບພິເຄຊັ່ນທັງ 13 ນີ້ເປັນແອັບເກມທັງໝົດ, ເຊິ່ງມັນງ່າຍຫຼາຍທີ່ຈະຫາຜູ້ໃຊ້ເຂົ້້າມາຕິດຕັ້ງແອັບເຫຼົ່ານີ້ ເພາະເກມທັງໝົດນັ້ນລ້ວນແຕ່ເປັນເກມທີ່ໜ້າສົນໃຈແລະມ່ວນອີກນຳ (ແອັດມິນກະເຄີຍຕິດຕັ້ງ ^^)

ແອັບພິເຄຊັ່ນທີ່ຕິດເຊື້ອເຫຼົ່ານີ້ມັນຈະສ້າງຣີວິວແລະຄວາມເຫັນປອມ ຂຶ້ນມາເທິງ Google Play Store ເພື່ອດຶງດູດໃຫ້ຜູ້ໃຊ້ເຊື່ອໃຈແລະຕິດຕັ້ງມັນ ແລະອີກຢ່າງຜູ້ໃຊ້ທີ່ Root ເຄື່ອງເຖິງວ່າຈະຄືນຄ່າໂຮງງານກໍບໍ່ສາມາດລຶບອອກໄດ້. ເຊິ່ງໃນກໍລະນີນີ້ ຜູ້ໃຊ້ຈະຕ້ອງໄດ້ Flash ROM ໃໝ່ໝົດຈຶ່ງຈະແກ້ບັນຫານີ້ໄດ້ ສຳລັບລາຍຊື່ແອັບພິເຄຊັ່ນທັງ 13 ມີດັ່ງນີ້:

– Cake Blast
– Jump Planet
– Honey Comb
– Crazy Block
– Crazy Jelly
– Tiny Puzzle
– Ninja Hook
– Piggy Jump
– Just Fire
– Eat Bubble
– Hit Planet
– Cake Tower
– Drag Box

image

  ສຳລັບຜູ້ທີ່ມີແອັບພິເຄຊັ່ນເຫຼົ່ານີ້ພາຍໃນເຄື່ອງ ກໍພ້ອມ “ທຳໃຈ Flash ROM ໄດ້ເລີຍ ^^“. ເຊິ່ງບາງແອັບພິເຄຊັ່ນຂ້າງເທິງນີ້ມີຜູ້ຕິດຕັັ້ງໄປແລ້ວ 500.000 ເຄື່ອງຫຼືຫຼາຍກວ່ານີ້ດ້ວຍຄະແນນຄວາມນິຍົມ 4.5 ດາວ

ທີ່ມາ:phonearena
ຮູບພາບໜ້າປົກຈາກ zhiyou.co

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...