spot_img
Homeຂ່າວພາຍ​ໃນຮອງນາຍົກເນັ້ນກະຊວງກະສິກຳຯ ເລັ່ງສ້າງສັນຍາສຸຂະນາໄມພືດ-ສັດ ກັບປະເທດເພື່ອນບ້ານ!

ຮອງນາຍົກເນັ້ນກະຊວງກະສິກຳຯ ເລັ່ງສ້າງສັນຍາສຸຂະນາໄມພືດ-ສັດ ກັບປະເທດເພື່ອນບ້ານ!

Published on

Untitled-3 thongsing 06 .1

ຂປລ. ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ​ຂົງ​ເຂດ​ການ​ຜະລິດ ​ແລະ ຈໍລະ​ຈອນ ​ໄດ້ແນະ​ໃຫ້​ກົມ​ປູກຝັງ, ກົມ​ລ້ຽງສັດ ​ແລະ ການ​ປະມົງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ລວມທັງ​ພາກສ່ວນ​ອື່ນໆ​ທີ່​ກ່ຽວຂ້ອງ ​ເລັ່ງ​ເຈລະຈາ​ກັບ​ບັນດາ​ປະ​ເທດ​ເພື່ອ​ບ້ານ ​ໂດຍ​ສະ​ເພາະ​ແມ່ນ​ ສສ ຫວຽດນາມ, ສປ ຈີນ ​ແລະ ປະ​ເທດ​ໄທ ​ເພື່ອ​ສ້າງ​ຂໍ້​ຕົກລົງ ​ແລະ ສັນຍາ​ກ່ຽວ​ກັບ​ສຸ​ຂະ​ນາ​ໄມ​ພດ ​ແລະ ສັດ ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ແລ້ວ​ຈຶ່ງ​ດຳ​ເນີນ​ການ​ເຮັດ​ສັນຍາ​ ກັບປະ​ເທດ​ອື່ນໆ​ ທີ່​ນອນ​ໃນ​ແຜນການ​ສົ່ງ ​ອອກ​ຜະລິດ​ຕະພັນ​ກະສິກຳ​ຂອງ​ປະ​ເທດ​ເຮົາ.

Untitled-3 thongsing 06. 2

​ໃນ​ກອງ​ປະຊຸມ​ວຽກ​ງານ​ກະສິກຳ ​ແລະ ປ່າ​ໄມ້ ທົ່ວ​ປະ​ເທດ ທີ່​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ທ່ານ​ ຮອງ​ນາຍົກລັດຖະມົນຕີ ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ການ​ເຮັດ​ສັນຍາ ຫລື ຂໍ້​ຕົກລົງ​ກ່ຽວ​ກັບ​ສຸ​ຂະ​ນາ​ໄມ​ພດ ​ແລະ ສັດ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ​ເພາະ​ຈະ​ເປັນ​ການ​ຢັ້ງຢືນ​ ​ແລະ ຮັບປະກັນເຖິງຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ​ຂອງ​ລາວ ​ໃນ​ເວລາ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ຍັງ​ເປັນ​ການ​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ ​ດ້ານ​ການ​ຕະຫລາດ​ໃຫ້​ແກ່​ຜະລິດ​ຕະພັນ​ກະສິກຳ​. ການ​ເຮັດ​ສັນຍາ​ກ່ຽວ​ກັບ​ສຸ​ຂະ​ນາ​ໄມ​ພດ ​ແລະ ສັດ ນີ້ທຸກ​ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ຮ່ວມ​ກັນ​ຈັດຕັ້ງປະຕິບັດ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ໂດຍ​ເລີ່​ມຈາກ​ການ​ສ້າງ​ກົນ​ໄກ ​ແລະ ກຳນົດທິດ​ທາງ​ຂຶ້ນ​ມາ​ໃຫ້​ສຳ​ເລັດ​ ​ແລ້ວ​ຈຶ່ງ​ສະ​ເໜີ​ ໃຫ້​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ດຳ​ເນີນ​ການ​ກຳນົດ​ດ້ານ​ການ​ຕະຫລາດ ​ແລະ ຄັດ​ເລືອກ​ເອົາ​ບໍລິສັດ​ມາ​ຮ່ວມ​ເຮັດ​ວຽກ​ທີ່​ປິ່ນ​ອ້ອມ​ໂຄງການ​ນີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...