spot_img
Homeຂ່າວເຫດການນະຄອນຫລວງວຽງຈັນ ສະຫລອງວັນປະດິດສະຖານ ຮູບຫລໍ່ພະຍາຟ້າງຸ່ມ ຄົບຮອບ 13 ປີ

ນະຄອນຫລວງວຽງຈັນ ສະຫລອງວັນປະດິດສະຖານ ຮູບຫລໍ່ພະຍາຟ້າງຸ່ມ ຄົບຮອບ 13 ປີ

Published on

10b3fd40-e915-4f8e-8e3e-a08a9176777c

ຂປລ. ພະແນກຖະແຫລງຂ່າວ​, ວັດທະນະທຳແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຮ່ວມກັບອຳ ນາດການປົກຄອງເມືອງສີ​​ໂຄດຕະບອງຈັດພິທີສະເຫລີມສະຫລອງວັນປະດິດສະຖານພະຍາຟ້າງຸ່ມມະຫາລາດຄົບຮອບ 13 ປີໃນຕອນເຊົ້າວັນທີ 5 ມັງກອນ 2016 ຢູ່ທີ່ ອະນຸສະຖານພະຍາເຈົ້າຟ້າງຸ່ມເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ໄດ້ມີພິທີໃສ່ບາດຖວາຍສັງຄະທານ ອຸທິດສ່ວນບຸນກຸສົນເຖິງດວງວິນຍານຂອງພະຍາຟ້າງຸ່ມມະຫາລາດໂດຍມີພະສົງ 57 ອົງ ກອງອັດຖະ 9 ກອງເຂົ້າຮ່ວມໃນພິທີຕັກບາດໃນຄັ້ງນີ້ນຳໂດຍ ທ່ານ ສາຍ ທອງແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ  ພ້ອມດ້ວຍການນຳນະຄອນຫລວງ, ຫົວໜ້າພະແນກ ອ້ອມຂ້າງນະຄອນຫລວງ ກໍຄືປະຊາຊົນ 9 ຕົວເມືອງໃນນະ ຄອນຫລວງວຽງຈັນແລະ ປະຊາຊົນມາຈາກແຂວງຕ່າງໆຈຳນວນຫລວງຫລາຍ.

ທ່ານ ຄຳປະດິດເຂັມມານິດ ຫົວໜ້າພະແນກຖະແຫລງຂ່າວ, ​ວັດທະນະທຳແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ຊາດລາວ ເປັນຊາດທີ່ເກົ່າແກ່ມີການສືບເຊື້ອການປົກຄອງມາຫລາຍກະສັດເວົ້າສະເພາະໃນໄລຍະສະຕະວັດທີ 14 ພະຍາຟ້າງຸ່ມ ມະຫາລາດ ຖືວ່າເປັນກະສັດອົງໜຶ່ງທີ່ສະຫລຽວສະຫລາດ ນຳພາປະຊາຊົນບັນດາເຜົ່າ ທ້ອນໂຮມອານາຈັກລ້ານຊ້າງເປັນອານາຈັກໜຶ່ງດຽວເປັນອານາຈັກທີ່ເຂັ້ມແຂງທາງດ້ານການປົກຄອງ, ການປົກປັກຮັກສາແລະ ການພັດທະ ນາເສດຖະກິດ ພາຍຫລັງສຳເລັດການທ້ອນໂຮມອານາຈັກລາວລ້ານຊ້າງແລ້ວ ມາຮອດທ້າຍປີ 1357 ຫາຕົ້ນປີ 1358 ກໍໄດ້ມີການສະເຫລີມສະຫລອງຢ່າງຍິ່ງໃຫຍ່ຢູ່ສະຖານທີ່ແຫ່ງນີ້.

89177 fangum 1

ສະເພາະການຈັດງານສະເຫລີມສະຫລອງ ວັນປະດິດສະຖານພະຍາຟ້າງຸ່ມ ມະຫາລາດ ປີນີ້ ແມ່ນໄດ້ດຳເນີນມາແຕ່ວັນທີ 3 ມັງກອນ 2016 ​ເປັນຕົ້ນມາໂດຍພາຍຫລັງປະດັບປະດາສະຖານທີ່ສຳເລັດແລ້ວເວລາ 15:00 ​ໂມງໄດ້ມີການແຫ່ອຸປະຄຸດເວລາ 16:00 ​ໂມງ ສູດ​​ອະພິທຳນອກນີ້ ໃນຕອນກາງຄືນຍັງໄດ້ມີການຄົບງັນຕາມປະເພນີແລະ ພິເສດ ປີນີ້ໄດ້ມີຄົບງັນມ່ວນຊື່ນ ຈາກສິລະປະດົນຕີ, ສາຍຮູບເງົາແລະ ສຳລັບວັນທີ 4 ມັງກອນ 2016 ສືບຕໍ່ຄົບງັນຕາມປະເພນີ ສ່ວນຕອນເຊົ້າ ວັນທີ 5 ມັງກອນ 2016 ​ແມ່ນຕັກບາດຖວາຍສັງຄະທານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...