spot_img
Homeຂ່າວການພັດທະນາຫວຽດນາມຊ່ວຍເຫລືອລ້າ ສ້າງໂຮງໝໍມິດຕະພາບ ຂະໜາດ 200 ຕຽງ ຢູ່ແຂວງຫົວພັນ!

ຫວຽດນາມຊ່ວຍເຫລືອລ້າ ສ້າງໂຮງໝໍມິດຕະພາບ ຂະໜາດ 200 ຕຽງ ຢູ່ແຂວງຫົວພັນ!

Published on

DSC_5330 huoaphan 1

ຂປລ. ​ລັດຖະບານ ສສ ຫວຽດນາມ ໄດ້​ໃຫ້ທຶນຊ່ວຍເຫລືອລ້າ ​ເພື່ອ​ສ້າງໂຮງໝໍມິດຕະພາບ ຢູ່ແຂວງຫົວພັນ​ ເຊິ່ງ​ໂຮງໝໍ​ດັ່ງກ່າວ​ຈະ​ເປັນອາຄານ​ມາດຕະຖານ, ມີ ​200 ຕຽງ,​​​ ພ້ອມອຸປະກອນ​ການ​ແພດ​ທີ່​ທັນ​ສະ​ໄໝ.

ພິທີວາງສີລາ​ເລີກໂຄງການກໍ່ສ້າງໂຮງໝໍມິດຕະພາບ ຢູ່ແຂວງຫົວພັນ ​ໄດ້​ຈັດ​ຂຶ້ນໃນລະຫວ່າງວັນທີ 2-3 ມັງກອນ 2016 ນີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະ ກິດການຜະລິດ ແລະ ຈໍລະຈອນ ທັງເປັນປະທານ ຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ ແລະ ຕາງໜ້າຝ່າຍຫວຽດນາມ ແມ່ນທ່ານ ຫງວຽນ ຈີ ຢຸງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ, ຮອງ​ປະທານ​ຄະ​ນະ​ກຳມາທິການຮ່ວມ​ມື ຫວຽດນາມ-ລາວ ເຊິ່ງມີບັນດາການນຳຂອງແຂວງຫົວພັນ, ຕາງໜ້າແຂວງແຮກສ່ຽວ, ກະຊວງ-ກົມກອງ ຂອງສອງຝ່າຍ ແລະ ​ຄະ​ນະ​ກຳມາທິການຮ່ວມ​ມື ລາວ-ຫວຽດນາມ, ຫວຽດນາມ-ລາວ ເຂົ້າຮ່ວມ.

ໃນ​ໂອກາດດັ່ງກ່າວ,  ​ ທ່ານ ຫງວຽນ ຈີ ຢຸງ ໄດ້ເນັ້ນຄືນເຖິງ​ຄວາມ​ເປັນ​ຫວ່ງ​ເປັນ​​ໄຍ ຂອງ​ການ​ນຳ​ທັງ​ສອງ​ປະ​ເທດ ​ກ່ຽວກັບວຽກງານ​ການ​ດູ​​ເບິ່ງ​ແຍງ​ຮັກສາ​ສຸຂະພາບ ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ ເຊິ່ງໂຄງການ​ກໍ່ສ້າງ​ໂຮງໝໍມິດຕະພາບ ຢູ່​ແຂວງ​ຫົວພັນ ​​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ ​ການ​ຕັດສິນ​ໃຈ​ສູງ​ຂອງ​ສອງ​ລັດຖະບານ ​ໃນ​ການ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ ການ​ຮ່ວມ​ມື ຫວຽດນາມ-ລາວ ຢູ່​ແຂວງ​ຫົວພັນ.

ຖ້າໂຄງການນີ້ສຳເລັດ ຂະແໜງສາທາລະນະສຸກ ກໍ່ຈະໄດ້ນຳໃຊ້ເຄື່ອງມື ແລະ ວິທະຍາສາດເຕັກນິກທາງການແພດຂັ້ນສູງ ເຂົ້າໃນການບົ່ງມະຕິພະຍາດ ແລະ ການປິນປົ່ວຄົນເຈັບ ຢູ່ພາຍໃນແຂວງ ແລະ ບັນດາແຂວງອ້ອມຂ້າງອັນຈະເປັນ ການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງບັນດາແຂວງພາກເໜືອ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...