spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີVII ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີVII ອັດລົງດ້ວຍຜົນສຳເລັດອັນຈົບງາມ

Published on

DSC_9931 pany 1

ຂປລ. ກອງປະຊຸມສະພາສະໄໝສາມັນ​​ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ​ເຊິ່ງໄດ້ດຳເນີນມາແຕ່ວັນທີ 7-25 ທັນວາ 2015, ທີ່ນະຄອນຫລວງວຽງຈັນໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ. ​ໂດຍການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ​ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈູມມາລີໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ, ມີການນຳພັກລັດ, ສະມາຊິກລັດຖະບານ, ພະນັກງານອາວຸໂສ-​ບຳນານແລະ ສະມາຊິກສະພາແຫ່ງຊາດ ທຸກເຂດເລືອກຕັ້ງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສົມພັນແພງຄຳມີ, ​ຮອງປະທານສະພາ​​ແຫ່ງຊາດ, ຄວບຕຳແໜ່ງຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ ຕໍ່ສື່ມວນຊົນ ໃນວັນທີ 25 ທັນ ວາ 2015 ນີ້ວ່າ: ກອງປະຊຸມໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ປີ 2015​ ​ເຊິ່ງເປັນກົດໝາຍພື້ນຖານຂອງຊາດເພື່ອເປັນພື້ນຖານໃຫ້ແກ່ການປັບປຸງບູລະນະ ອົງການອຳນາດລັດໃຫ້ເຂັ້ມແຂງ, ​ເຮັດໃຫ້ການຄຸ້ມຄອງລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍມີຄວາມເຂັ້ມງວດແລະ ສັກສິດ. ກອງປະຊຸມໄດ້ພິຈາລະນາຮັບຮອງເອົາກົດໝາຍ ທັງໝົດ 11 ສະບັບ, ​ໃນນີ້ມີກົດໝາຍສ້າງ ໃໝ່ຈຳນວນ 4 ສະບັບ ຄື: ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍພະນັກງານລັດຖະກອນ, ກົດໝາຍວ່າດ້ວຍຕ້ານການຄ້າມະນຸດແລະ ກົດໝາຍວ່າດ້ວຍການປ້ອງກັນຊາ. ກົດໝາຍປັບປຸງໃໝ່ ຈຳນວນ 7 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າ​ດ້ວຍ​ງົບປະມານ, ກົດໝາຍ​ວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນແລະ ກົດໝາຍວ່າດ້ວຍລັດຖະບານ.

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຂອງລັດຖະບານ​ ກ່ຽວ​ກັບຮ່າງແຜນພັດທະນາເສດຖະ ກິດສັງຄົມ 5 ປີ ຄັ້ງທີ VIII (2016-2020), ຍຸດທະສາດຮອດປີ 2025, ວິໄສທັດຮອດປີ 2030, ການປະຕິບໂຄງການດາວທຽມລາວແລະໂຄງການກໍ່ສ້າງເສັ້ນທາງລົດໄຟລາວຈີນ, ການຄຸ້ມຄອງລັດຄຸ້ມຄອງ​​ເສດຖະກິດສັງຄົມ​​ໃນ 4 ຂະແໜງການຂອງລັດຖະບານ ຄື: ກະຊວງອຸດສາຫະກຳແລະ ການຄ້າ, ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບແລະ ທະນາຄານແຫ່ງສປປ ລາວ. ພ້ອມທັງພິຈາລະນາຮັບຮອງ ການຈັດຕັ້ງປະຕິບັດວຽກງານທົດລອງ 3 ສ້າງແລະ ການເຄື່ອນໄຫວວຽກງານ 5 ປີ ຂອງສະພາແຫ່ງຊາດຊຸດທີ VII (2011-2015).

ກອງປະຊຸມໄດ້ພິຈາລະນາຮັບຮອງກ່ຽວກັບການກະກຽມບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ VIII, ສະມາຊິກສະພາປະຊາຊົນຂັ້ນແຂວງແລະ ການສ້າງຕັ້ງສະພາປະຊາຊົນຂັ້ນທ້ອງຖິ່ນ, ຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບຜົນການກວດສອບບົດສະຫລຸບຂາດຕົວ ຂອງການປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2013-2014, ການປະຕິບັດມະຕິຂອງສະພາແຫ່ງຊາດ, ການແກ້ໄຂການລະເມີດແລະ ການກວດຄືນຜົນການກວດສອບ. ພິເສດ ໃນໄລຍະການດຳເນີນກອງປະຊຸມໄດ້ມີປະຊາຊົນສົ່ງຄວາມຄິດເຫັນ ຜ່ານໂທລະສັບສາຍດ່ວນຈຳນວນ 152 ສາຍເຊິ່ງສ່ວນໃຫຍ່ແມ່ນກ່ຽວຂ້ອງກັບສ້ອມແປງຖະໜົນຫົນທາງ, ​ເງິນອຸດໜູນແລະເງິນນະໂຍບາຍຕ່າງໆເຊິ່ງທາງສະພາແຫ່ງຊາດ ໄດ້ສະຫລຸບສັງລວມແລະ ມອບໃຫ້ພາກສ່ວນກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງຜ່ານທາງສື່ມວນຊົນໄປແລ້ວ.

ໂອກາດນີ້ ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດ ປິດກອງປະຊຸມ ເຊິ່ງມີບາງຕອນສຳຄັນ ໄດ້ຊີ້ໃຫ້ເຫັນວ່າ: ສະພາແຫ່ງຊາດຊຸດທີ VII ກໍ​​ໃກ້ຈະໝົດວາລະໃນບໍ່ເທົ່າໃດເດືອນຂ້າງໜ້ານີ້ເຊິ່ງໃນໄລຍະ 5 ປີ ຜ່ານມາໃນຖານະເປັນອົງການແຫ່ງສິດແລະ ຜົນປະໂຫຍດຂອງປະຊາຊົນ, ສະມາຊິກສະພາແຫ່ງຊາດແຕ່ລະທ່ານໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃນການຄົ້ນຄວ້າພິຈາລະນາແລະ ຕົກລົງບັນຫາສຳຄັນຂອງຊາດ, ພ້ອມທັງລົງໃກ້ຊິດຕິດແທດ, ຮັບຟັງຂໍ້ຄິດເຫັນຂອງປະຊາຊົນແລະ ນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂຕາມຄວາມເໝາະສົມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...