ສສ ຫວຽດນາມມອບເຄື່ອງສົ່ງ VHF ໃຫ້ໂທລະພາບແຫ່ງຊາດລາວ

DSC_4235 tv 1

ຂປລ.​ ພິທີ​ມອບ-​ຮັບ ​ແລະ ນຳ​ໃຊ້​ເຄື່ອງ​ສົ່ງ VHF 10 KW  ຈາກ​ໂທລະພາບ​ຫວຽດນາມ​ ມອບ​​ໃຫ້​ໂທ ລະພາບ​ແຫ່ງ​ຊາດ​ລາວ ​​ໄດ້ຈັດຂຶ້ນໃນ​ວັນ​ທີ 22 ທັນ​ວາ 2015 ທີ່​ໂທລະພາບ​ແຫ່ງ​ຊາດ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສະຫວັນ​ຄອນ ຣາຊະ​ມົນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ຖະ​ແຫລ​ງຂ່າວ, ວັດທະ​ນະ​ທຳ ​ແລະ ທ່ອງ​ທ່ຽວ. ຕາງໜ້າມອບ​ໂດຍ​ທ່ານ ດັ້ງ​ ຮົ່ງທູ ອຳນວຍ​ການ​ສູນ​ເຄື່ອງ​ສົ່ງ-ໂທລະພາບ​ຫວຽດນາມ ຕ່າງໜ້າຮັບ​ໂດຍທ່ານ ບຸນ​ເຈົ້າ ພິຈິດ ຫົວໜ້າ​ໂທລະພາບ​ແຫ່ງ​ຊາດ.

ລະບົບ​ເຄື່ອງ​ສົ່ງ VHF ມີ​ມູນ​ຄ່າ 12 ຕື້​ດົງ ຫລື​​ ປະມານ 6 ຕື້​ກີບ, ຜະລິດ​ຈາກ​ບໍລິສັດ ທີ່​ມີ​ຊື່ສຽງທາງ​ດ້ານ​ການ​ຜະລິດ​ອຸປະກອນ​ເຄື່ອງ​ສົ່ງ ວິ​ທະ​ຍຸ​ໂທລະພາບ Gates Air ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ຄວບ​ຄຸມ​ດ້ວຍ​ລະບົບ​ຄອມ​ພິວ​ເຕີ, ຮັບປະກັນ​ຄຸນ​ນະພາ​ບ​ໃນ​ການ​ນຳ​​ໃຊ້ ສິ່ງ​ສຳຄັນ​​ແມ່ນ​ສາມາດກະຈາຍ​ເປັນ​ລະບົບ​ດີ​ຈີ​ຕອນ​ ມາດຖານ DVB-T2  ສະດວກ​ໃຫ້​ແກ່​ການ​ກະຈາ​ຍທາງ​ພາກ​ພື້ນ​ດິນ ນອກ​ນັ້ນ​, ຍັງ​ຮັບປະກັນ​ໃຫ້​ແກ່ການກະຈາຍ​ລາຍການ​ອອກ​ອາກາດຂອງ​ໂທລະພາບ​ແຫ່ງ​ຊາດ ດ້ວຍ​ຄຸນ​ນະພາ​ບສູງ​ສຸດ, ນອກຈາກ​ນັ້ນ ​ຍັງ​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​​ໃນ​ການ​ຮັບ​ໃຊ້ໜ້າທີ່​ການ​ເມືອງຂອງ ​ພັກ-ລັດ ຮັດ​ແໜ້ນການ​ຮ່ວມ​ມື​ ລະຫວ່າງ​ສອງ​ສະຖານີໂທລະພາບ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ລາວ-ຫວຽດນາມ ​ໃຫ້​ມີ​ປະສິດທິ​ຜົນ​ຍິ່ງໆຂຶ້ນ​ໄປ.

ທ່ານ ບຸນ​ເຈົ້າ ພິຈິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ຄະນະ​ນຳ​ໂທລະພາບ​ ​ກໍ​ຄືລັດຖະບານ​ຫວຽດນາມ ທີ່​​ໄດ້​ໃຫ້ການ​ຊ່ວຍ​ເຫລື​ອ ​ໂທລະພາບ​ແຫ່ງ​ຊາດ​ຕະຫລອດ​ມາ ​ແລະ ສັນຍາ​ວ່າ ຈະ​ປົກ​ປັກຮັກສາ ​ແລະ ຄຸ້ມ​ຄອງນຳ​ໃຊ້​ວັດຖຸ​ອຸປະກອນດັ່ງກ່າວ ​ໃຫ້​ເກີດ​ປະ​ໂຫຍ​ດສູງສຸດ.

ແຫ່ລງຂ່າວ

ຂປລ