spot_img
Homeຂ່າວເຫດການສະພາລາຍງານການເຄື່ອນໄຫວ 5 ປີຊຸດທີ VII ແລະ ຮ່າງວິໄສທັດຮອດປີ 2030

ສະພາລາຍງານການເຄື່ອນໄຫວ 5 ປີຊຸດທີ VII ແລະ ຮ່າງວິໄສທັດຮອດປີ 2030

Published on

3-1 3-2

ສະພາລາຍງານແຜນ ການເຄື່ອນໄຫວໄລຍະ 5 ປີ ຂອງສະພາແຫ່ງຊາດ ຊຸດທີ VII ຮ່າງວິໄສທັດຮອດປີ 2030 ຍຸດ ທະສາດພັດທະນາລະບົບສະພາ ແຕ່ປີ 2016-2025 ແລະ ແຜນການ 5 ປີຂອງສະພາແຫ່ງ ຊາດຊຸດທີ VIII ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນໃສ່, ຂະນະທີ່ທ່ານ ຕົງ ເຢີທໍ່ ຮອງປະທານສູນກາງ ແນວ ລາວສ້າງຊາດໄດ້ຕາງ ໜ້າໃຫ້ອົງການຈັດຕັ້ງມະຫາ ຊົນສະເໜີຫຼາຍບັນຫາໃຫ້ສະ ພາຕິດຕາມກວດກາ ແລະ ແກ້ ໄຂຫຼາຍບັນຫາ ເປັນຕົ້ນແມ່ນ ການເພີ່ມງົບປະມານ ເພື່ອນຳ ໃຊ້ເຂົ້າໃນວຽກງານບໍລິຫານ, ພ້ອມທັງສະເໜີໃຫ້ສະພາເຂັ້ມ  ງວດຕໍ່ການຕິດຕາມກວດກາ ໂຄງການລົງທຶນຕ່າງໆທັງພາກ ລັດ ແລະ ເອກະຊົນ, ສະເໜີ ໃຫ້ ສສຊ ເຂດ 13 ລົງຕິດຕາມ ໂຄງການປູກອ້ອຍຂອງບໍລິສັດ  ແຫ່ງໜຶ່ງຢູ່ເມືອງອາດສະພັງທອງ ແລະ ສະເໜີໃຫ້ ສສຊ ເຂດພາກເໜືອຕິດຕາມຄວາມ ເດືອດຮ້ອນຂອງປະຊາຊົນໃນ ການ ຜະລິດເປັນສິນຄ້າທີ່ພໍ່ຄ້າ ຄົນກາງມັກກົດລາຄາ.
ເມື່ອວັນທີ 21 ທັນວານີ້, ກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ພາຍໃຕ້ການເປັນ ປະທານຂອງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດໄດ້ຮັບການລາຍງານການ ເຄື່ອນໄຫວວຽກງານໄລຍະ 5 ປີ (2011-2015) ຂອງສະມາ ຊິກສະພາແຫ່ງຊາດ ຊຸດທີ VII ແລະ ຮ່າງວິໄສທັດຮອດປີ 2030 ຍຸດທະສາດພັດ ທະນາລະບົບ ສະພາແຕ່ປີ 2016-2025 ແລະ ແຜນການ 5 ປີຂອງສະພາແຫ່ງ ຊາດ ຊຸດທີ VIII ສະເໜີ ໂດຍ ທ່ານ ດຣ. ໄຊສົມພອນ ພົມວິຫານ ຊຶ່ງທ່ານໄດ້ກ່າວບາງຕອນ ວ່າ:  ໃນໄລຍະ 5 ປີຜ່ານມາ ສສຊ ໄດ້ລົງພົບປະປະຊາຊົນໃນ ເຂດເລືອກຕັ້ງຂອງຕົນ ເພື່ອ ຜົນສຳເລັດກອງປະຊຸມສະພາ ແຫ່ງຊາດແຕ່ລະຄັ້ງຕິດພັນກັບ ການນຳເອົາແນວ ທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດານິຕິກຳ ແລະ ເອກະສານຕ່າງໆລົງໂຄສະນາ ເຜີຍແຜ່ໃຫ້ປະຊາຊົນໄດ້ເຂົ້າໃຈ ພ້ອມທັງນຳເອົາຄວາມຄິດຄວາມເຫັນຂອງ ປະຊາຊົນມາ ສ່ອງແສງຢູ່ກອງປະຊຸມສະພາ ແຫ່ງຊາດ ຊຶ່ງໄດ້ລົງພົບປະ ເຄື່ອນໄຫວໂດຍກົງ 8.974 ເທື່ອຈຸດ, 7.810 ເທື່ອບ້ານ.
ໄດ້ເປັນເຈົ້າການປະສານ ສົມທົບກັບພາກສ່ວນກ່ຽວຂ້ອງລົງຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ແລະ ພະຍາດລະບາດ. ໄດ້ເອົາໃຈໃສ່ພິຈາລະນາຄຳຮ້ອງຂໍຄວາມ ເປັນທຳຂອງປະຊາຊົນດ້ວຍ ຄວາມຮັບຜິດຊອບສູງຊຶ່ງສາມາດແກ້ໄຂໄດ້ທັງໝົດ 5.818 ເລື່ອງເທົ່າກັບ 96,82% ຂອງ ຈຳນວນຄຳຮ້ອງທັງໝົດ ໃນ ນັ້ນ ເຂດເລືອກຕັ້ງແກ້ໄຂໄດ້ 3.817 ເລື່ອງ ເທົ່າກັບ 92,11%, ມີ 3 ເຂດເລືອກຕັ້ງສາມາດແກ້ໄຂ ໄດ້ 100%, ມີ 11 ເຂດເລືອກ ຕັ້ງບັນລຸ 81% ຂຶ້ນໄປ.
ສະພາແຫ່ງຊາດຊຸດທີ VII ໄດ້ກຳນົດແຜນສ້າງ ແລະ ປັບ ປຸງກົດໝາຍທັງໝົດ 90 ສະບັບ, ໃນນີ້ ກົດໝາຍໃໝ່ 47 ສະບັບ, ສາມາດຮັບຮອງເອົາ ກົດໝາຍໄດ້ທັງໝົດ 75 ສະບັບລວມທັງລັດຖະທຳມະນູນ, ກົດໝາຍສ້າງໃໝ່ 30 ສະບັບ ແລະ ປັບປຸງ 45 ສະບັບເທົ່າ ກັບ 83,33% ລວມທັງແຜນ ການ ໃນນັ້ນ ຂົງເຂດຍຸຕິທຳ- ການປົກຄອງ 16 ສະບັບ, ຂົງ ເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 7 ສະບັບ,​ ຂົງ ເຂດເສດຖະກິດ 38 ສະບັບ ແລະ ຂົງເຂດວັດທະນະທຳ-ສັງ ຄົມ 13 ສະບັບ.
ນອກຈາກນັ້ນຍັງໄດ້ລົງ ຕິດຕາມກວດກາໂຄງການລົງ ທຶນຂອງລັດ, ແຜນງົບປະມານ ແຫ່ງລັດ,​ ໂຄງການລົງທຶນຂະ ໜາດໃຫຍ່ຂອງເອກະຊົນ, ການ ຄຸ້ມຄອງ ແລະ ນຳໃຊ້ຊັບພະ ຍາກອນທຳມະຊາດ, ການຈັດ ຕັ້ງປະຕິບັດໂຄງການລົງທຶນ ຂະໜາດໃຫຍ່ຂອງລັດ ແລະ ເອກະຊົນອີກຫຼາຍໂຄງການ.
ນອກຈາກນີ້, ທ່ານຮອງ ປະທານສະພາແຫ່ງຊາດຍັງ ໄດ້ສະເໜີຮ່າງວິໄສທັດຮອດປີ 2030, ແຜນຍຸດທະສາດພັດທະ ນາລະບົບສະພາແຕ່ປີ 2016-2025 ແລະ ແຜນການ 5 ປີ ຂອງ ສະພາແຫ່ງຊາດ ຊຸດທີ VIII.
ທ່ານ ຕົງ ເຢີທໍ່ ໄດ້ສະເໜີໃຫ້ ສສຊ ເຂັ້ມງວດຕໍ່ການຕິດຕາມບັນດາໂຄງການລົງທຶນຕ່າງໆ ເພື່ອຮັບປະກັນດ້ານຄຸນນະພາບ ແລະ ມູນຄ່າການລົງທຶນ ເມື່ອກວດກາພົບເຫັນ ແລ້ວຕ້ອງມີມາດຕະການຕໍ່ຜູ້ກະທຳ ຜິດ.
ສະເໜີໃຫ້ ສສຊ ເຂດເລືອກຕັ້ງທີ່ 13 ແຂວງສະຫວັນນະເຂດລົງກວດກາຕິດຕາມກ່ຽວ ກັບຄຳສະເໜີຂອງປະຊາຊົນ ຂອງໂຄງການປູກອ້ອຍຂອງບໍລິສັດໜຶ່ງຢູ່ເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ບຸກເບີກເນື້ອທີ່ກວມເອົາ ເນື້ອທີ່ການຜະລິດຂອງປະຊາຊົນ 400 ກ່ວາເຮັກຕາ ລວມທັງການນຳໃຊ້ສານເຄມີຂອງບໍ ລິສັດແຫ່ງ ໜຶ່ງຊຶ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.
ສະເໜີໃຫ້ຜູ້ແທນພາກເໜືອເພີ່ມທະວີການຕິດຕາມກວດ ກາຜົນຜະລິດ ເປັນຕົ້ນແມ່ນສາລີ, ໝາກເດືອຍ ແລະ ຢາງພາລາທີ່ພໍ່ຄ້າມັກກົດລາຄາກັບປະຊາຊົນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...