spot_img
Homeຂ່າວເຫດການປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 40 ປີ ແລະ ວັນສຳຄັນຕ່າງໆຂອງຊາດ

ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 40 ປີ ແລະ ວັນສຳຄັນຕ່າງໆຂອງຊາດ

Published on

5-1

5-2

ວັນທີ 17 ທັນວາ ຜ່ານມານີ້ ກະຊວງການຕ່າງ ປະເທດໄດ້ຈັດຕັ້ງພິທີປາຖະກະຖາກ່ຽວກັບວັນປະຫວັດ ສາດສຳຄັນຂອງຊາດຂຶ້ນ ໂດຍການໃຫ້ກຽດເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ. ໃນພິທີມີບັນດາສະຫາຍຄະນະພັກ, ຄະນະນຳ, ບັນດາຫົວໜ້າກົມ, ຮອງຫົວໜ້າ ກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະ ນັກງານວິຊາການພາຍໃນກະ ຊວງການຕ່າງປະເທດເຂົ້າ ຮ່ວມ.
ການປາຖະກະຖາໃນຄັ້ງ ນີ້ ລວມມີ 5 ເອກະສານຄື: ວັນ ຊາດທີ 2 ທັນວາ ຄົບຮອບ 40 ປີ (2/12/1975-2/12/2015), ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ (13/12/1920-13/12/2015), ວັນເກີດຂອງປະທານ ສຸພານຸ ວົງ ຄົບຮອບ 106 ປີ (13/7/ 1909-13/7/2015), ວັນປະກາດເອກະລາດຄົບຮອບ 70 ປີ (12/10/1945-12/10/2015) ແລະ ວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 65 ປີ (13/8/1950-13/8/2015).
ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງ ວັນຊາດທີ 2 ທັນວາ, ຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະ 40 ປີຜ່ານມາ.
ກ່ຽວກັບວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ ສະຫາຍໄດ້ເລົ່າຄືນຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມ ດີຂອງປະທານ ໄກສອນ ພົມວິຫານ. ກ່ຽວກັບ ວັນເກີດຂອງ ປະທານ ສຸພານຸວົງ ໄດ້ເວົ້າເຖິງຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມ ຄວາມດີຂອງປະທານ ສຸພານຸວົງ ເພິ່ນເປັນຜູ້ນຳທີ່ດີເດັ່ນ ແລະ ເປັນທີ່ເຄົາລົບ ຮັກຂອງປະຊາ ຊົນລາວບັນດາເຜົ່າ ຍືນຍົງໃນດວງໃຈຂອງພວກເຮົາຕະຫຼອດກາລະນານ. ພ້ອມນັ້ນຍັງໄດ້ ຮຽກຮ້ອງໃຫ້ສະມາຊິກພັກ- ພະນັກງານການຕ່າງປະເທດ ຈົ່ງຮ່ຳຮຽນເອົາຄຸນສົມບັດ ສິນ ທຳປະຕິວັດ ແລະ ແບບແຜນ ດຳລົງຊີວິດຂອງພວກເພິ່ນ.
ກ່ຽວກັບວັນປະກາດເອ ກະລາດ 12 ຕຸລາ 1945 ຄົບ ຮອບ 70 ປີ,ສະຫາຍເລຂາຄະ ນະພັກ ໄດ້ເລົ່າຄືນບັນດາເຫດ ການສຳຄັນຢູ່ພາຍໃນ ແລະ ພາຍນອກ ທີ່ສ້າງເງື່ອນໄຂໃຫ້ ແກ່ການປະກາດ ເອກະລາດ 12 ຕຸລາ 1945. ພ້ອມດຽວ ກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ສະ ມາຊິກພັກ, ພະນັກງານ-ລັດ ຖະກອນທຸກຄົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ 12 ຕຸລາ ດ້ວຍການເພີ່ມທະວີນ້ຳໃຈຮັກ ຊາດ ແລະ ພັດທະນາໂດຍ ສະເພາະແມ່ນການປະຕິບັດ ແນວທາງການຕ່າງປະເທດ, ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງຕັ້ງໜ້າ. ພ້ອມທັງເປັນເຈົ້າການປະສານ ສົມທົບ ນຳພາພາກສ່ວນກ່ຽວຂ້ອງຕ່າງໆໃນ ການຈັດຕັ້ງປະຕິບັດແຜນການ ແລະ ຂໍ້ຕົກລົງວ່າດ້ວຍການ ຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາ ກົນຕ່າງໆ.
ກ່ຽວກັບວັນສ້າງຕັ້ງແນວ ລາວສ້າງຊາດ ຄົບຮອບ 65 ປີ ສະຫາຍເລຂາຄະນະພັກ ໄດ້ເລົ່າຄືນຂະບວນວິວັດແຫ່ງ ການກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍຕົວຂອງອົງການ ແນວລາວສ້າງຊາດໃນ 3 ໄລຍະ: ໄລຍະທຳອິດເອີ້ນວ່າ: ແນວລາວອິດສະລະ, ຕໍ່ມາປ່ຽນມາເປັນແນວລາວຮັກ ຊາດ ກ່ອນຈະປ່ຽນມາເປັນ ແນວລາວສ້າງຊາດ ຊຶ່ງເປັນ ວັນແຫ່ງໄຊຊະນະຂອງການ ຕໍ່ສູ້ອັນພິລະອາດ ຫານ, ຄວາມ ສາມັກຄີ ແລະ ການເສຍສະ ລະອັນຍິ່ງໃຫຍ່ຂອງກອງທັບ  ແລະ ປະຊາຊົນລາວ ພາຍໃຕ້ ການນຳພາອັນສະຫຼາດສ່ອງ ໃສຂອງພັກປະຊາຊົນ ປະຕິ ວັດລາວ.
ໃນຕອນທ້າຍພິທີປາຖະກະຖາ ສະຫາຍເລຂາຄະນະພັກ ຍັງໄດ້ຮຽກຮ້ອງໃຫ້ບັນດາ ສະມາຊິກພັກ, ພະນັກງານ- ລັດຖະກອນໃນຂະແໜງການຕ່າງປະເທດ ຈົ່ງຮ່ຳຮຽນເອົາ ຄຸນສົມບັດສິນທຳ ປະຕິວັດ ແລະ ຄຸນງາມຄວາມດີຂອງປະ ທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມທັງ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ແລະ ເພີ່ມທະວີຄວາມເປັນເຈົ້າການ, ຍົກສູງ ຄວາມຮັບຜິດຊອບ, ຄວາມ ເປັນແບບຢ່າງນຳໜ້າ ໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ນັບມື້ສູງຂຶ້ນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...