spot_img
Homeຂ່າວພາຍ​ໃນເປີດການແຂ່ງຂັນແນວຄວາມຄິດທາງທຸລະກິດ

ເປີດການແຂ່ງຂັນແນວຄວາມຄິດທາງທຸລະກິດ

Published on

999

ໃນ​ວັນ​ທີ 18-20ທັນວານີ້, ຢູ່​ທີ່ ນະຄອນຫຼວງວຽງ​ຈັນ, ​ໄດ້​​ເປີດກິດຈະກຳ​ ​ສົ່ງ​ເສີ​ມການ​ສ້າງ​ຜູ້​ປະກອບ​ການ​ໃໝ່​​ໃນ​ລາວ ( Startup Weekend  Vientiane ) ​ຂຶ້ນ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານຫົວໜ້າ​ກົມ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ, ມີ​ບັນດາ​ຜູ້ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດສະຫະລັ​ດອາ​ເມ​ລິ​ກາ​​ເຂົ້າ​ຮ່ວມ​​​ນຳ​ດ້ວຍ.

ຫົວໜ້າ​ກົມ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາ​ດນ້ອຍ ​ແລະ ກາງ​​​​ໃຫ້​ຮູ້​ວ່າ: ​ການ​ສ້າງ​ຜູ້​ປະກອບ​ການ ​ຫຼື​​ ​ເອີ້ນວ່າ: Entrepreneurs ​​ເປັນກິດຈະ​ກໍາໜຶ່ງ​​ໂດຍ​ການ​ຄົ້ນ​ຄິດ​​ຄວາມ​ຄິດ​ເຫັນ​ຕ່າງໆ​ ເພື່ອ​ພະຍາ ຍາມ​ເຮັດ​ໃຫ້​​ແນວ​ຄວາມ​ຄິດດັ່ງ​ກ່າວ​ເປັນ​ທຸລະ​ກິດ, ​​ເກີດ​ຂຶ້ນ​​ໂດຍໄວ,​ ​ໂດຍ​ບໍ່​ຕ້ອງ​​ເສຍ​ເວລາ​ເວົ້າ​ປາກ​​ເປົ່າພຽງ 54 ຊົ່ວ​ໂມງ​ກໍ​ຈະສ້າງ​ທຸລະ​ກິດ​​ແບບ​ໃດ​

ໜຶ່ງ​ຂຶ້ນ​ມາ​ໄດ້. ທ່ານ​​ຍັງ​ໃຫ້​ຮູ້​ອີກ​ວ່າ: ງານ​ດັ່ງກ່າວ​ນີ້, ບໍ່​ແມ່ນ​ງານ​ສຳ​ມະ​ນາ ​ແລະ ບໍ່​ແມ່ນ​ການ​​ແຂ່ງຂັນ​​ແຜນ​ທຸລະ​ກິດມັນ​ແມ່ນ ການ​ເຂົ້າ​ຮ່ວມ​ໂດຍ​ບໍ່​ມີ​ການບັງຄັບ, ຊຶ່ງ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ແມ່ນ​ມີຈິດ​ໃຈ​ຢາກ​​ເປັນ​ຜູ້​ປະກອບ​ການ ​​ແລະ ອາດ​ຈະ​ແມ່ນ​ການ​ປະກອບ​ການ​ທີ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ ​​​ແລະ ​ປັບປຸງ​​ແກ້​ໄຂ​ບັນ​ຫາ​ສັງຄົມ​, ​ເພື່ອຕອບ​ສະໜອງ​​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ​ເຊິ່ງການ​ຈັດ​ກິດ​ຈະ​ກຳ​ດັ່ງ​ກ່າວຄັ້ງ​ນີ້, ​ເປັນ​ຄັ້ງ​ທີ 3 ​ແລະ ຜົນ​ຕອບ​ຮັບກໍ່​ເພີ່​ມຂຶ້ນ​ຈາກ​ຄັ້ງ​ທຳ​ອິດ​ຫຼາຍ​ພໍ​ສົມຄວນ. ນອກ​ຈາກ​ນີ້​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ພົບ​ກັບ​ບັນດາ​ຜູ້​ປຶກສາທີ່​ມີ​ປະສົບ​ການ​​ໃນ​ການ​ເຮັດ​ທຸລະ​ກິດ ​ແລະບັນດາ​ບໍລິສັ​ດຕ່າງໆ​ທີ່​ເປັນ​ຄູ່​ຮ່ວມ​ງານ ​ແລະ ​ເປັນ​ຜູ້​ສະໜັບສະ​ໜູນ​ອີກ​ດ້ວຍ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...