Homeຂ່າວພາຍ​ໃນຕາມຄາດ ບາຊາ ຖະຫຼົ່ມ ກວາງໂຈວ ແບບສຸດມັນຈາກລູກຍິງຂອງ ຊົວເລຊ

ຕາມຄາດ ບາຊາ ຖະຫຼົ່ມ ກວາງໂຈວ ແບບສຸດມັນຈາກລູກຍິງຂອງ ຊົວເລຊ

Published on

558000014335201

ການແຂ່ງຂັນບານເຕະ ຊິງແຊມປ໌ສະໂໝມສອນໂລກ ຮອບຮອງຊະນະເລີດ ທີ່ປະເທດຍີ່ປຸ່ນ ທີມບາເຊໂລນາ ແຊມປ໌ ຍູຟ່າ ແຊມປ້ຽນສ໌ ລີກ ຈາກແອດສະປາຍ ໂຊຟອມ ສົມລາຄາ ໄລ່ຖະຫຼົ່ມ ກວາງໂຈວ ເອເວີລ໌ແກຣນດ໌ ແຊມປ໌ເອເອຟຊີ ແຊມປ້ຽນສ໌ ລີກ ຈາກຈີນ ຂາດລອຍ 3-0 ເກມນັດນີ້ ຫລຸຍສ໌ ຊົວເລຊ ກອງໜ້າທີມຊາດອຸລຸໄກວ ຍິງແຮດທຣິກເໝົາຄົນດຽວ 3 ປະຕູ ໃຫ້ກັບທີມ ໃນນາທີ 39, 50 ແລະ 67 ຈາກຈຸດໂທດ ໄຊຊະນະນັດນີ້ເຮັດໃຫ້ບາຊາ ຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ຣິເວີລ໌ເພຼດ ຈາກອາກຊັງຕິນ ສ່ວນກວາງໂຈວ ໄປຊິງອັນດັບ 3 ກັບ ຊານເຟຣນຊ໌ເຊ ຮິໂຣຊິມາ ຈາກຍີ່ປຸ່ນ

558000014335202

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...