ສະເໜີຜົນການຄົ້ນຄວ້າວິທະຍາສາດ ຄັ້ງທີ 2 ໃນຫົວຂໍ້ ກຽມຄວາມພ້ອມເຂົ້າສູ່ AEC

2-1 2-2

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ແລະ ສະຖາບັນເສດຖະກິດແຫ່ງຊາດ ໄດ້ຈັດກອງປະຊຸມລະດັບຊາດ ຄັ້ງທີ 2 ກ່ຽວກັບການສະເໜີ ຜົນການຄົ້ນຄວ້າວິທະຍາສາດ ເພື່ອການພັດທະນາໃນຫົວຂໍ້ “ກຽມຄວາມພ້ອມເຂົ້າສູ່ປະຊາ ຄົມເສດຖະກິດອາຊຽນ (AEC)” ຂຶ້ນໃນລະຫວ່າງວັນທີ 16-17 ທັນວາ 2015 ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມ ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນຊຶ່ງມີ ທ່ານອະທິການບໍດີ ມຊ, ບັນດາລັດຖະມົນຕີຊ່ວຍວ່າການ ຈາກກະຊວງທີ່ກ່ຽວຂ້ອງ, ສະມາຊິກ ສະພາວິ ທະຍາສາດ-ສັງຄົມ ແຫ່ງຊາດ, ຜູ້ຕາງໜ້າຈາກ ມະຫາວິທະຍາໄລ, ສະຖາບັນ ຄົ້ນຄວ້າຕ່າງໆ, ບັນດາກົມ ກອງ-ພະແນກການຈາກສູນ ກາງ ແລະ ທ້ອງຖິ່ນ, ບັນດາ ນັກຄົ້ນຄວ້າ, ຄູ-ອາຈານ ແລະ ຕົວແທນນັກສຶກສາເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນ ເພື່ອເປັນເວທີເຜີຍແຜ່ຜົນງານ ຄົ້ນຄວ້າວິທະຍາສາດຢູ່ ສປປ ລາວ ໃຫ້ສັງຄົມ, ບັນດາຜູ້ຕັດສິນ ແລະ ຜູ້ຈັດຕັ້ງປະຕິບັດ ທາງດ້ານນະໂຍບາຍໄດ້ຮັບຮູ້ ແລະ ນຳໃຊ້ຜົນຂອງການຄົ້ນ ຄວ້າທີ່ຜ່ານການຢັ້ງ ຢືນທາງ ດ້ານວິທະຍາສາດເຂົ້າໃນແນວທາງ – ນະໂຍບາຍ ຫຼື ການວາງແຜນພັດທະນາ; ເພື່ອໃຫ້ນັກຄົ້ນຄວ້າໄດ້ສືບຕໍ່ຄົ້ນຄວ້າບັນຫາໃໝ່ໃຫ້ເລິກເຊິ່ງ ໂດຍສະເພາະກ່ຽວກັບໂອກາດ ແລະ ສິ່ງທ້າທາຍໃນການເຂົ້າເປັນປະຊາ ຄົມເສດຖະກິດອາ ຊຽນ ແລະ ເພື່ອເປັນການສົ່ງ ເສີມ, ສ້າງຄວາມເຂັ້ມແຂງໃຫ້ ແກ່ການຄົ້ນຄວ້າວິທະຍາສາດ ຢູ່ສະຖາບັນການສຶກສາຊັ້ນສູງ ແລະ ສະຖາບັນຄົ້ນຄວ້າຂອງ ສປປ ລາວ ໃຫ້ຫຍັບເຂົ້າໃກ້ ມາດຕະຖານຂອງຂົງເຂດ ແລະ ສາກົນ ຊຶ່ງໃນກອງປະຊຸມ ໄດ້ພ້ອມກັນຮັບຟັງການ ລາຍງານຄົ້ນຄວ້າ 7 ຫົວຂໍ້ຄື: (1) ຂໍ້ມູນ ແລະ ຂ່າວສານສຳລັບການຕັດສິນໃຈ; (2) ດິນ, ປະຊາຊົນ ແລະ ການລົງທຶນຈາກຕ່າງປະເທດ; (3) ທຸລະກິດກະສິກຳ, ຟາມ ພາຍໃຕ້ສັນຍາ ແລະ ສະມາຄົມກະສິກອນ; (4) ແຮງງານ, ການ ຍ້າຍຖິ່ນ ແລະ ການປ່ຽນແປງ ທາງສັງຄົມ; (5) ສະຖານະ ພາບດ້ານນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຊີ; (6) ສຸຂະພາບ, ໂພຊະນາການ ແລະ ຄວາມ ໝັ້ນຄົງທາງດ້ານ ສະບຽງອາຫານ ແລະ (7) ມໍ ລະດົກກ່ຽວກັບແນວຄິດຂອງ ປະທານ ໄກສອນ ພົມວິຫານ ຊຶ່ງໄດ້ມີບົດຄົ້ນຄວ້າສົ່ງເຂົ້າ ມາເຖິງ 200 ກວ່າບົດ ແລະ ໄດ້ຄັດເລືອກເຂົ້ານຳສະເໜີ ໃນກອງປະຊຸມເທື່ອນີ້ 196 ບົດ. ໃນນັ້ນ, ນຳມາບັນຍາຍທັງໝົດ 144 ບົດ ແລະ ວາງສະແດງ 52 ບົດ.
ທ່ານຮອງນາຍົກລັດຖະ ມົນຕີ ໄດ້ກ່າວເຖິງຄວາມຈຳ ເປັນໃນການຈັດກອງປະຊຸມວິ ທະຍາສາດ ບໍ່ວ່າຈະເປັນການ ຈັດໃນລະດັບໃດກໍຕາມ ຍິ່ງ ໃນການກຽມຄວາມພ້ອມເຂົ້າ AEC ກໍຍິ່ງມີຄວາມຈຳເປັນ. ພ້ອມນີ້ ທ່ານຍັງຍົກ ໃຫ້ເຫັນ 3 ພາກສ່ວນສຳຄັນ ເພື່ອການ ກຽມພ້ອມເຂົ້າ AEC ຄື: ພາກ ສ່ວນອົງການຄຸ້ມຄອງລັດຂັ້ນ ມະຫາພາກທີ່ຈະຕ້ອງໄດ້ກະ ກຽມດ້ານນິຕິກຳ, ດ້ານນະໂຍ ບາຍ ແລະ ຍຸດທະສາດການ ພັດທະນາ, ກົນໄກ-ລະບຽບ ການ ຕ່າງໆ. ອັນສຳຄັນແມ່ນ ການກຽມພ້ອມດ້ານບຸກຄະລາ ກອນແຕ່ລະຂັ້ນ ແຕ່ສູນກາງ ຮອດທ້ອງຖິ່ນຮາກຖານ; ພາກ  ນັກວິທະຍາສາດ, ບັນດາສະ ຖາບັນ, ນັກຄົ້ນຄວ້າ ໃນເງື່ອນ ໄຂການເຊື່ອມໂຍງ ທີ່ຈະໄດ້ ດຳເນີນການ ຄົ້ນຄວ້າໃນຂອບ ອັນດຽວກັນທີ່ເອີ້ນວ່າ “ຖານການຜະລິດໜຶ່ງດຽວ ແລະ ຕະຫຼາດໜຶ່ງດຽວ” ຊຶ່ງນັກວິທະຍາ ສາດ ຕ້ອງໄດ້ມີການຄົ້ນຄວ້າ ເພື່ອເຮັດໃຫ້ຖານການຜະລິດ ຂອງລາວ ມີຄວາມສາມາດ ໃນການແຂ່ງຂັນ ທັງທາງດ້ານ ຕົ້ນທຶນການຜະລິດ ແລະ ຄຸນນະພາບ ແລະ ພາກສ່ວນທຸລະກິດ ແມ່ນຕ້ອງເປັນເຈົ້າການ ໃນການຄົ້ນຄວ້າໂດຍສົມທົບ ກັບພາກວິທະຍາສາດ ເພື່ອຍົກສະມັດຖະພາບ ແລະ ການແຂ່ງຂັນ ໄປພ້ອມໆກັບການຖອດຖອນ ບົດຮຽນ ທັງທາງ ດ້ານການຄຸ້ມຄອງ ແລະ ວິທີ ການດຳເນີນທຸລະກິດ. ທ່ານ ຍັງໄດ້ເນັ້ນຕື່ມວ່າ: ໃນຍຸກແຫ່ງ ເສດຖະກິດພູມປັນຍາໂດຍ ສະເພາະ ສປປ ລາວ ຈະກ້າວ ໄປສູ່ການຫຼຸຸດພົ້ນອອກຈາກ ປະເທດດ້ອຍພັດ ທະນາ ໃນປີ 2020 ແລະ ຕ້ອງມີພື້ນຖານເຕັກນິກເພື່ອນຳເອົາປະເທດ ຂອງພວກເຮົາກ້າວໄປສູ່ປະເທດທີ່ມີລາຍຮັບປານກາງສູງໃນປີ 2030 ພ້ອມທັງມີພື້ນຖານເພື່ອກ້າວໄປສູ່ປະເທດ ພັດທະນາສະເໜີໃຫ້ນັກວິທະຍາສາດນັກສຶກສາເອົາໃຈ ໃສ່ຄົ້ນ ຄວ້າ, ກ້າເບິ່ງ ແລະ ກ້າເວົ້າໃຫ້ຖືກກັບຄວາມເປັນຈິງ ແລະ ພາກສ່ວນອົງການຄຸ້ມຄອງລັດ ກໍຕ້ອງເຄົາລົບ ແລະ ເສີມຂະຫຍາຍການຄົ້ນຄວ້າ ວິທະຍາສາດ ເພື່ອເຮັດໃຫ້ ການວາງແນວທາງນະໂຍບາຍ ແລະ ພັດທະນາໃນ ເງື່ອນໄຂ ການເຊື່ອມໂຍງ ດຳເນີນໄປຢ່າງຖືກທິດ.

ແຫ່ລງຂ່າວ

ປຊຊ