spot_img
Homeຂ່າວພາຍ​ໃນຕາມຄາດ ບິນເບົາຖະຫຼົ່ມ ລີເນນເຊ່ ຜ່ານເຂົ້າຮອບ 16 ທີມ ໃນໂກປາ ເດີເລຍ໌ ແອດສະປາຍ

ຕາມຄາດ ບິນເບົາຖະຫຼົ່ມ ລີເນນເຊ່ ຜ່ານເຂົ້າຮອບ 16 ທີມ ໃນໂກປາ ເດີເລຍ໌ ແອດສະປາຍ

Published on

ການແຂ່ງຂັນບານເຕະ ໂກປາ ເດີເລຍ໌ ແອດສະປາຍ ຮອບ 32 ທີມ ນັດ 2 ແອດເລຕິກ ບິນເບົາ ທີມໃນລາລີກາ ແອດສະປາຍ ເປີດສະໜາມຮັບການມາເຢືອນຂອງ ລີເນນເຊ່ ທີມລະດັບລີກາ 3 ໂດຍນັດທຳອິດ ບິນເບົາ ບຸກໄປເອົາຊະນະ ມາກ່ອນແລ້ວ 2-0 ແລະຜົນນັດນີ້ກໍເປັນໄປຕາມຄາດ ເຈົ້າຖີ່ນ ເໜືອກວ່າທັງນັກເຕະ ແລະ ສັກກະຍະພາບຂອງທີມໄລ່ຖະຫຼົ່ມ ທີມເຢືອນໄປ 6-0 ປະຕູ ໂດຍ ໄດ້ປະຕູຈາກ ອອສກາ ເດ ມາກອສ ໃນນາທີທີ່ 9, ຊາເວຍ ອີຣາໂຊ່ ໃນນາທີ 49, ຊາເວຍ ເອດເຊຍຕ້າ ໃນນາທີ 56, ກີເກ້ ໂຊລ່າ ໃນນາທີ 63 ຣາອູນ ກາລ໌ເຊຍ ໃນນາທີ 67 ແລະ ມິເກລ ຣິໂກ້ ໃນນາທີ 89 ເຮັດໃຫ້ຜົນລວມ 2 ນັດ ບິນເບົາ ເອົາຊະນະໄປ 8-0 ປະຕູ ຜ່ານເຂົ້າຮອບ 16 ທີມສຸດທ້າຍຕາມຄາດ

665734-01

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...