spot_img
Homeຂ່າວເຫດການສະພາແຫ່ງຊາດ ຮັບຮອງການປັບປຸງກົດໝາຍ ວ່າດ້ວຍລັດຖະບານ ແລະ ການລົງທຶນຂອງລັດ

ສະພາແຫ່ງຊາດ ຮັບຮອງການປັບປຸງກົດໝາຍ ວ່າດ້ວຍລັດຖະບານ ແລະ ການລົງທຶນຂອງລັດ

Published on

3297bbe4179822634281511b2f34a322

ການ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ ສະພາແຫ່ງ​ຊາດ ຊຸດ​ທີ VII ມາ​ເຖິງ​ວັນທີ 15 ທັນວາ 2015 ເຊິ່ງ​ເປັນ​ມື້​ທີ 7 ຂອງ​ການ​ດຳເນີນ​ກອງ​ປະຊຸມ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ພັນ ແພງ​ຄຳ​ມີ ພ້ອມ​ດ້ວຍ ທ່ານ ​ດຣ. ໄຊ​ສົມ​ພອນ ພົມ​ວິຫານ ຮອງ​ປະທານ​ສະພາ​ແຫ່ງຊາດ ບັນດາ​ຄະນະ​ອະນຸ​ກຳ​ມະການ ແລະ ສະມາຊິກ​ສະພາແຫ່ງ​ຊາດ ຊຸດ​ທີ VII ຈາກ 17 ເຂດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ.

ໃນ​ພາກ​ເຊົ້າ​ພາຍຫຼັງ​ທີ່​ທ່ານ ສອນ​ໄຊ ສີ​ພັນ​ດອນ ລັດຖະມົນຕີຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ໄດ້​ຂຶ້ນ​ຜ່ານ ​ຮ່າງ​ກົດໝາຍ​ ວ່າດ້ວຍ​ລັດຖະບານ (ສະບັບ​ປັບປຸງ) ເຊິ່ງໄດ້​ຖືກ​ຮັບຮອງໃນ​ປີ 2003 ປະກອບ​ມີ 8 ໝວດ 38 ມາດຕາ ສ່ວນ​ກົດໝາຍ​ວ່າ​ດ້ວຍ​ສະບັບ​ປັບປຸງ ມີ 8 ໝວດ 36 ມາດຕາ ໃນນັ້ນ ໄດ້​ໂຮມ​ເນື້ອ​ໃນ​ຂອງ 9 ມາດຕາ ໃນ​ສະບັບ 2003 ເຂົ້າ​ເປັນ 4 ມາດຕາ ໃນ​ສະບັບ​ປັບປຸງ ແລະ ເພີ່ມ​ເຂົ້າ​ໃໝ່ 3 ມາດຕາ ໃນ​ຈຳນວນ 36 ມາດຕາ ໄດ້​ມີ​ການ​ປັບປຸງ 31 ມາດຕາ ໃນ​ການ​ປັບປຸງແກ້​ໄຂ​ບາງ​ເນື້ອ​ໃນ ຂໍ້ຄວາມ​ໃນບັນດາ​ມາດຕາ​ຕ່າງໆໃຫ້​ຮັດກຸມ ຖືກຕ້ອງ​ສອດຄ່ອງ​ກັບ​ສະພາບຄວາມ​ເປັນ​ຈິງ​ຂອງ​ຍຸກ​ສະໄໝ ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ ເຊິ່ງ​ຜ່ານ​ການ​ຄົ້ນຄວ້າ ປະກອບຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ​ຄະນະຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ໄດ້​ເປັນ​ເອກະສັນ​ຕົກລົງ​ເຫັນ​ດີ​ຮັບຮອງ​ເອົາ​ກົດໝາຍ​ສະບັບ​ປັບປຸງດັ່ງກ່າວ.

ສ່ວນ​ໃນ​ກອງ​ປະຊຸມ​ພາກ​ບ່າຍ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານຂອງ​ທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງຊາດ ໄດ້​ມີ​ການ​ສືບຕໍ່​ນຳ​ສະເໜີຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ​ສະບັບ​ ປັບປຸງ ໂດຍທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີວ່າການ ກະຊວງ​ແຜນການ ແລະ ການ​ລົງທຶນ ເຊິ່ງ​ກົດໝາຍ​ວ່າ ດ້ວຍ​ການ​ລົງທຶນ​ຂອງ​ລັດສະບັບເລກ​ທີ 08/​ສພຊ ລົງ​ວັນ​ທີ 26 ພະຈິກ 2009 ປະກອບ​ດ້ວຍ 7 ພາກ 9 ໝວດ ແລະ 90 ມາດຕາ ສຳລັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ລົງທຶນ​ຂອງ​ລັດ ສະບັບ​ປັບປຸງ ປະກອບ​ມີ 7 ພາກ 9 ໝວດ 98 ມາດຕາ ໂດຍ​ຮັກສາ​ໂຄງ​ປະກອບ​ຂອງ​ກົດໝາຍ​ໄວ້​ຄືເກົ່າ ໄດ້ປັບປຸງ 42 ມາດຕາ ແລະ ເພີ່ມໃໝ່ 8 ມາດຕາ ຂອງ​ກົດໝາຍສະບັບ​ປັບປຸງ ຈາກ​ນັ້ນ ບັນດາ​ຄະນະ​ຜູ້​ແທນ​ ຕ່າງ​ກໍ່​ໄດ້​ຍົກ​ຫຼາຍມາດຕາ​ຂຶ້ນ​ມາ​ຄົ້ນຄວ້າ​ປຶກສາຫາລື​ກັນ​ໃນ​ທີ່​ປະຊຸມ ເຊິ່ງ​ບັນ​ຍາກາດ​ໂດຍ​ລວມ​ເຫັນ​ວ່າ ແຕ່​ລະທ່ານ​ໄດ້​ໃຫ້​ຄວາມ​ສົນໃຈ​ເປັນ​ພິເສດ ເພາະ​ມັນ​ເປັນ​ບັນຫາ​ແຫຼ່ງລາຍ​ຮັບ​ຂອງ​ປະເທດກ່ຽວຂ້ອງ ເຖິງ​ສິດຜົນປະໂຫຍດ​ອັນ​ຊອບ​ທຳຂອງ​ພໍ່​ແມ່​ປະຊາຊົນ​ໂດຍ​ກົງ ຜ່ານ​ການ​ປຶກສາ​ຫາລື ປະກອບຄຳ​ຄິດຄຳ​ເຫັນ ຢ່າງ​ກົງ​ໄປ​ກົງມາ ທີ່​ປະຊຸມ​ໄດ້​ຕົກລົງ​ເຫັນ​ດີ​ເປັນເອກະສັນ​ກັນ ​ດ້ວຍ​ຄະແນນ​ສຽງ ສ່ວນ​ຫຼາຍ​ຮັບຮອງ​ເອົາ​ກົດໝາຍສະບັບ​ປັບປຸງ​ດັ່ງກ່າວ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...