spot_img
HomeມູມໄອທີລາວMotorola ເປີດໂຕ Moto G Turbo Edition ທີ່ປະເທດອິນເດຍ

Motorola ເປີດໂຕ Moto G Turbo Edition ທີ່ປະເທດອິນເດຍ

Published on

image

Motorola ໄດ້ເປີດໂຕສະມາດໂຟນລຸ້ນພິເສດທີ່ປະເທດອິນເດຍນັ້ນກໍຄື Moto G Turbo Edition ເຊິ່ງເປັນລຸ້ນທີ່ປັບປຸງມາຈາກລຸ້ນ Moto G ແລະມີຄວາມແຕກຕ່າງຈາກລຸ້ນທຳມະດາ 2 ຢ່າງນັ້ນກໍຄື: ໃຊ້ງານຊິບປະມານຜົນ Snapdragon 615 ແທນ Snapdragon 410 ແລະຢ່າງສຸດທ້າຍກໍຄືຮອງຮັບລະບົບການສາກໄວ Qualcomm Fast Charging ຫຼື Motorola ມັກເອີ້ນວ່າ Turbo Charging. ສຳລັບສະມາດໂຟນລຸ້ນດັ່ງກ່າວຈະມາພ້ອມກັບ Turbo Charger ໃນແພັກເກດເລີຍ ສ່ວນລາຄາແມ່ນຢູ່ ທີ່ 14,499 ຣູປີ (1.785.000 ກີບ)

ສຳລັບສະເປັກດ້ານອື່ນໆ ແມ່ນມາພ້ອມກັບໜ້າຈໍຂະໜາດ 5.0 ນິ້ວ ຄວາມລະອຽດ 720p (HD), RAM 2GB, ROM 16GB, ກ້ອງຄວາມລະອຽດ 13 ລ້ານພິກເຊວ ,ໃຫ້ແບັດເຕີຣີມາ 2470mAh ແລະເລີ່ມວາງຂາຍແລ້ວ

ທີ່ມາ: gsmarena

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...