spot_img
Homeຂ່າວການສຶກສາທະນາຄານ ອາເຮັສບີ ລາວ ຈຳກັດ ມອບອຸປະກອນການສຶກສາ ແລະ ກິລາ ໃຫ້ໂຮງຮຽນ 3 ແຫ່ງຢູ່ເມືອງໄຊທານີ

ທະນາຄານ ອາເຮັສບີ ລາວ ຈຳກັດ ມອບອຸປະກອນການສຶກສາ ແລະ ກິລາ ໃຫ້ໂຮງຮຽນ 3 ແຫ່ງຢູ່ເມືອງໄຊທານີ

Published on

RHB

ໃນ​ວັນ​ທີ 4 ທັນວາ​ຜ່ານ​ມາ ທະນາຄານ ອາ​ເຮັສບີ ລາວ​ຈຳກັດ (RHB Bank Lao Limited) ​ໄດ້​ຈັດ​ກິດຈະກຳ​ການ​ຊ່ວຍ​ເຫລື​ອສັງຄົມ ​ໂດຍ​ການ​ມອບອຸປະກອນ​ການ​ສຶກສາ ​ແລະ ກິລາ ຈຳນວນ​ໜຶ່ງ ​ເຊິ່ງປະກອບ​ມີ: ພັດ​ລົມ​ແຂວນ​ເພດານ​ສຳລັບ​ຫ້ອງ​ຮຽນ ຈຳນວນ 42 ໜ່ວຍ, ​ໂຕະ​ຫີນ ຈຳ​ນວນ 3 ຊຸດ,ກະດານ​ຂາວ ຈຳນວນ 4 ​ແຜ່ນ, ບິ​ກຂຽນ​ກະດານ ຈຳນວນ 2 ກັບ, ​ເຄື່ອງ​ກິລາຈຳນວນ 44 ຊຸດ, ຕາໜ່າງບານ​ເຕະ ຈຳ​ນວນ 2 ຊຸດ, ຕາໜ່າງບານ​ຕີ ຈຳນວນ2 ຊຸດ, ຕາໜ່າງກະຕໍ້ ຈຳນວນ 1 ຊຸດ, ໝາກບານ​ເຕະ ຈຳນວນ 9 ໜ່ວຍ ​ແລະ ໝາກບານ​ຕີ ຈຳນວນ 2 ໜ່ວຍ ​ໃຫ້​ແກ່​ບັນດາ​ນ້ອງ​ນັກຮຽນ​ຂອງ 3 ​ໂຮງຮຽນ​ປະຖົມ​ໃນ​ເມືອງ​ໄຊ​ທານີ ນະຄອນ

ຫລວງ​ວຽງ​ຈັນຄື: ​ໂຮງຮຽນ​ປະຖົມ​ສົມບູນ ນາ​ຄວາຍ, ​ໂຮງຮຽນ​ປະຖົມ​ສົມບູນ ໜອງ​ສອງ​ຫ້ອງ ​ແລະ ​ໂຮງຮຽນ​ປະຖົມ​ສົມບູນ​ບໍ່​ເຫລັກ (ຫລັກ 36) ​ເພື່ອ​ນຳ​​ໃຊ້​ເຂົ້າ​ໃນ​ວຽກ​ງານ​ສົ່ງ​ເສີມ​ການ​ສຶກສາ ​ແລະ ກິລາ​ຂອງ​ບັນດາ​ໂຮງຮຽນ​ດັ່ງກ່າວ​ໃຫ້​ດີກ​ວ່າ​ເກົ່າ.

ທະນາຄານ ອາ​ເຮັສບີ ລາວ ຈຳກັດ ຈະ​ສືບ​ຕໍ່​ການ​ຈັດ​ກິດຈະກຳ​ເພື່ອ​ຊ່ວຍ​ເຫລືອ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໝູ່​ບ້ານ​ທີ່​ຢູ່​ຊົນນະບົດ ​ແລະ ​ເຂດ​ຫ່າງ​ໄກ​ສອກຫລີກ ທີ່​ມີ​ຄວາມ​ຕ້ອງການ​ໃນ​ການ​ຊ່ວຍ​ເຫລືອ​ໃນ​ຊຸມ​ປີ​ຕໍ່ໆ​ປີ ​ເພື່ອ​ເປັນ​ແຮງ​ພັກ​ດັນ​ໃນ​ການ​ກໍ່ສ້າງ​ຊຸມ​ຊົນ​ໃຫ້​ມີ​ຄວາມ​ຈະ​ເລີ​ນ ​ແລະ ​​ເຂັ້ມ​ແຂງ.

ທະນາຄານ ອາ​ເຮັສບີ ລາວ ຈຳກັດ ຕັ້ງ​ຢູ່​ຖະໜົນ​ໄກ​ສອນ ພົມວິຫານ, ບ້າ​ນ​ໂພນ​ໄຊ ​ເມືອງ​ໄຊ​​ເສດ​ຖານະຄອນຫລວງ​ວຽງ​ຈັນ ​ເລີ່​ມດຳ​ເນີນ​ງານ​ຕັ້ງ​ແຕ່​ວັນ​ທີ 6 ມິ​ຖຸນາ 2014​ ​ເປັນ​ຕົ້ນ​ມາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...