ລື iPhone 6c ຈະວາງຈຳໜ່າຍໄວທີ່ສຸດໃນເດືອນກຸມພາ ປີ 2016!!

0
2179

image

*ໝາຍເຫດ: ເປັັນພຽງພາບປະກອບເທົ່ານັ້ນບໍ່ມີສ່ວນກ່ຽວຂ້ອງໃດໆກັບເນື້ອຫາຂ່າວ

ອ້າງອີງການລາຍງານຈາກແຫຼ່ງຂ່າວຕ່າງໆ ພ້ອມກັນນັ້ນຍັງລວມໄປເຖິງແຫຼ່ງຂ່າວພາຍໃນຈາກ Foxconn, ທີ່ໄດ້ຮັບການເຮັດວຽກໃຫ້ກັບ iPhone 6c. ເຊິ່ງເຫັນໄດ້ຢ່າງຊັດເຈນເລີຍກໍຄື ຂ່າວລືກ່ອນໜ້ານີ້ ທີ່ມີນັກວິເຄາະອອກມາບອກວ່າ iPhone 6c ຈະມີຂະໜາດໜ້າຈໍຢູ່ທີ່ 4 ນິ້ວ ແລະ ຈະເປີດໂຕໃນປີ 2016 ນີ້ເອງ, ໃນຂ່າວນີ້ມີສິ່ງທີ່ເພີ່ມຕື່ມມານຳກໍຄື iPhone 6c ນັ້ນອາດຈະມີ Touch ID ສະແກນລາຍນິ້ວມືນຳ, ສຳລັບອຸປະກອນໂຕນີ້ນັ້ນຈະບໍ່ມີລູກຫຼິ້ນທີ່ເດັ່ນຫຍັງຫຼາຍ ແລະ 3D Touch ເອງກໍຈະບໍ່ມີມານຳ, ແຕ່ວ່າຈະມີສີສັນໃຫ້ເລືອກຫຼາຍສີຄືກັນກັບ iPhone 5c ແຕ່ຕ່າງກັນບ່ອນທີ່ເຮັດດ້ວຍໂລຫະ.

ເພາະນີ້ເປັນອຸປະກອນ ລະດັບ “C” ຂອງແອັບເປີ້ນ ສະນັ້ນລາຄາເອງກໍຈະຫຼຸດລົງໜ້ອຍໜຶ່ງ ຕາມລາຍງານບອກວ່າຈະຢູ່ທີ່ປະມານ $400-$500 ( 3.262.000 ຫາ 4.800.000 ກີບ ) , ແຕ່ນີ້ກໍເຮັດໃຫ້ເກີດຄຳຖາມທີ່ວ່າ ແອັບເປີ້ນຈະຂາຍໃນລາຄານີ້ແທ້ຫຼືບໍ່? ເພາະວ່າໃນຕອນນີ້ iPhone 5s ຂາຍໃນລາຄາ $450 ( 3.670.000 ກີບ ) ແລະ iPhone 6 ຂາຍໃນລາຄາ $550 ( 4.490.00 ກີບ ). ໃນຕອນທີ່ແອັບເປີ້ນໄດ້ເປີດໂຕ iPhone 5c ພ້ອມກັບ 5s, ກໍໄດ້ມີການຢຸດຂາຍ iPhone 5 ແລະ ລຸ້ນລະດັບກາງແມ່ນຖືກແທນທີ່ດ້ວຍ 5c ໃນຂະນະດຽວກັນນັ້ນ iPhone 4s ເປັນລຸ້ນລະດັບຕ່ຳສຸດຂອງຕະຫຼາດ. ແຕ່ຢ່າງໃດກໍຕາມຖ້າຫາກວ່າ iPhone 6c ນັ້ນໄດ້ວາງຈຳໜ່າຍກໍອາດຈະມາແທນທີ່ iPhone 5s ເພາະແອັບເປີ້ນອາດຕ້ອງການຮັກສາລະດັບຂອງ iPhone 6 ເອົາໄວ້

ຢ່າງໃດກໍຕາມຂ່າວລືທີ່ວ່າແອັບເປີ້ນຈະເປີດໂຕ iPhone 6c ໃນເດືອນມັງກອນແລະພ້ອມຈຳໜ່າຍໃນເດືອນກຸມພາ ເປັນພຽງແຕ່ແນວໂນ້ມໂອກາດທີ່ຈະເປັນໄປໄດ້ເທົ່ານັ້ນເດີ້

ທີ່ມາ: phonearena