spot_img
Homeຂ່າວເຫດການການນຳພັກ-ລັດ ວາງພວງມະລາ ສະຫລອງວັນຊາດ ຄົບຮອບ 40 ປີ

ການນຳພັກ-ລັດ ວາງພວງມະລາ ສະຫລອງວັນຊາດ ຄົບຮອບ 40 ປີ

Published on

01

ຂປລ.  ເນື່ອງໃນໂອກາດ ສະ ຫລີ​ມສະຫລອງ ວັນຊາ​ດ ທີ 2 ທັນວາ ຄົບຮອບ 40 ປີ ​ໃຫ້​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ​ແລະ ມີບັນຍາກາດ​​ຟົດ​ຟື້ນ ບັນດາ​ການ​ນຳ​ພັກ-ລັດ ​ໄດ້ເຂົ້າວາງ​ພວງ​ມະລາ  ຢູ່ທີ່​ຫໍພິພິທະ​ພັນ​ໄກສອນ​ພົມ ວິຫານ ໃນຕອນເຊົ້າວັນທີ 1 ທັນວາ 2015 ເຊິ່ງປະກອບ​ມີ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ນຳ​ໂດຍ​ ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ ​ແຫ່ງ ສປປ ລາວ, ຄະນະ​ລັດຖະບານ ນຳ​ໂດຍ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະ ມົນຕີ, ພ້ອມ​ບັນດາ​ເຈົ້າ​ແຂວງ. ຄະນະ​ສະພາ​ແຫ່ງ​ຊາດ ນຳ​ໂດຍ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ນອກ​ນັ້ນ, ຍັງ​ມີ ຄະນະ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ຄະນະ​ຜູ້​ແທນ​ຜູ້​ຊົງ​ຄຸນ​ວຸດ​ທິ, ຄະນະ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ຄະນະ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ. ພ້ອມກັນນັ້ນ ບັນດາ​ການ​ນຳ​ພັກ​-ລັດ ຍັງໄດ້ເຂົ້າວາງ​ກະຕ່າ​ດອກ​ໄມ້ ທີ່​ອານຸສອນ​ສະຖານ ປະທານ​ໄກສອນ ​ພົມວິຫານ ເຊັ່ນດຽວກັນ.

001

​ທັງ​ນີ້ກໍເພື່ອ​ເປັນ​ການ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ ໄດ້​ຢ່າງ​ສົມບູນ ​ ​ແລະ ສະຖາ​ປະນາ ​ເປັນ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ດັ່ງ​ເທົ່າ​ທຸກ​ວັນ​ນີ້.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...