spot_img
HomeມູມໄອທີລາວiPhone 7 ຈະສາມາດກັນນ້ຳໄດ້ ແຕ່ຕ້ອງແລກດ້ວຍຮູສຽບຫູຟັງ

iPhone 7 ຈະສາມາດກັນນ້ຳໄດ້ ແຕ່ຕ້ອງແລກດ້ວຍຮູສຽບຫູຟັງ

Published on

ຍ້ອນກັບໄປເມື່ອ ເດືອນກັນຍາ ທີ່ຜ່ານມານັ້ນມີຂ່າວລືວ່າ iPhone 7 ຈະສາມາດກັນນ້ຳໄດ້ ເນື່ອງຈາກ Apple ໄດ້ມີການຈົດສິດບັດໃໝ່ໃນການເຮັດລະບົບກັນນ້ຳ ແຕ່ວ່າບັນຫາທີ່ສຳຄັນສຳລັບຜູ້ໃຊ້ແບບເຮົາກໍຄື ຈະເສຍຮູສຽບຫູຟັງ 3.5 ມິນລີແມັດໄປ, ເພາະສິດບັດດັ່ງກ່າວນີ້ ເວົ້າເຖິງການປິດກັ້ນພອຣດ ທີ່ມີຄວາມສ່ຽງສູງທີ່ຈະຖືກນ້ຳຊຶມເຂົ້າໄປທຳລາຍສ່ວນປະກອບທີ່ສຳຄັນຂອງໂຕເຄື່ອງໄດ້.

image

image

ລາຍງານຫຼ້າສຸດນີ້ມີລາຍລະອຽດອ້າງອີງຈາກສິດບັດການອອກແບບຂອງ Apple ທີ່ເບິ່ງແລ້ວວ່າອາດຈະເປັນການອອກແບບມາໃຫ້ໂຕເຄື່ອງນັ້ນສາມາດປ້ອງກັນນ້ຳໄດ້ຢ່າງເຕັມຮູບແບບ ໂດຍສິດບັດດັ່ງກ່າວນີ້ຈະມີການໃຊ້ເຊັນເຊີ້ຄວບຄຸມສ່ວນຕ່າງໆ ອ້ອມຮອບໂຕເຄື່ອງ ເຊິ່ງຈະຄວບຄຸມສ່ວນທີ່ມີການເປີດ/ປິດ ບໍລິເວນຕ່າງໆອ້ອມໂຕເຄື່ອງ ເຊິ່ງສາມາດຄວບຄຸມຈຸດຕ່າງໆເຫຼົ່ານີ້ໃຫ້ປິດຢູ່ຕະຫຼອດເວລາ ຈົນກວ່າຈະມີການໃຊ້ງານເຊັ່ນ: ໃນສ່ວນຂອງລຳໂພງຈະປິດຢູ່ຕະຫຼອດເວລາ ແຕ່ເມື່ອເຮົາມີການໂທອອກ ສ່ວນລຳໂພງກໍຈະເປີດອອກ ຫຼືດ້ວຍປັດໄຈອື່ນໆ… ສິດບັດນີ້ແມ່ນມີຊື່ເອີ້ນວ່າ: “Electronic Devices With Housing Port Shutters

image

image

ແລະຍັງມີການອ້າງອີງຈາກເວັບໄຊ ຍີ່ປຸ່ນ Macotakara  ທີ່ໄດ້ບອກເອົາໄວ້ວ່າ Apple ອາດຈະຕັດສິນໃຈບໍ່ໃຊ້ງານພອຣດສຽບຫູຟັງຂະໜາດ 3.5 ມິນລີແມັດ ເພື່ອບໍ່ໃຫ້ໂຕເຄື່ອງມີຈຸດອ່ອນໃນການອອກແບບໃນຄັ້ງນີ້ ໂດຍແທນທີ່ດ້ວຍການໃຊ້ງານພອຣດ Lighting ໃຫ້ສາມາດໃຊ້ງານໄດ້ໃນແບບ All-in-One ທີ່ຈະສາມາດສາກແບັດແລະໃຊ້ສຽບຫູຟັງໃນບ່ອນດຽວກັນ, ແລະຜູ້ຜະລິດຫູຟັງທີ່ບໍ່ແມ່ນ Apple ນັ້ນອາດຈະຕ້ອງໄດ້ຈ່າຍເງິນເພື່ອຊື້ອະແດັບເຕີ້ໂຕແປງມາໃຊ້ງານຮ່ວມນຳ ຫຼື ປ່ຽນໄປໃຊ້ແບບບລູທູດແທນ ກໍເປັນໄດ້

image

image

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...