spot_img
Homeຂ່າວພາຍ​ໃນລາວ-ຈີນ ເປີດໂຄງການນຳໃຊ້ລະບົບບັດທະນາຄານຮ່ວມກັນ

ລາວ-ຈີນ ເປີດໂຄງການນຳໃຊ້ລະບົບບັດທະນາຄານຮ່ວມກັນ

Published on

7981714b0a0469c85ad0352b7a7c7bed

ທະນາຄານ​ແຫ່ງ ​ສປປ ລາວ (​ທຫລ) ໄດ້​ຮັບ​ທຶນ​ຊ່ວຍເຫຼືອ​ລ້າຈາກ​ລັດຖະບານ ​ສປ ຈີນ ມູນ​ຄ່າ 56 ລ້ານ​ຢວນ ຫຼື ປະມານ 9 ລ້ານ​ໂດ​ລາ​ສະຫະລັດ ເພື່ອ​ຈັດຕັ້ງ​ປະຕິບັດ​ໂຄງການ ການ​ນຳໃຊ້​ລະບົບ​ບັດ​ທະນາຄານ​ຮ່ວມກັນ ລະຫວ່າງບັນດາ​ທະນາຄານຂອງ ​ສປປ ລາວ ແລະ ທະ​ນາຄານ​ຂອງ ​ສປ ຈີນ ເຊິ່ງ​ເປົ້າ​ໝາຍສຳຄັນ​ການ​ຮ່ວມ​ມື​ຄັ້ງ​ນີ້ ແນໃສ່ສ້າງ​ຜົນ​ປະໂຫຍດ​ມາສູ່​ຂະແໜງທະນາຄານ​ສອງ​ປະເທດ ພ້ອມທັງ​ເປັນ​ບາດກ້າວ​ໃໝ່​ໃຫ້​ແກ່ວຽກ​ງານ​ການ​ຫັນ​ເປັນ​ອຸດ​ສາ​ຫະກຳ ແລະ ທັນ​ສະໄໝ​ຂອງ​ຂະແໜງ​ທະນາຄານ​ຂອງ ​ສປປ ລາວ ໃຫ້​ມີ​ຮູບ​ປະ​ທຳ​ຍິ່ງ​ຂຶ້ນ.

ພິທີ​ເປີດ​ໂຄງການ ການ​ນຳໃຊ້​ລະບົບ​ບັດ​ທະນາຄານ​ຮ່ວມກັນ​ ລະຫວ່າງທະນາຄານ ແຫ່ງ ​ສປປ ລາວ ແລະ ສະ​ຖາ​ບັນ​ການເງິນ​ຂອງ ​ສປ ຈີນ ໂດຍ​ສະເພາະແມ່ນ​ທະນາຄານພັດທະນາ​ແຫ່ງຊາດ​ຈີນ ຈັດ​ຂຶ້ນ​ໃນ​ອາທິດ​ຜ່ານມາ ຢູ່​ທີ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກງານ​ເສດຖະກິດ​ມະຫາ​ພາກ ແລະ ບໍລິການ ທ່ານ ກວນ ຫົວ ປິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະຈຳ​ລາວ ພ້ອມ​ດ້ວຍ​ຜູ້ຕາງໜ້າຈາກ​ທະນາຄານ ​ທຫລ ທະ​ນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ ແລະ ພະນັກງານ-ວິຊາ​ການກ່ຽວຂ້ອງ​ສອງ​ຝ່າຍ.

ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮອງ​ຜູ້​ວ່າການ​ທະນາຄານ​ແຫ່ງ ​ສປປ ລາວ ກ່າວ​ວ່າ: ໂຄງການນຳ​ໃຊ້​ລະບົບ​ບັດ​ທະນາຄານຮ່ວມ​ກັນ​ນີ້ ລັດຖະບານ​ລາວ ໄດ້​ມອບ​ໃຫ້​ທະນາຄານ ​ທຫລ ເປັນ​ຜູ້​ຮັບຜິດຊອບ​ການຈັດຕັ້ງ​ປະຕິບັດໂຄງການ​ສ່ວນ​ຝ່າຍ ​ສປ ຈີນ ມອບ​ໃຫ້​ທະນາຄານ​ພັດທະນາແຫ່ງ​ຊາດ​ຈີນ ເປັນ​ຜູ້​ຮັບຜິດຊອບ​ໂຄງການ​ດັ່ງກ່າວ ​ແມ່ນ​ໝາກຜົນ​ຂອງ​ການ​ຮ່ວມ​ມື ​ກໍ່​ຄື​ການ​ເຫັນ​ໄດ້​ຄວາມ​ສຳຄັນ​ ໃນ​ການ​ພັດທະນາ​ລະບົບ​ຊຳລະ​ສະ​ສາງ​ຜ່ານ​ຕູ້ ATM ໂຄງການ​ຈະ​ເຮັດ​ໃຫ້​ຂະແໜງການ​ເງິນ​ຂອງ​ສອງ​ຝ່າຍ ​ມີ​ຄວາມ​ທັນ​ສະໄໝ ວ່ອງໄວ ແລະ ຊັດ​ເຈນ​ຍິ່ງ​ຂຶ້ນ ລວມ​ທັງ​ຫຼຸດຜ່ອນ​ຕົ້ນ​ທຶນ​ການ​ຕິດ​ຕັ້ງ​ຕູ້ ATM ເຊິ່ງ​ລັດຖະບານ​ສອງ​ປະເທດ ​ໄດ້​ອະນຸຍາດ​ໃຫ້​ສອງ​ທະນາຄານ​ລາວ-ຈີນ ສຶກ​ສາ ແລະ ຮ່ວມ​ກັນຄົ້ນຄວ້າ​ການຈັດຕັ້ງ​ປະຕິບັດ​ໂຄງການ​ແຕ່​ປີ 2012 ເປັນຕົ້ນ​ມາ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...