spot_img
Homeຂ່າວການພັດທະນາສ. ເກົາຫລີ ໃຫ້ການຊ່ວຍເຫລືຶອພັດທະນາ ເມືອງທຸລະຄົມ

ສ. ເກົາຫລີ ໃຫ້ການຊ່ວຍເຫລືຶອພັດທະນາ ເມືອງທຸລະຄົມ

Published on

k-1 k-2 k-3

ໃນວັນທີ 24-27 ພະຈິກ 2015 ທີ່ເມືອງແດກູ ສາທາລະນະລັດ ເກົາຫລີ ໄດ້ຈັດກອງປະຊຸມ Global Saemaul Leadership Forum 2015 ຂື້ນ, ໃນຫົວຂໍ້ ການພັດທະນາແບບຍືນຍົງ ຊື່ງມີຜູ້ເຂົ້າຮ່ວມ 500 ກ່ວາທ່ານ ໃນ 50 ປະເທດ.

ທ່ານ ຄຳພູທອນ ເທບສຸພົມ ເຈົ້າເມືອງໆທຸລະຄົມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເນື່ອງໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວວ່າ: ເລີ່ມແຕ່ປີ 2009 ເປັນຕົ້ນມາ ເມືອງທຸລະຄົມກໍ່ໄດ້ເຂົ້າຮ່ວມກັບໂຄງການ (Saemaul Undong) ແຊມົວອູດົງ ແຫ່ງ ສ. ເກົາຫລີ ຫລືເອີ້ນວ່າ: ການພັດທະນາ ໝູ່ບ້ານແບບໄຫມ່. ຊື່ງເປັນການຮ່ວມມື ເພື່ອພັດທະນາຊູມຊົນເພື່ອໃຫ້ມີຊີວິດການເປັນຢູ່ດີຂື້ນ, ໃນເບື້ອງຕົ້ນ ໂຄງການນີ້ ໄດ້ໃຫ້ການຊ່ວຍເຫລືອ ປະຊາຊົນ 2 ບ້ານຄື: ຢູ່ບ້ານຫາດໄຊ ແລະ ບ້ານໂພນແຮ່, ໂດຍສະເພາະ ແມ່ນໃຫ້ການຊ່ວຍເຫລືອ ດ້ານການປູກ, ການຝັງ ແລະ ລ້ຽງສັດ. ຕໍ່ມາໃນປີ 2012 ໄດ້ຂະຫຍາຍຕື່ມອີກ 4 ບ້ານ: ບ້ານລີງຊັນ, ບຸ່ງພ້າວ, ເກີນເໜືອ ແລະ ບ້ານປາກແຖບ. ເມືອງທຸລະຄົມ ແຂວງວຽງຈັນ ມີພົນລະເມືອງທັງໝົດ 1,167 ຄົນ, ຍີງ 591 ແລະ 235 ຄອບຄົວ.

ໂຄງການແຊມົວອູດົງ ແມ່ນຈະໃຫ້ການຊ່ວຍເຫລືອເປັນວັດຖຸຕາມຄວາມເປັນຈີງ ແລະ ປະຊາຊົນຈະເປັນແຮງງານ. ໃນໄລຍະທີ່ຜ່ານມາ ທາງໂຄງການ ແຊມົວອູດົງ ກໍ່ໄດ້ໃຫ້ການຊ່ວຍເຫລືອກຸ່ມບ້ານ, ເພື່ອນຳໃຊ້ເຕັກນິກທີ່ທັນສະໄໝ ແລະ ຮ່ວມມືກັບພະແນກກະສິກຳເມືອງ ເພື່ອພັດທະນາທາງດ້ານກະສິກຳ ທີ່ແທດເໝາະ ກັບສະພາບອາກາດບ້ານເຮົາ, ໂຄງການດັ່ງກ່າວ ແມ່ນສອດຄ່ອງກັບແນວທາງນະໂຍບາຍຂອງພັກລັດເຮົາ ເພື່ອເຮັດໃຫ້ປະຊາຊົນ ມີຊີວິດການ ເປັນຢູ່ດີຂື້ນ.

ໃນນັ້ນມີກຸ່ມບ້ານໂພນແຮ່ ໄດ້ລ້ຽງໝູ ແລະ ປູກເຫັດ, ສອ້ມແປງທາງເກົ່າໃຫ້ເປັນທາງປູຢາງ ມີຄວາມຍາວ 800 ແມັດ ແລະ ທາງເບຕົງຍາວ 1,120 ແມັດ. ບ້ານຫາດໄຊ ໄດ້ສ້ອມແປງຫ້ອງການບ້ານ, ທາງປູຢາງຍາວ 4 ກິໂລແມັດ ແລະ ເບຕົງຍາວ 1,5 ກິໂລແມັດ, ບ້ານລີງຊັນ ສ້ອມແປງ ຫ້ອງການບ້ານ, ປູກໝາກກ້ວຍ, ໝາກຮຸ່ງ, ລ້ຽງປາ ແລະ ທາງເບຕົງຍາວ 550 ແມັດ, ບ້ານບຸ່ງພ້າວ ແປງທາງເກົ່າໃຫ້ເປັນທາງເບຕົງຍາວ 550 ແມັດ, ໃຫ້ທືນ ໃນການພັດທະນາດ້ານກະສິກໍາ, ເຈາະນໍ້າບາດານ 2 ແຫ່ງ ແລະ ສ້າງຫໍສະມຸດໃນບ້ານ ແລະ ບ້ານເກີນເໝືອ ໃຫ້ທືນ ໃນການພັດທະນາ ດ້ານກະສິກໍາ, ທາງເບຕົງຍາວ 450 ແມັດ, ເຈາະນໍ້າບາດານ 11 ແຫ່ງ ແລະ ສ້ອມແປງໂຮງຮຽນປະຖົມຈຳນວນນື່ງ.

ກຸ່ມບ້ານດັ່ງກ່າວ ຍັງສາມາດສ້າງລາຍຮັບ ຜະລິດຕະພັນພາຍໃນ (ຈີດີພີ) ຄື: ປີ 2009 ບ້ານໂພນແຮ່ 700 ໂດລາ/ຄົນ/ປີ ແລະ ປີ 2015 ແມ່ນ 1,850 ໂດລາ/ຄົນ/ປີ, ບ້ານຫາດໄຊ 400 ໂດລາ/ຄົນ/ປີ ປີ 2015 ແມ່ນ 1,650 ໂດລາ/ຄົນ/ປີ, ປີ 2012 ບ້ານລີງຊັນ 1,120 ໂດລາ/ຄົນ/ປີ ປີ 2015 ແມ່ນ 1,850 ໂດລາ/ຄົນ/ປີ, ບ້ານບຸງພ້າວ 1,023 ໂດລາ/ຄົນ/ປີ ປີ 2015 ແມ່ນ 1,587 ໂດລາ/ຄົນ/ປີ, ບ້ານເກີນເໜືອ 1,342 ໂດລາ/ຄົນ/ປີ ປີ 2015 ແມ່ນ 1,894 ໂດລາ/ຄົນ/ປີ.

ທ່ານເຈົ້າເມືອງຍັງໃຫ້ຮູ້ຕື່ມວ່າ. ໃນຕໍ່ຫນ້າເມືອງທຸລະຄົມຈະໄດ້ຂະຫຍາຍທົ່ງນາໃຫ້ໃຫຍ່ສ້າງຕົວເມືອງທີ່ທັນສະໄຫມ ເພື່ອເຕົ້າໂຮມໃຫ້ປະຊາຊົນເຂົ້າມາຢູ່ ເພື່ອພັດທະນາເມືອງທຸລະຄົມໃຫ້ເປັນເມືອງພັດທະນາດ້ານກະສິກຳ ໃຫ້ເປັນເມືອງຊົນລະກະເສດ ທັນສະໄຫມ ໃນອານາຄົດ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...