spot_img
Homeຂ່າວຕ່າງປະເທດນັກບິນ Su-24 ທີ່ຖືກຍິງຕົກເຜີຍ ບໍ່ໄດ້ລ່ວງລ້ຳນ່ານຟ້າຕວກກີ ແມ່ນແຕ່ວິນາທີດຽວ!

ນັກບິນ Su-24 ທີ່ຖືກຍິງຕົກເຜີຍ ບໍ່ໄດ້ລ່ວງລ້ຳນ່ານຟ້າຕວກກີ ແມ່ນແຕ່ວິນາທີດຽວ!

Published on

EyWwB5WU57MYnKOuYBpNQ9hN83jeKticsDe5vjqIO3QE2mVQrEloCH

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພະຈິກນີ້ວ່າ ສະພາບການຄວາມເຄັ່ງຮ້ອນ ລະຫວ່າງຕວກກີ ແລະ ຣັດເຊຍ ພາຍຫລັງເຫດການ ເຮືອບິນສູ້ຮົບ F-16 ຂອງຕວກກີ ໄດ້ຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍຕົກ ໃນວັນທີ 24 ພະຈິກຜ່ານມາ ໂດຍອ້າງເປັນການລ່ວງລ້ຳ ເຂດນ່ານຟ້າຂອງຕວກກີ ໄດ້ສືບຕໍ່ເຄັ່ງຕຶງຂຶ້ນ ພາຍຫລັງທີ່ ທ່ານ ຄອນສະແຕນຕິນ ມູຣາຕິນ ນັກບິນຣັດເຊຍ ປະຈຳເຮືອບິນທີ່ຖືກຍິງ ໄດ້ເອົາຊີວິດລອດມາໄດ້ ກ່າວຕໍ່ນັກຂ່າວ ພາຍຫລັງຖືກຊ່ວຍເຫລືອ ມາຍັງຖານທັບອາກາດຣັດເຊຍ ຢູ່ແຂວງລາຕາເກຍ ປະເທດຊີຣີວ່າ ເຮືອບິນຣັດເຊຍ ບໍ່ໄດ້ລະເມີດນ່ານຟ້າຕວກກີ ແລະ ບໍ່ໄດ້ຮັບຄຳແຈ້ງເຕືອນໃດໆຈາກຕວກກີ ວ່າເປັນການລະເມີດນ່ານຟ້າ ພ້ອມທັງຢືນຢັນວ່າ ບໍ່ມີທາງທີ່ເຮືອບິນຣັດເຊຍ ຈະລ່ວງລ້ຳນ່ານຟ້າຕວກກີ ຕາມທີ່ທາງການຕວກກີອ້າງ ເພາະນັກບິນຮູ້ຈຸດພິກັດ ຂອງພາກພື້ນດັ່ງກ່າວເປັນຢ່າງດີ ແລະ ເຮືອບິນຂອງຣັດເຊຍ ບໍ່ໄດ້ເຂົ້າໄປໃນນ່ານຟ້າຕວກກີ ແມ່ນແຕ່ວິນາທີດຽວ.

ດ້ານກອງທັບຕວກກີ ໄດ້ອອກມາໂຕ້ແຍ້ງ ດ້ວຍການເປີດເຜີຍຄລິບສຽງການແຈ້ງເຕືອນ ທີ່ໄດ້ແຈ້ງເຕືອນໄປຍັງ ເຮືອບິນສູ້ຮົບຂອງຣັດເຊຍແລ້ວ ເຖິງ 10 ຄັ້ງ ແລ້ວ ພ້ອມທັງລະບຸວ່າ ທະຫານຕວກກີ ພະຍາຍາມທີ່ຈະຊ່ວຍເຫລືອ ນັກບິນປະຈຳເຮືອບິນ Su-24 ຂອງຣັດເຊຍ ທີ່ຖືກຍິງຕົກ ແຕ່ກໍໜ້າສະຫລົດໃຈ ເມື່ອມີນັກບິນຄົນໜຶ່ງ ຖືກຍິງເສຍຊີວິດ ໃນຂະນະກຳລັງໂດດຈ້ອງລົງກາງອາກາດ.

ແນວໃດກໍຕາມ ທ່າທີຂອງຕວກກີ ໄດ້ເລີ່ມອ່ອນລົງເລັກໜ້ອຍ ພ້ອມທັງໄດ້ກ່າວວ່າ ພ້ອມທີ່ຈະໃຫ້ຄວາມຮ່ວມມືກັບຣັດເຊຍທຸກຢ່າງ ສຳລັບການສືບສວນ ເຫດການດັ່ງກ່າວນີ້ ຫລັງຈາກທີ່ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ອອກມາປະນາມຕວກກີ ດ້ວຍທ່າທີທີ່ເອົາຈິງເອົາຈັງວ່າ ຣັດເຊຍຖືກແທງຂ້າງຫລັງ ແລະ ໄດ້ເຕືອນໃຫ້ຕວກກີ ລະວັງຜົນກະທົບທີ່ຈະຕາມມາອີກດ້ວຍ.

NjpUs24nCQKx5e1D744b4wUWOqnn5aoazrZoxCBG0HJ

ທັງນີ້ ປັດຈຸບັນຣັດເຊຍ ໄດ້ປະກາດຕັດຄວາມສຳພັນທາງທະຫານທັງໝົດ ກັບຕວກກີທັນທີ ພ້ອມກັບໄດ້ນຳ ລູກສອນໄຟຕໍ່ຕ້ານອາກາດສະຍານ ທີ່ທັນສະໄໝຂອງຕົນ ໄປຕິດຕັ້ງໄວ້ ໃນຖານທັບອາກາດ ທີ່ແຂວງລາຕາເກຍ ປະເທດຊີຣີແລ້ວ ຊຶ່ງມີລັດສະໝີສາມາດ ຍິງປະຕິບັດການໄດ້ ຄວບຄຸມເຖິງພື້ນທີ່ ປະເທດຕວກກີອີກດ້ວຍ.

 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...