Homeຂ່າວຕ່າງປະເທດຕຸຍນີຊີ ປະກາດພາວະສຸກເສີນທົ່ວປະເທດ ເຫດກໍ່ການຮ້າຍ

ຕຸຍນີຊີ ປະກາດພາວະສຸກເສີນທົ່ວປະເທດ ເຫດກໍ່ການຮ້າຍ

Published on

400 558000013514801

ຂປລ.ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 25 ພະຈິກ 2015, ທ່ານ ​ເບ​ຈິ ຄາ​ອິນ ​ເອສ​ເຊບຊີ, ປະທານາທິບໍດີ ຕຸຍ​ນີຊີ ປະກາດ​ ສະພາວະ ​ສຸກ​ເສີນ​ ທົ່ວ​ປະ​ເທດ ​ໄລຍະ​ເວລາ 30 ວັນ ​ແລະ ອອກ​ຄຳ​ ສັ່ງ​ຫ້າມ​ອອກ ​ນອກ​ເຄຫາ​ສະຖານ​ ໃນຍາມ​ກາງຄືນ ຢູ່​ນະຄອນຫລວງ​ຕຸຍ​ນິດ ຫລັງ​ຈາກ​ ເກີດ​ເຫດການ​ຄົນ​ຮ້າ​ຍ ລັກ​ວາງ​ລະ​ເບີດ ​ລົດ​ໂດຍສານ​ ທີ່​ບັນທຸກ ​ເຈົ້າໜ້າ​ທີ່​ ໜ່ວຍຮັກສາ ປະທານາທິບໍດີ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 14 ຄົນ ​ແລະ ບາດ​ເຈັບ​ໜັກ 20 ຄົນ. ຂະນະ​ນີ້ ​ເຈົ້າໜ້າ​ທີ່ ຕຳຫລວດ ພວມ​ສືບສວນ ​ຫາ​ຜູ້​ກະທຳ​ຜິດ ​ຢ່າງ​ຮີບ​ດ່ວນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ. ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້...

ມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ. ຄຽງຄູ່ກັນນັ້ນ,...

ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນຊ່ຽວຊານ ນະຄອນຫາງໂຈ  ແຂວງເຈີ້ຈ່ຽງ  ສປ ຈີນ

ໃນວັນທີ 02 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ...