ຣາຟາເອລ ຈະບໍ່ທັນຖືກປົດເທື່ອຍັງຈະຕ້ອງຄຸມທັບຊຸດຂາວຕໍ່ໄປ

ຟຼໍເຣນຕິໂນ ເປເຣຊ ປະທານສະໂມສອນ “ເຣອັລ ມາດຣິດ” ອອກມາຖະແຫຼງການເພື່ອສະໜັບສະໜຸນ ຣາຟາເອລ ເບນິເຕຊ ຜູ້ຈັດການທີມຄົນປະຈຸບັນໃຫ້ຄຸມທີມຕໍ່ໄປ ເຖິງແມ່ນວ່າຈະພາທີມເສຍໃຫ້ກັບ ບາເຊໂລນາ ແບບມຸ່ນອຸ້ຍປຸ້ຍ 4-0 ປະຕູເມື່ອວັນເສົາວັນທີ 21 ພະຈິກ 2015 ທີ່ຜ່ານມາກໍ່ຕາມ

ເປເຣຊ ກ່າວວ່າ “ເຮົາມີການປະຊຸມກັນ ແລະ ວິເຄາະເຖິງສະຖານະການໃນທີມ ເຣອັລ ມາດຣິດ ໃນເວລານີ້” ຣາຟາເອລ ໄດ້ຮັບການສະໜັບສະໜຸນ ແລະ ຄວາມເຊື່ອໝັ້ນຈາກພວກເຮົາເຕັມທີ່ “ຣາຟາເອລ ເບນິເຕຊ ມີຄຸນສົມບັດຄົບຖ້ວນແລ້ວ ແລະ ຫາກໍ່ເລີ່ມຕົ້ນເຮັດວຽກໄດ້ບໍ່ທັນດົນປານໃດ ປ່ອຍໃຫ້ລາວເຮັດວຽກຕໍ່ໄປ ແລະ ລາວຈະບັນລຸເປົ້າໝາຍຂອງລາວຢ່າງແນ່ນອນ”

10514