spot_img
Homeຂ່າວການພັດທະນາກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ

ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ

Published on

4-1-2 4-1-1

ກອງປະຊຸມຄະນະກຳມະການແຫ່ງຊາດ ດ້ານໂພ ຊະນາການໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ໂຮງແຮມລາວພລາຊາ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາປະທານຄະນະກຳມະການແຫ່ງຊາດດ້ານ ໂພຊະນາການ;ພ້ອມດ້ວຍບັນດາຄະນະກຳມະການ, ກອງເລຂາຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ, ເຈົ້າແຂວງ, ຫົວໜ້າພະແນກ ສາທາລະນະສຸກແຂວງ,ຫົວໜ້າພະແນກ ແຜນການ ແລະ ການລົງ ທຶນແຂວງ 18 ແຂວງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນ:
ເພື່ອຜ່ານບົດບັນທຶກກອງ ປະຊຸມຄະນະກຳມະການຄັ້ງ ຜ່ານມາໃນວັນທີ 9 ເດືອນກຸມ ພາປີ 2015 ແລະ ເພື່ອສະເໜີແຜນຍຸດທະສາດແຫ່ງຊາດ ດ້ານໂພຊະນາການປີ 2025 ແລະ ແຜນງານການຈັດຕັ້ງປະຕິບັດ ຂອງວຽກງານ ໂພຊະນາການສຳລັບປີ 2016-2020 ພ້ອມນັ້ນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບຄວາມຄືບ ໜ້າໃນການ ຈັດຕັ້ງປະຕິບັດແບບມີສ່ວນ ຮ່ວມຂອງຫຼາຍພາກສ່ວນໃນ ສປປ ລາວ ໂດຍການສະເໜີຂອງ ທ່ານ ສຈ. ດຣ ເອກະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາ ລະນະສຸກທ່ານ ໄດ້ຍົກໃຫ້ເຫັນຫຼາຍບັນຫາພົ້ນ ເດັ່ນທີ່ຍັງເປັນສິ່ງທ້າທາຍໃນ ການຈັດຕັ້ງປະຕິບັດ ເພື່ອໃຫ້ ບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາໃນເປົ້າ ໝາຍທີ 1. ຊຶ່ງປະຈຸບັນເດັກຕ່ຳ ກວ່າ 5 ປີ ໃນປະເທດເຮົາຍັງ ມີບັນຫາດ້ານໂພຊະນາການ ເຊັ່ນ: ການຂາດສານອາຫານ ຊຳເຮື້ອ 44% ນ້ຳໜັກຫຼຸຸດມາດ ຕະຖານ 27% ຈ່ອຍ 7% ຂາດ ສານອາຫານກະທັນຫັນ (ຂໍ້ ມູນຈາກການສຳຫຼວດດັດຊະນີ ໝາຍສັງຄົມລາວ ປີ 2012).ກອງປະຊຸມໄດ້ນຳສະເໜີການ ມີສ່ວນຮ່ວມຂອງໂຄງການຫຼຸຸດ ຜ່ອນຄວາມທຸກຍາກທີ່ໄດ້ປະ ກອບສ່ວນໃນການຈັດຕັ້ງປະ ຕິບັດວຽກງານໂພຊະນາການ ໃນ ສປປ ລາວ.
ທ່ານປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນຳໃຫ້ຄະນະກຳມະການແຫ່ງຊາດໃຫ້ກອງເລຂາຄະນະກຳມະການແຫ່ງຊາດ ແລະ ທຸກພາກສ່ວນກ່ຽວ ຂ້ອງຈັດຕັ້ງຜັນຂະຫຍາຍ ທິດຊີ້ ນຳ 5 ອັນດັ່ງນີ້.
1. ເປັນເອກະພາບກັບ ການລາຍງານກ່ຽວກັບສະ ພາບທາງດ້ານໂພຊະນະການ ທີ່ ສປປ ລາວ.
2. ໃຫ້ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງ ເລຂາຄະນະກຳມະການແຫ່ງ ຊາດໃຫ້ເຂັ້ມແຂງໃຫ້ເປັນຈຸດ ໃຈກາງໃນການພົວພັນປະ ສານງານ ແລະ ຕີຈັງຫວະ ໃຫ້ການຈັດຕັ້ງຜັນຂະຫຍາຍຂອງບັນດາແຜນການ ພ້ອມທັງຕິດຕາມປະເມີນຜົນສະຫຼຸບສັງລວມລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນໂພຊະນາການ ໃຫ້ຄະນະ ກຳມະການແຫ່ງຊາດ ແລະ ໃຫ້ ແຕ່ລະຂະແໜງການເປັນໄລຍະ.
3. ໃຫ້ກອງເລຂາ ຄະນະກຳມະການແຫ່ງຊາດ ແລະ ຄະນະທີ່ກ່ຽວຂ້ອງແບ່ງຄວາມຮັບ ຜິດຊອບໃຫ້ລະອຽດວ່າຈະໃຫ້ ແຕ່ລະຂະແໜງການນັບແຕ່ ສູນກາງຫາທ້ອງຖິ່ນ ເຮັດຫຍັງ ເຮັດແນວໃດ.
4. ໃຫ້ກອງເລຂາ ຄະນະກຳມະການແຫ່ງຊາດ ແລະ ຄະນະທີ່ກ່ຽວຂ້ອງໄປຄົ້ນຄວ້າໃຫ້ ມີຄວາມເປັນເອກະພາບດ້ານ ການອອກແບບແຜນການ, ໂຄງການ, ການກຳນົດ ຈຸດປະສົງ ແລະ ຕົວຊີ້ວັດ, ໃຫ້ຄົ້ນຄວ້າ ສຸດມາດຕະການ ແລະ ວິທີການ ທີ່ເປັນເອກະພາບ, ການເຊື່ອມ ສານດັ່ງກ່າວເຂົ້າໃນ ແຜນການ ຂອງແຕ່ລະຂະແໜງການ, ການ ສ້າງແຜນເຄື່ອນໄຫວທີ່ເປັນເອ ກະພາບແລ້ວໃຫ້ແຕ່ລະຂະ ແໜງຈັດຕັ້ງປະຕິບັດໄປລວງດຽວກັນ ແລະ  ບໍ່ຊ້ຳຊ້ອນກັນ.
5. ໃຫ້ກອງເລຂາຄະນະກຳມະການແຫ່ງຊາດ ແລະ ຄະນະທີ່ກ່ຽວຂ້ອງໄປຄົ້ນຄວ້າ ແລະ ພິຈາລະນາຄືນໃໝ່ໃຫ້ ເລິກເຊິ່ງກ່ຽວກັບຈຸດສຸມທ້ອງ ຖິ່ນທີ່ຈະຈັດຕັ້ງປະຕິບັດ ແຜນ ໂພຊະນາການນັບແຕ່ລະດັບ ແຂວງ, ເມືອງ, ບ້ານ, ຊຸມຊົນ ແລະ ຄົວເຮືອນເພື່ອໃຫ້ມີປະ ສິດທິຜົນ ແລະ ໄປລວງດຽວກັນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...