spot_img
Homeມູມໄອທີລາວໄມໂຄຣຊ໋ອບປະກາດຕັ້ງສູນຮັກສາຄວາມປອດໄພໃນໂລກໄຊເບີ ຕະຫຼອດ 24 ຊົ່ວໂມງ

ໄມໂຄຣຊ໋ອບປະກາດຕັ້ງສູນຮັກສາຄວາມປອດໄພໃນໂລກໄຊເບີ ຕະຫຼອດ 24 ຊົ່ວໂມງ

Published on

ເຮົາຄົງຈະຮູ້ກັນດີຢູ່ແລ້ວວ່າ Windows ນັ້ນເປັັນລະບົບປະຕິບັດການ ທີ່ມີຄົນໃຊ້ງານຫຼາຍທີ່ສຸດໃນໂລກ ເຮັດໃຫ້ຖືກກຸ່ມແຮັກເກີ້ຫຼືບຸກຄົນທີ່ຫວັັງຮ້າຍນັ້ນໝາຍຕາໄວ້ເປັນອັນດັບຕົົ້ນໆ ເພື່ອທີ່ຫວັັງຈະເຈາະລະບົບແລະສ້າງຄວາມບໍ່ປອດໄພໃຫ້ກັບຜູ້ໃຊ້ງານ

  ໂດຍຫຼ້າສຸດນີ້ເບິ່ງຄືວ່າໄມໂຄຣຊ໋ອບຈະໃຫ້ຄວາມສຳຄັນໃນເລື່ອງຂອງຄວາມປອດໄພຫຼາຍຍິ່ງຂຶ້ນ ເຖິງວ່າຜ່ານມາຈະມີການອັບເດດແກ້ໄຂຕະຫຼອດກໍຕາມ ແຕ່ວ່າຮອບນີ້ແມ່ນ:

Satya Nadella

ຊີອີໂອຂອງໄມໂຄຣຊ໋ອບເປັນຄົນອອກມາກ່າວເຖິງການດຳເນີນການເປີດສູນຮັບມືຄວາມປອດໄພໃນຍຸກຂອງສະມາກໂຟນ ແລະ ຄລາວ

  ເຊິ່ງໄມໂຄຣຊ໋ອບໄດ້ແຍກການດຳເນີນການປ້ອງກັນເປັນ 3 ສ່ວນຫຼັກໆກໍຄື:

Protect ປົກປ້ອງຈາກຈຸດປາຍທາງ
Detect ກວດສອບຫາໄພຄຸກຄາມທັັງ cloud ແລະ machine learning
Response ດຳເນີນການຕອບສະໜອງຂໍ້ຜິດພາດແລະໄພໂຈມຕີໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້

  ສຳລັບໜ່ວຍງານນີ້ແມ່ນໃຊ້ຊື່ວ່າ:

Cyber Defense Operations Center

ໂດຍຈະເຮັດວຽກຕະຫຼອດ 7 ມື້/24 ຊົ່ວໂມງ ໂດຍເວົ້າໄດ້ວ່າໜ່ວຍງານນີ້ຈະເຮັດວຽກຕະຫຼອດບໍ່ມີເວລາຢຸດພັກຜ່ອນເລີຍ ໂດຍທາງບໍລິສັດໄດ້ລວມເອົາຜູ້ຊ່ຽວຊານດ້ານຄວາມປອດໄພຫຼາຍກວ່າພັນຄົນຈາກຝ່າຍຕ່າງໆ ເພື່ອເຂົ້າມາເບິ່ງແຍງສ່ວນຂອງຄວາມປອດໄພນີ້ ພ້ອມທັງຍັງໄດ້ຕັ້ງ

Enterprise Cybersecurity Group (ECG)

ເພື່ອໃຫ້ບໍລິການດ້ານຄວາມປອດໄພສຳລັຍລູກຄ້າລະດັບອົງການຂອງໄມໂຄຣຊ໋ອບໂດຍສະເພາະອີກນຳ

ທີ່ມາ: Microsoft

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...