spot_img
Homeຂ່າວການພັດທະນາສູນກາງຊາວໜຸ່ມຯ ຈະສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອ ຢູ່ບ້ານດົງໝາກຄາຍ

ສູນກາງຊາວໜຸ່ມຯ ຈະສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອ ຢູ່ບ້ານດົງໝາກຄາຍ

Published on

20130926_IMG_0026

ຂປລ. ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ (ຊປປລາວ) ​ແລະ ບໍລິສັດ ສຸກ​ປະ​ເສີດ ອອກ​ແບບ​ກໍ່ສ້າງ​ເຄຫາ​ຂົວ​ທາງ ​ແລະ ຊົນລະປະທານ ຈໍາກັດ ຜູ້​ດຽວ ​ໄດ້​ເຊັນ​ສັນຍາ​ໂຄງການ​ກໍ່ສ້າງ​ ວັງ​ເຍົາວະ​ຊົນ ​ແລະ ຫໍ​ມູນ​ເຊື້ອ​ຊາວ​ໜຸ່​ມໃນ​ມູນ​ຄ່າ 101.838 ຕື້​​ກີບ  ​ເຊິ່ງ​ ໄລຍະ​ການ​ກໍ່ສ້າງ​ແມ່ນ 3 ປີ ຈະ​​ໃຫ້​ສໍາ​ເລັດ. ໜ້າ​ວຽກ​ປະກອບ​ມີ: ສະຖານ​ທີ່​ປະດິດສະຖານ​ຮູບ​ປັ້ນ ​ປະທານ ​ໄກສອນ ພົມວິຫານ, ຫໍ​ມູນ​ເຊື້ອ​1​ ຫລັງ​ເປັນ​ອາຄານ 3 ຊັ້ນ, ຂະໜາດ 55X30 ​ແມັດ, ​ເຮືອນ​ຮັບ​ແຂກ​ 1 ຫລັງ ​ ເປັນ​ອາຄານ 2 ຊັ້ນ ຂະໜາດ 50 ຫ້ອງ​ນອນ, ​ເດີ່ນ​ກິລາ​ໃນ​ຮົ່ມ 1 ຫລັງ, ຮ້ານ​ອາຫານ, ​ເດີ່ນ​ເຕະບານ​ຫຍ້າ​ທຽມ, ສະຖານ​ທີ່​ສອນ​ຂັບ​ລົດ​ໃຫຍ່​ປະ​ເພດ​ລົດ​ເບົາ, ບ່ອນ​ຈອດ​ລົດ, ກໍາ​ແພງ​ອ້ອມ, ສະ​ລອຍ​ນໍ້າ ແລະ ອື່ນໆ. ​ໂຄງການ​ດັ່ງກ່າວ ຈະ​ສ້າງ​ຢູ່​ບ້ານ​ດົງ​ໝາກຄາຍ ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໃນ​ເນື້ອ​ທີ 4 ​ເຮັກຕາ.

ພິທີ ​ເຊັນ​ສັນຍາ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 19 ພະຈິກ 2015 ທີ່ສູນກາງ​ຊາວ​ໜຸ່ມ ຊປປ ລາວ ລະຫວ່າງ ​ທ່ານ ອາລຸນ​ໄຊ ສຸນ​ນະລາດ ຫົວໜ້າ​ຫ້ອງການ​ສູນ​ກາງ ຊປປ ລາວ ​ແລະ ທ່ານນາງ ວັນ​ສີ ສຸວັນນະ​ແ​ສງ ປະທານ​ບໍລິສັດ ສຸກປະ​ເສີດ ອອກ​ແບບ​ກໍ່ສ້າງ​ເຄຫາ​ຂົວ​ທາງ ​ແລະ ຊົນລະປະທານ ຈໍາກັດ ຜູ້​ດຽວ ​ໂດຍ​ມີ​ທ່ານ ດຣ.ວິ​ໄລ​ວົງ ບຸດ​ດາ​ຄໍາ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ ຊປປ ລາວ, ​ບັນດາ​ຫົວໜ້າ​ກົມ-ຮອງ​ກົມ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ​ເປັນ​ສັກຂີພິຍານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...