spot_img
Homeຂ່າວພາຍ​ໃນເພັດອຳໄພ ແລະ ສີສະຫວັດ ໄດ້ແຊັມເປຕັງຄູ່ ຊີງຂັນປະທານສະພາແຫ່ງຊາດ

ເພັດອຳໄພ ແລະ ສີສະຫວັດ ໄດ້ແຊັມເປຕັງຄູ່ ຊີງຂັນປະທານສະພາແຫ່ງຊາດ

Published on

ການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນປະທານສະພາແຫ່ງຊາດ ຄັ້ງທີ VI ໄດ້ປິດລົງໃນຕອນຄ່ຳຂອງວັນທີ 14 ພະຈິກ 2015 ທີຜ່ານມານີ້ ທີ່ສະໜາມກິລາເປຕັງແຫ່ງຊາດ(ດົງໂດກ).
ການແຂ່ງຂັນໃນຄັ້ງນີ້ ມີ 10 ແຂວງ 10 ກະຊວງ ແລະ ບັນດາສະໂມສອນຕ່າງໆລວມທັງໝົດ 100 ທີມເຂົ້າຮ່ວມ ມີ 3 ປະເພດແຂ່ງຂັນຄື: ທີມຊຸດຕິ້ງທົ່ວໄປ, ຄູ່ຊາຍທົ່ວໄປ ແລະ ທີມຄູ່ກິຕິມະສັກ (VIP) ຜົນຂອງການແຂ່ງຂັນມີດັ່ງລຸ່ມນີ້: ຊະນະເລີດທີມຄູ່ທົ່ວໄປ ທ້າວ ເພັດອຳໄພ + ທ້າວ ສີສະຫວັດ ຈາກສະໂມສອນເປຕັງ ແຂວງ ວຽງຈັນໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 5 ລ້ານກີບ, ທີ 2 ທ້າວ ວັນນະແສງ + ທ້າວ ສົມສີ ໄດ້ຮັບເງິນສົດ 2 ລ້ານ 5 ແສນກີບ ຈາກສະໂມສອນຄຳໃສໜອງພະຍາ, ທີ 3 ທ້າວ ບຸນສວນ + ທ້າວ ສົມສັກ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ຈາກສະໂມສອນປາກຊາບເກົ່າ, ຊະນະເລີດທີມຊຸດຕິ້ງທົ່ວໄປ ທ້າວ ອາຢົງ + ທ້າວ ວິໄລແສງ ຈາກສະໂມສອນໂຮງສີເຂົ້າປ້າຈັນສົດ ໄດ້ຮັບຂັນ 1 ໜ່ວຍເງິນສົດ 2 ລ້ານກີບ, ທີ 2 ທ້າວ ສອນໄຊ + ທ້າວ ວົງຄຳ ຜອງ ຈາກສະໂມສອນຈຸດສຸມປ່າໜາມ ແຂວງຄຳມ່ວນ ໄດ້ຮັບເງິນ ສົດ 1 ລ້ານກີບ, ທີ 3 ສະໂມສອນເປຕັງ ນະຄອນຫຼວງວຽງຈັນ ໄດ້ຮັບເງິນສົດ 5 ແສນກີບ,

ຊະນະເລີດທີມຄູ່ກິຕິມະສັກ (VIP)ທ້າວ ແທນຄຳ+ ທ້າວ ສີສະຫວັດ ຈາກສະໂມສອນກົມພາສີ ໄດ້ຮັບ ຂັນ 1 ໜ່ວຍ ພ້ອມເງິນສົດ 1 ລ້ານ ກີບ, ທີ 2 ທ້າວ ວົງພະຈັນ+ ທ້າວ ເກດສະໜາ ຈາກສະໂມສອນໂຕ່ລັນໂຕ່ ໄດ້ຮັບເງິນ ສົດ 6 ແສນກີບ, ທີ 3 ທ້າວ ຄຳເກີດ + ທ້າວ ຟອງສານຸວົງ ຈາກສະໂມສອນ ບ້ານດອນຝ້າຍໄດ້ຮັບເງິນສົດ 5 ແສນກີບ ໃຫ້ກຽດ ມອບຂັນລາງວັນຂອງທ່ານ ດຣ.ອຸ່ນ ແກ້ວວຸທິລາດ ກຳມະການຄະນະປະຈຳຫົວໜ້າຄະນະປະຈຳສະພາແຫ່ງຊາດ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ຮອງປະທານເລຂາທິການໂອແລັມປິກແຫ່ງຊາດລາວ ແລະ ທ່ານ ນາງ ພູນສະຫວັດ ອຸ່ນນະລົງ ຜູ້ຈັດການພົວພັນພາກລັດຂອງບໍລິສັດເບຍລາວຈຳກັດ, ການແຂ່ງຂັນໃນຄັ້ງນີ້ໄດ້ຮັບການອຸປະຖຳຫຼັກ ຈາກບໍລິສັດເບຍລາວ ຈຳກັດ

S1-1 (1)

S1-2

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...