Homeຂ່າວການພັດທະນາຖອດຖອນບົດຮຽນການເຝົ້າລະວັງ-ປ້ອງກັນພະຍາດໄຂ້ຍຸງລາຍ

ຖອດຖອນບົດຮຽນການເຝົ້າລະວັງ-ປ້ອງກັນພະຍາດໄຂ້ຍຸງລາຍ

Published on

9b2a4791c02b0b57fd94ba24f021817d

ກອງ​ປະຊຸມ​ປຶກສາ​ຫາລື ເຜີຍແຜ່ ແລະ ຖອດ​ຖອນ​ບົດຮຽນ ໃນ​ການຈັດຕັ້ງ​ປະຕິບັດ​ການ​ເຝົ້າລະວັງ ແລະ ປ້ອງ​ກັນ​ພະຍາດ​ໄຂ້ຍຸງ​ລາຍ ປີ 2015 ໃນ​ນະຄອນຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 17 ພະຈິກ 2015 ທີ່​ຫ້ອງ​ວ່າການ​ປົກຄອງ ນວ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສາຍທອງ ແກ້ວດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ມີ​ທ່ານ ​ດຣ. ພອນປະເສີດ ອຸ​ນາ​ພົມ ຫົວໜ້າ​ພະແນກ​ສາທາລະນະ​ສຸກ ນວ ທ່ານຮອງ​ຫົວໜ້າ​ຫ້ອງການ​ກະຊວງສາທາລະນະ​ສຸກ ບັນດາ​ທ່ານຮອງ​ເຈົ້າເມືອງ ພ້ອມ​ດ້ວຍ​ພະນັກ​ງານ​ວິຊາ​ການ​ກ່ຽວຂ້ອງ​ເຂົ້າຮ່ວມ.

ທ່ານ ​ດຣ. ພອນ​ປະເສີດ ອຸ​ນາ​ພົມ ກ່າວ​ວ່າ: ພະຍາດ​ໄຂ້ຍຸງ​ລາຍ​ແມ່ນ​ພະຍາດ​ທີ່​ບົ່ມ​ຊ້ອນ ໃນ​ບັນດາ​ປະເທດ​ເຂດ​ຮ້ອນ ແລະ ເປັນ​ພະຍາດ​ທີ່​ເກີດ​ຈາກ​ພາຫະນຳ​ເຊື້ອ​ຈາກ​ຍຸງ​ລາຍ​ທີ່​ອາໄສ​ຢູ່ໃນ​ເຮືອນ ອ້ອມແອ້ມ​ເຮືອນ​ຂອງພວກ​ເຮົາ ໂດຍ​ສະເພາະແຫຼ່ງເພາະ​ພັນ ເຊັ່ນ: ນ້ຳ​ສະອາດ​ທີ່ບັນຈຸ​ໃນ​ພາຊະນະ ກະໂປະ ກະປ໋ອງ ຢາງ​ຕີນລົດ​ເກົ່າ​ທີ່​ປະ​ໄວ້​ໃນເຮືອນ ແລະ ນອກ​ເຮືອນທີ່​ບໍ່​ມີການ​ປົກ​ປິດ ຫຼື ເກັບ​ໄວ້ພະຍາດໄຂ້ຍຸງ​ລາຍ​ແມ່ນ​ສາ​ເຫດການເຈັບເປັນ ແລະ ມີ​ຜົນ​ກະທົບ​ທາງດ້ານ​ສາທາລະນະ​ສຸກ​ແທ້​ຈິງ ໃນແຕ່​ລະ​ປີ​ມີ​ຄົນ​ເປັນ​ພະຍາດ​ດັ່ງກ່າວ ປະມານ 50 ລ້ານ​ຄົນ ໃນນັ້ນ ຜູ້​ທີ່​ມີ​ອາການ​ເລືອດ​ໄຫຼ ປະມານ 5 ແສນ​ຄົນ ແລະ ເສຍ​ຊີວິດ ປະມານ 22.000 ຄົນຕໍ່​ປີ ໃນ​ທົ່ວ​ໂລກ.

ສຳລັບ​ການ​ເຝົ້າ​ລະວັງ ໃນ​ປີ 2015 ຂອງ​ພະ​ແນກ​ສາ​ທາ​ລະນະ​ສຸກ ນວ ໄດ້​ມີ​ການ​ວາງ​ຍຸດ​ທະສາດ​ໃນ​ການ​ເຝົ້າ​ລະວັງ ໂດຍເນັ້ນ​ໃສ່​ການ​ເຝົ້າ​ລະວັງ​ກໍລະນີຄົນ​ເຈັບ ແລະ ປະຕິບັດ​ມາດ​ຕະການ​ຄວບ​ຄຸມ​ປ້ອງ​ກັນ​ການ​ລະບາດ ການ​ເຝົ້າ​ລະວັງ ແລະ ປະຕິບັດ​ມາດ​ຕະການ​ຄວບ​ຄຸມ​ແຫຼ່ງເພາະ​ພັນ ພາຫະ​ນຳ​ເຊື້ອ ການຄຸ້ມ​ຄອງ​ກໍລະນີ ແລະ ການ​ໂຄສະ​ນາ​ສຸ​ຂະ​ສຶກ​ສາ ນອກຈາກ​ນີ້ ຈາກ​ການ​ເຝົ້າ​ລະວັງ​ແຕ່​ອາທິດ​ທີ 1 ຮອດ​ອາທິດ​ທີ 46 ໃນ​ປີ 2015 ຈຳນວນ​ກໍລະນີ​ທີ່​ຖືກ​ຢັ້ງຢືນ​ໄຂ້ຍຸງລາຍ​ມີ​ທັງ​ໝົດ 112 ກໍລະນີ (ບໍ່​ມີກໍລະນີ​ເສຍ​ຊີວິດ) ເຊິ່ງ​ສະເລ່ຍ ອັດຕາ​ການ​ເຈັບເປັນ 13,9 ຕໍ່​ປະຊາ​ກອນ 100.000 ຄົນ ໃນ​ປີ 2015 ພະ​ແນກ​ສາທາລະນະ​ສຸກ ນວ ໄດ້​ເນັ້ນ​ໃສ່​ປະຊາຊົນ​ທຸກ​ຄົວເຮືອນ​ ໃຫ້​ເປັນ​ເຈົ້າ​ການ​ໃນ​ການທຳລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນ້ຳຍຸງ​ລາຍ ໂດຍ​ໃຫ້​ປະຕິບັດ​ຕາມຫຼັກການ 5 ປ ຄື: ປິດ ປ່ຽນ ປ່ອຍ ປັບປຸງ ແລະ ປະຕິບັດ ໃນ​ນັ້ນ ຍັງມີ​ການ​ປະກອບສ່ວນ​ຂອງ​ອາສາສະໝັກ​ ຂອງ​ນ້ອງ​ນັກຮຽນ​ມັດ​ທະຍົມ​ສຶກ​ສາ​ຊັ້ນ​ປີ​ທີ 5-6 ເຂົ້າ​ມາຊ່ວຍ​ໃນ​ການ​ເຝົ້າ​ລະວັງ​ກວດກາໜອນ​ນ້ຳ​ຍຸງ​ລາຍ​ ໃນ​ແຕ່​ລະອາທິດ​ອີກ​ດ້ວຍ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...