spot_img
Home​ຂ່າວບັນເທິງວົງດົນຕີຊີມໂຟນີລາວ ພ້ອມແລ້ວທີ່ຈະສະແດງ ຮັບໃຊ້ງານວັນຊາດ 40 ປີ!

ວົງດົນຕີຊີມໂຟນີລາວ ພ້ອມແລ້ວທີ່ຈະສະແດງ ຮັບໃຊ້ງານວັນຊາດ 40 ປີ!

Published on

810._n

ຂປລ. ວົງ​ດົນຕີ ຊີມ​ໂຟນີລາວ ກຽມພ້ອມ​ແລ້ວທີ່​ຈະ​ສະ​ແດງ​ ໃນ​ງານສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ເຊິ່ງຈະ​ສະ​ແດງ ​ໃນ​ຄ່ຳ​ຄື່ນ​ຂອງ​ວັນ​ທີ 30 ພະຈິກ 2015 ທີ່ຫໍ​ວັດທະນະທຳ​ແຫ່ງ​ຊາດ.
ທ່ານ ດຣ. ສົມ​ຈິດ ​ໄຊ​ສຸວັນ ຮອງ​ຫົວໜ້າກົມ​ສີ​ລະ​ປະການສະ​ແດງ, ຫົວໜ້າຄະນະ​ຮັບຜິດ​ຊອບວົງ​ດົນຕີ  ຊີ​ມໂຟນີລາວ​ເປີດເຜີຍ​ໃຫ້​ຮູ້​ວ່າ: ວົງ​ດ​ົນຕີຊີ​ນ​ໂຟນີ ​ໄດ້​ເລີ່ມ​ທຳ​ການ​ຝຶກ​ຊ້ອມ​ມາ​ແຕ່​ ຕົ້ນ​ເດືອນຕຸລາ ທີ່​ຜ່ານ​ມາ ​ໂດຍ​ມີ​ນັກ​ດົນຕີ ​ແລະ ນັກ​ຮອງ​ປະສານ​ສຽງທັງ​ໝົດ ຫລາຍ​ກວ່າ 200 ຄົນ ​ແລະ ​ມາ​ຈາກ​ 3 ພາກ​ສ່ວນ​​ໃຫຍ່ ຄື​: ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽວ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ປ້ອງ​ກັນ​ຄວາ​ມ ສະຫງົບ, ນັກ​ດົນຕີ​ອິດສະລະ​ ​ແລະ ນັກຮຽນອີກຈຳນວນໜຶ່ງ.  ​ບົດ​ເພງ​ທີ່​ຈະນຳ​ມາສະ​ແດງ​ໃນ​ຄັ້ງ​ນີ້​ ປະກອບ​ມີ 7 ບົດ​ເພງ ຄື:​ ເພງສັນລະ​ເສີນ​ວັນ​ຊາດ 2 ທັນວາ, ສັນລະ​ເສີນ​ພັກ, ດິນ​ແດນ​ແຫ່ງ​ອິດສະລະ, ​ເມືອງ​ລາວ​ໃໝ່ຢັງ​ຍືນ, ​ເຕີ້ຍ​ລ່ອງ​ຂອງ, ຊົມ​ເຊີຍ​ໄຊຊະນະ​ນ້ຳ​ບາກ ​ແລະ ​ໂມ​ສາດ.

ຈຳນວນ​​ບົດ​ເພງ​ດັ່ງກ່າວ ​ແມ່ນ​ໄດ້​ສ່ອງ​​ແສງ​ໃຫ້​​ເຫັນເຖິງຄວາມ​ເປ​ັນລາວ ພາຍ​ໃຕ້ກາ​ນນຳພາ​ ອັນປີ​ຊາ​ສາມາດ ​ແລະ ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ, ທັງ​​ເປັນ​ການປຸກ​ລະດົມ ​ຄົນ​ລາວ​ໃຫ້​ຮັກ​ຊາດ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ທຸກ​​ເພດ ​ແລະ ຊົນ​ເຜົ່າ​ມີ​ຄວາມ​ເດັດດ່ຽວໜຽວ​ແໜ້ນຕໍ່​ສູ້ບໍ່ຍອມ​ຈຳນົນ ​ເພື່ອປົດ​ປ່ອຍ​ຊາດໃນ​​ເມື່ອ​ກ່ອນ ຈົນ​ກາຍ​ມາ​ເປັນສາລະ​ນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຄື​ດັ່ງ​ທຸກ​ວັນ​ນີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...