spot_img
Homeຂ່າວທ້ອງຖິ່ນເມືອງຄູນຄຳ ແຂວງຄຳມ່ວນ ສຳເລັດເກັບກ່ຽວເຂົ້ານາປີແລ້ວ 100%

ເມືອງຄູນຄຳ ແຂວງຄຳມ່ວນ ສຳເລັດເກັບກ່ຽວເຂົ້ານາປີແລ້ວ 100%

Published on

19

ເມືອງຄູນຄຳ ມີເນື້ອທີ່ນາປີ ທັງໝົດ6.400 ເຮັກຕາ ຜ່ານການຈັດຕັ້ງປະຕິບັດໃນສົກປີ 2015 ປັກດຳຕົວຈິງໄດ້ 4.160 ກວ່າເຮັກຕາ ເທົ່າກັບ 85% ຂອງເນື້ອທີ່ທັງໝົດ ເນື່ອງຈາກສະພາບດິນຟ້າອາກາດ ບໍ່ເອື້ອອຳນວຍ​ໃຫ້ ຈຶ່ງ​ເປັນເຫດ​ເຮັດໃຫ້ການຜະລິດເຂົ້ານາປີ ຂອງປີ​ນີ້ຫລຸດແຜນການ.

ທ່ານ ເພັດມະນີ ກອງມະນີ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ ເມືອງຄູນຄຳ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ການປັກດຳເຂົ້ານາປີ ສົກ 2015 ຂອງກະສິກອນ ເມືອງຄູນຄຳ ແມ່ນປະຕິບັດໄດ້ພຽງແຕ່ 85% ຂອງເນື້ອທີ່ ທີ່ທຳ​ການ​ຜະລິດ​ໃນແຜນການ ຍ້ອນສະພາບດິນຟ້າອາກາດ ບໍ່ເອື້ອອຳນວຍຄວາມ​ສະດວກ ສາມາດປະຕິບັດຕົວຈິງໄດ້ 4.160 ເຮັກຕາ ໃນນີ້ແມ່ນຖືກໄພນ້ຳຖ້ວມເສຍຫາຍ 371 ກວ່າເຮັກຕາ ຍັງເຫລືອເນື້ອທີ່ເກັບກ່ຽວຕົວຈິງມີ 3.789 ເຮັກຕາ. ມາຮອດປະຈຸບັນ ແມ່ນໄດ້ສຳເລັດການເກັບກ່ຽວແລ້ວ 100% ສະເລ່ຍສະມັດຕະພາບ 4 ໂຕນຕໍ່ເຮັກຕາ ສະເລ່ຍຜົນຜະລິດ 15.156 ໂຕນ. ສຳລັບ ການຜະລິດໃນລະດູແລ້ງ ຂອງສົກ2015–2016 ການຜະລິດເຂົ້ານາແຊງ ທົ່ວເມືອງມີເນື້ອທີ່ທັງ​ໝົດ 860 ເຮັກຕາ ຊຶ່ງປະຈຸບັນນີ້ ແມ່ນຢູ່ໃນໄລຍະ ການສ້ອມແປງ ຄອງຊົນລະປະທານ ເຊິ່ງປະຕິບັດໄດ້ແລ້ວ 70% ໃນ 9 ໂຄງການ ຖ້າສ້ອມແປງຄອງຊົນ ລະປະທານສຳເລັດ 100% ກໍ່ຈະສາມາດບັນລຸ ຕາມເນື້ອທີ່ ​ທີ່ແຜນການວາງ​ໄວ້. ນອກຈາກນີ້ ຍັງມີການປູກພືດເປັນສິນຄ້າ ຈຳນວນ 1.145 ເຮັກຕາ ເປັນຕົ້ນແມ່ນ ຢາສູບ, ສາລີ ແລະພືດອື່ນໆ ​ແລະ ອະນາຄົດເມືອງຄູນຄຳ ຍັງຈະສ້າງຊົນລະປະທານ ໂດຍນຳໃຊ້ນ້ຳທີ່ຢູ່ໃຕ້ເຂື່ອນໄຟຟ້ ານ້ຳເທີນ-ຫີນບູນ (​ແບບນໍ້າ​ໄຫລ​ເຂົ້າ​ເອງ​) ຊຶ່ງສາມາດ​ຮອງ​ຮັບ​ ໃນເນື້ອທີ່ ທຳ​ການ​ຜະລິດ ໄດ້​ເຖິງ 3.000 ເຮັກຕາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...