spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບໄດ້ແລ້ວ ຄາດຕະກອນໃຈໂຫດຂ້າພະອາຈານບົວເງິນ

ຈັບໄດ້ແລ້ວ ຄາດຕະກອນໃຈໂຫດຂ້າພະອາຈານບົວເງິນ

Published on

killer

​ເຈົ້າ​ໜ້າ​ທີ່ ປກສ ​ແຂວງ​ສະຫວັນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ຈັບໄດ້ແລ້ວຄາດ​ຕະກອນ​ໃຈ​ໂຫດຂ້າ​ພະ​ອາຈານ​ບົວ​ເງິນ ຮອງ​ອະທິການ​ວັດ​ໃຫຍ່​ ໄຊ​ຍະ​ພູມ ​ເມືອງ​ໄກ​ສອນ ພົມວິຫານ​ ​ແຂວງ​ສະຫວັນ​ນະ​ເຂດ ​ໃນ​ຄືນ​ວັນ​ທີ 14 ພະ​ຈິກ​ຜ່ານ​ມານີ້ ພາຍຫລັງກຳລັງ ເຈົ້າຫນ້າທີ່ປກສ ​ທ້ອງຖິ່ນຕ່າງໆ​ໃນ​ທົ່ວ​ປະ​ເທດໄດ້ສົມທົບກັນຕິດຕາມລ່າຕົວ​ຄາດ​ຕະກອນ​ຄົນ​ດັ່ງກ່າວ. ​ໃນ​ທີ່​ສຸດ​ສາມາດຈັບໂຕ ທ້າວ ​ເກດສະຫນາ (​ແລັກ) ອາຍຸ 28 ປີ ຢູ່​ບ້ານ​ທາດ​ອີງຮັງ ​ເມືອງ​ໄກສອນ​ພົມວິຫານ ​ແຂວງ​ສະຫວັນ​ນະ​ເຂດ ມາດຳເນີນຄະດີໄດ້ ໃນຂະນະ​ຄາດ​ຕະກອນຄົນນີ້ພວມ​ນັ່ງ​ກິນ​ດື່ມ​​ຢູ່​ຮ້ານ​ບັນ​ເທີງ​​ແຫ່ງ​ຫນຶ່ງ ​ຢູ່ບ້ານ​ວຽງຈະ​ເລີ​ນ,​ ​ເມືອງ​ໄຊ​ເສດ​ຖານະຄອນຫລວງ​ວຽງ​ຈັນ ເມື່ອ​ຄົ້ນ​ໂຕ​ຜູ້​ກໍ່​ເຫດພົບ​ເຫັນ​ເງິນ 100 ​ໂດ​ລາ​ສະຫະລັດ, 350ບາດ (ສະກຸນ​ເງິ​ນ​​ໄທ) ​ແລະ ​ເງິນ​ກີບ ​434.000 ກີບ. ຫລັງ​ຈາກ​ນັ້ນ ​ເຈົ້າ​ໜ້າ​ທີ່ ​ໄດ້​ເຂົ້າ​ກວດ​ຄົ້ນ​ຫ້ອງ​ພັກ​​ເບີ 308 ທີ່​ຜູ້ກ່ຽວ​ເຂົ້າ​ພັກ ພົບ​ເຫັນຊອງ​ບຸນ​ສີຂາວ ຈຳນວນ 196 ຊອງຖືກ​ຈີກ​ຂາດ, ພົບ​ເຫັນ​ເງິນ 944 ​ໂດ​ລາ​ສະຫະລັດ, 4500 ບາດ ສະກຸນ​ເງິນ​​ໄທ ​ແລະ ​​ເງິນ​ກີບ 733.500 ກີບ.

ພາຍຫລັງ​ສືບສວນ-ສອບ​ສວນ ຜູ້ກ່ຽວ​ຮັບ​ສາລະພາບ​ວ່າ: ຕົນ​​ໄດ້​ຮູ້ຈັກ​ກັບ​ພະ​ອາ​ຈານບົ​ວ​ເງິນມາ​ປະມານ 3-4 ​ເດືອນ ​ແລະ ​ ໄດ້​ລົງມື​ຄາດ​ຕະກຳ​ພະ​ອາຈານ​ເພື່ອປຸ້ນຊັບ ຈາກ​ນັ້ນ ​ໄດ້ຫລົບໜີ​​ມາ​ພັກ​ຢູ່​​ໂຮງ​ແຮມ​ສະກາ​ຍ​ໄລ້ ດັ່ງກ່າວຕັ້ງ​​ແຕ່​ວັນ​ທີ 12  ​ຜ່ານ​ມານີ້ ເພື່ອຫລົບຫລີກການຈັບໂຕຂອງເຈົ້າຫນ້າ ທີ່.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...