spot_img
Homeຂ່າວພາຍ​ໃນເມສຊີ ມີຊື່ຕິດເຂົ້າຊິງນັກເຕະດີເດັ່ນແຕ່ຜູ້ເຂົ້າຊິງຮ່ວມແມ່ນໂຕມ້າ

ເມສຊີ ມີຊື່ຕິດເຂົ້າຊິງນັກເຕະດີເດັ່ນແຕ່ຜູ້ເຂົ້າຊິງຮ່ວມແມ່ນໂຕມ້າ

Published on

ລິໂອເນລ ເມສຊີ ຊຸບເປີສະຕາແຫ່ງວົງການບານເຕະຂອງບາເຊໂລນາ ແລະ ທີມຊາດອາກຊັງຕິນ ໄດ້ຮັບການສະເໜີເຂົ້າຊິງລາງວັນນັກກິລາດີເດັ່ນແຫ່ງປີຂອງ ສະປອຣ໌ດ ອິລລັສເທຣດ ວາລະສານຊື່ດັງຂອງອາເມລິກາ ແຕ່ວ່າຕ້ອງຕໍ່ສູ້ກັບກິລາອື່ນໃນການຊິງລາງວັນໃນຄັ້ງນີ້ລວມໄປເຖິງກິລາແຂ່ງມ້າ

ສະປອຣ໌ດ ອິລລັສເທຣດ ໄດ້ເປີດເຜີຍຊື່ຜູ້ເຂົ້າຊິງລາງວັນນັກກິລາດີເດັ່ນແຫ່ງປີ 2015 ອອກມາຢ່າງເປັນທາງການແລ້ວ ເຊີ່ງກໍ່ມີທັງຍິງແລະຊາຍ ໃນນັ້ນນຳໂດຍ ເມສຊີ ສຸດຍອດນັກເຕະຈາກ “ບາຊາ”, ອູເຊນ ໂບລ ຊາຍທີ່ໄວທີ່ສຸດໃນໂລກຈາກ ຈາໄມກາ, ຈໍແດນ ສະປິດ ນັກກ໊ອບມືອັນດັບ 1 ຊາວອາເມລິກາ, ຣອນດາ ເຣົາຊີ ນັກສູ້ສາວໂຫດຈາກ UFC, ເຊເຣນາ ວິນລຽມ ນັກເທນນີສທີ່ແຂງແກ່ນ, ທີມເບສບອນ ແຄນຊັສ ຊີຕີ ຣໍຍັລ, ຄາລີ ລອຍ ນັກເຕະບານຍິງທີມຊາດອາເມລິກາ

ແຕ່ວ່າສີ່ງທີ່ປະຫຼາດທີ່ສຸດຄືງານນີ້ມີການບັນຈຸຊື່ “ອາເມລິກາ ຟາໂຣ” ມ້າແຂ່ງທີ່ດີເດັ່ນເຈົ້າຂອງແຊ້ມ ແກຣນ ສະແລມ ອອຟ ອາເມລິກາ ເປັນໜື່ງໃນຜູ້(ໂຕ)ເຂົ້າຊິງນຳອີກ ເຊີ່ງຖືວ່າບໍ່ຜິດກົດລະບຽບການສະເໜີຊື່ແຕ່ຢ່າງໃດ ເພພາະກົດລະບຸວ່າເຖິງຈະແມ່ນສັດກໍ່ສາມາດເຂົ້າຮ່ວມແຂ່ງຂັນໄດ້ຖ້າມີຜົນງານ

558000013085701

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...