spot_img
Homeວົງການສື່ມວນຊົນສື່​ມວນ​ຊົນ​ລາວ ​ຮຽນ​ຮູ້ການ​ນຳ​ໃຊ້ Social Media ​ຄົ້ນຫາ​ແຫ​ລ່ງຂ່າວ

ສື່​ມວນ​ຊົນ​ລາວ ​ຮຽນ​ຮູ້ການ​ນຳ​ໃຊ້ Social Media ​ຄົ້ນຫາ​ແຫ​ລ່ງຂ່າວ

Published on

P1120230
(ພາບ: ລາວພັດທະນາ)

ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບສະມາຄົມ ນັກຂ່າວໜັງສືພິມ ແຫ່ງປະເທດໄທ ຈັດຊຸດຝຶກອົບຮົມ 2 ວັນ. ໃນຫົວຂໍ້ ການນຳໃຊ້ສື່ສັງຄົມອອນລາຍ ໃນວຽກງານສື່ມວນຊົນ ລະຫວ່າງວັນທີ  12-13  ພະຈິກ 2015  ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີທ່ານ ວິໄລທອງ ສີຊານົນ  ຫົວໜ້າສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຊະນະຣົງ ລິ້ມປັດທະມະປານີ  ທີ່ປຶກສາສະມາຄົມ ຜູ້ຜະລິດສື່ອອນລາຍ ແລະ ທີ່ປຶກສາ ສະມາຄົມນັກຂ່າວໜັງສືພິມ  ແຫ່ງ ປະເທດໄທ ພ້ອມສຳມະນາກອນ.

ທ່ານ ວິໄລທອງ ສີຊານົນ  ໄດ້ກ່າວວ່າ: ປັດຈຸບັນ ການນຳໃຊ້ສື່​ສັງຄົມ​ອອນ​ລາຍແມ່ນມີຄວາມສຳຄັນຫລາຍ ໃນການເຜີຍແຜ່ຂໍ້ມູນຂ່າວສານ ​ເຊິ່ງເປັນ ທາງເລືອກໜຶ່ງ ໃນການກະຈາຍຂ່າວໄດ້ໄວ ແລະ ເປັນທີ່ນິຍົມໃນປະຈຸບັນ,ແຕ່ແນ່ນອນແຫລ່ງຂໍ້ມູນ ກໍມີທັງດ້ານດີ ແລະ ດ້ານລົບ ສະ​ນັ້ນ ​ພວກ​ເຮົາ​ຕ້ອງ​ຮູ້​ເລືອກ​ເຟັ້ນ ​ເອົາ​ທີ່​​ເໝາະ​ສົມ ​ແລະ ຖືກຕ້ອງ​ສ່ອດຄ່ອງກັບ ​ແນວ​ທາງ​ນະ​ໂຍບາຍ​ຂອງ ​ພັກ-ລັດ.

ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ກໍ​ແມ່ນເພື່ອເປັນການ ຍົກລະດັບຄວາມຮັບຮູ້, ຄວາມສາມາດຄວາມ​ເຂົ້າ​ໃຈ ແລະ ທັກສະ​ໃຫ້​ແກ່ນັກຂ່າວ ຮູ້ນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບວຽກງານສື່ມວນຊົນ. ນອກຈາກນັ້ນ ຍັງເປັນການພົບປະ ແລກປ່ຽນບົດຮຽນ ລະຫວ່າງ ນັກຂ່າວລາວ ແລະ ນັກຂ່າວໄທ ອີກດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...