spot_img
Homeມູມໄອທີລາວເຕືອນໄພ! ແອັບ InstaAgent ລັກລະຫັດຜ່ານອິນສະຕາແກຣມ

ເຕືອນໄພ! ແອັບ InstaAgent ລັກລະຫັດຜ່ານອິນສະຕາແກຣມ

Published on

InstaAgent_1

ແອັບ​ເປີນ​ແລະ​ກູ​ເກີນ​ພ້ອມ​ໃຈ​ກັນ​ຖອນ​ແອບ InstaAgent ອອກຈາກ Play Store ແລະ App Store ຫລັງ​ກວດ​ສອບ​ພົບ​ວ່າ​ແອັບດັ່ງ​ກ່າ​ວລັກເອົາລະ​ຫັດ​ຜ່ານ​ຜູ້​ໃຊ້​ອິ​ນສະ​ຕາ​ແກຣມ

ເມື່ອ​ວັນທີ່ 11 ພະຈິກ ເວັບ​ໄຊຕ໌ MacRumors ລາຍ​ງານ​ວ່າ​ມີ​ນັກ​ພັດທະນາ​ຊື່ David L-R ໂພດຕ໌​ຜ່າ​ນທະ​ວິດ​ເຕີລ໌​ວ່າ ພວກເຂົາ​ໄດ້​ກວດ​ສອບ​ແອັບ  InstaAgent ຫລື​ຊື່​ເຕັມ “Who Viewed Your Profile – InstaAgent” ໂດຍ​ແອັບ ຕົວ​ນີ້​ໃຊ້​ສຳລັບ​ເບິ່ງ​ວ່າ​ໃຜ​ລັກ​ມາ​ສ່ອງ​ເບິ່ງໂປຣ​ໄຟລ໌​ອິ​ນສະ​ຕາ​ແກຣມ​ຂອງ​ເຮົາ ແຕ່​ເບື້ອງ​ຫລັງ​ຂອງ​ແອັບດັ່ງ​ກ່າວ​ກັບ​ມາ​ເຮັດ​ຕົວ​ເປັນ​ຂີ້ລັກລະ​ຫັດ​ຜ່ານ​ແລະ​ຍັງ​ລັກ​ໂພດຕ໌​ພາ​ບລົງ​ໃນ​ບັນ​ຊີ​ອິ​ນສະ​ຕາ​ແກຣມ​ຂອງ​ຜູ້​ທີ່​ຕົກເປັນເຫຍື່ອ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ອີກ​ດ້ວຍ

ເບື້ອງ​ຕົ້ນ​ທາງ​ແອັບ​ເປີນ​ແລະ​ກູ​ເກີນ​ໄດ້​ຖອນ​ແອັບ  InstaAgent ອອກ​ມາ​ລະບົບ​ຮຽບຮ້ອຍ​ແລ້ວ ສຳລັບ​ໃຜ​ທີ່​ເຄີຍ​ດາວ​ໂຫລດ​ແລະ​ໃຊ້​ງານ​ແອັບ  InstaAgent ແນະ​ນຳ​ໃຫ້​ລົບ​ແອັບ ອອກຈາກ​ເຄື່ອງ​ແລ້ວ​ທຳການ​ປ່ຽນລະຫັດ​ຜ່ານ​ອິ​ນສະຕາ​ແກຣມ​ທັນ​ທີ ເພື່ອ​ຄວາມ​ປອດ​ໄພ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...