Homeມູມໄອທີລາວການມາຂອງ iPad Pro ຈະເປັນການນັບຖອຍຫລັງ Notebook ແລະ PC

ການມາຂອງ iPad Pro ຈະເປັນການນັບຖອຍຫລັງ Notebook ແລະ PC

Published on

Capture

iPad Pro ກາຍ​ເປັນ​ໜຶ່ງ​ໃນ​ປະ​ເດັນ​ທີ່​ຜູ້​ຄົນ​ແວ​ດວົງ​ໄອ​ທີ​ໃຫ້​ຄວາມ​ສົນ​ໃຈ ຫລັງ​ການ​ເປີດ​ຕົວ​ວາງ​ຈຳ​ໜ່າຍ​ພ້ອມ​ກັບ Apple Pencil ແລະ Smart Keyboard ແລະ​ ຫລ້າ​ສຸດ Tim Cook ຊີ​ອີ​ໂອ Apple ກໍ​ໃຫ້​ໄດ້​ລຸ້ນ​ອີກ​ເທື່ອ​ດ້ວຍ​ການ​ອອກ​ມາ​ລະ​ບຸ​ວ່າ iPad Pro ຈະ​ເຂົ້າ​ມາ​ແທນ​ທີ່ notebook ແລະ pc ໃນ​ອະນາຄົດ​ອັນ​ໃກ້

ທັງ​ນີ້ Tim Cook ໄດ້​ໃຫ້​ສຳພາດ​ກັບ​ທາງ The Independent ສື່​ດັ່ງ​ຂອງ​ອັງ​ກິດ​ໂດຍ​ເປີດ​ເຜີຍ​ມຸມ​ມອງ​ຂອງ​ພວກເຂົາ​ໃນ​ຕົວ iPad Pro ວ່າ ແທັບ​ເລັດ 12.9 ນິ້ວ​ຕົວ​ຫລ້າ​ສຸດ​ນີ້​ຈະ​ເຂົ້າ​ມາ​ສົ່ງ​ຜົນ​ກະທົບ​ຕໍ່ຍ​ອດ​ຂາຍ PC ໃນ​ຕະ​ຫລາດ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ ແລະ​ ຜູ້​ໃຊ້​ງານ​ຈຳນວນ​ຫລວງຫລາຍ​ທີ່​ຈະ​ເລີ່ມ​ຫັນ​ມາໃຊ້ iPad Pro ແທນ notebook ຫລື​ຫາ​ຊື້ pc ປະກອບ​ຄື​ທີ່​ເຄີຍ​ເຮັດ​ກັນ​ມາ

ຂ້ອຍຄິດວ່າ​ຈະ​ມີ​ຄົນ​ຫລວງຫລາຍ​ທີ່ເບີ່ງ iPad Pro ເປັນ​ຕົວ​ແທນ​ຂອງ notebook ຫລື pc ແລະ​ເມື່ອ​ເລີ່ມ​ໃຊ້​ງານ​ມັນ​ແລ້ວ​ພວກ​ເຂົາ​ຈະ​ບໍ່​ຄິດ​ຢາກ​ໄດ້​ຫຍັງ​ເພີ່ມ​ອີກ​ແລ້ວ ນອກ​ຈາ​ກສະມາດໂຟນ​ອີກ​ເຄື່ອງ ນອກ​ຈາກ​ນີ້ Cook ຍັງ​ເສີມ​ວ່າ iPad Pro ມີ​ຮູບ​ແບບ​ການ​ໃຊ້​ງານ​ແລະ​ດີ​ໄຊນ໌​ທີ່​ດຶງ​ດູດ​ເຫລົ່າ​ບັນດາ​ສິນລະ​ປິນ​ແລະ​ຄີ​ເອ​ທີບ​ທີ່​ສົນ​ໃຈ​ຈະ​ຫັນ​ມາ​ໃຊ້​ງານ Apple Pencil ເຮັດວຽກ​ເບິ່ງ​ນຳ ແລະ​ຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ຜູ້​ໃຊ້​ຈະ​ພົບ​ວ່າ​ຕົນເອງ​ຕ້ອງ​ການ​ຫຍັງ​ໃນ​ແນວ​ທາງ​ໃໝ່​ທີ່​ຕ່າງ​ອອກ​ໄປ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...